ເມືອງ ຍອດອູ, ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ

ເມືອງ ຍອດອູ, ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ

     ເພື່ອເປັນການຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນັ້ນ ມາໃນຕອນເຊົ້າຂອງວັນທີ 16 ມັງກອນ 2025 ນີ້ ຢູ່ທີ່ສະໂມສອນຂອງເມືອງໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຂື້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ, ມີບັນດາທ່ານຄະນະປະຈຳພັກເມືອງກຳມະການພັກເມືອງ, ຫົວໜ້າ-ຮອງຫ້ອງການ, ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນນັບແຕ່ຮອງຫົວໜ້າໜ່ວຍງານຂື້ນໄປເຂົ້າຮ່ວມທັງໝົດ 135 ທ່ານ, ຍິງ 93 ທ່ານ.

     ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້: ທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ໄດ້ຂື້ນເລົ່າປະຫວັດມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ຄົບຮອບ 74 ປີ ( ວັນທີ 20 ມັງກອນ 1949 – ວັນທີ 20 ມັງກອນ 2025 ). ໃນທ້າຍສະຕະວັດທີ 19 ພວກລ່າເມືອງຂຶ້ນຝຣັ່ງ ໄດ້ເຂົ້າມາຮຸກຮານ ແລະ ຄອບຄອງປະເທດລາວເຮົາ. ໂດຍບໍ່ຍອມເປັນຂ້ອຍຂ້າມ້າຕ່າງຂອງພວກລ່າເມືອງຂຶ້ນ, ປະຊາຊົນລາວບັນດາເຜົ່າໄດ້ລຸກຮື້ຂຶ້ນຕ້ານພວກລ່າເມືອງຂຶ້ນຝຣັ່ງ ຢ່າງອົງອາດກ້າຫານ ແລະ ເປັນຂະບວນການໃນທົ່ວປະເທດ ປີ 1930 ພັກກອມມູນິດຈີນ ໄດ້ກຳເນີດເກີດຂຶ້ນ,ນັບແຕ່ນັ້ນມາ ພາຍໃຕການນຳພາຂອງພັກ ການປະຕິວັດຂອງປະຊາຊົນລາວ ໄດ້ກ້າວຂື້ນສູ່ໄລຍະໃໝ່ ແລະ ດ້ວຍຄຸນນະພາບໃໝ່ ພັກເຮົາໄດ້ນຳພາທົ່ວປວງຊົນລຸກຮື້ຂື້ນຕໍ່ສູ້ ແລະ ຢຶດອຳນາດໃນທົ່ວປະເທດ ໃນເດືອນ ສິງຫາ 1945 ແລະ ປະກາດເອກະລາດໃນ ວັນທີ 12 ຕຸລາ 1945. ປີ 1945 ພວກລ່າເມືອງຂຶ້ນຝຣັ່ງໄດ້ກັບຄືນມາຮຸກຮານລາວ ເປັນຄັ້ງທີສອງ. ພາຍໃຕການນຳພາຂອງພັກ ປະຊາຊົນລາວ ໄດ້ເດັດດ່ຽວດຳເນີນການຕໍ່ສູ້ຕ້ານການຮຸກຮານ ແລະ ຄອບຄອງຂອງລ່າເມືອງຂຶ້ນຝຣັ່ງ. ທາດແທ້ຂອງກອງທັບປະຊາຊົນລາວ ແມ່ນເລີ່ມມາຈາກກອງກຳລັງປະກອບອາວຸດ ຂອງປະຊາຊົນລາວບັນດາເຜົ່າ. ສະນັ້ນທາດແທ້ຂອງກອງທັບປະຊາຊົນລາວ ແມ່ນກອງທັບປະຊາຊົນລາວ ທີ່ຕໍ່ສູ້ເພື່ອປົດປ່ອຍປະຊາຊົນອອກຈາກການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພື່ອນໍາເອົາເອກະລາດອຳນາດອະທິປະໄຕ ມາໃຫ້ແກ່ປະຊາຊົນ ເຊິ່ງພາຍໃຕ້ການຊີ້ນຳ – ນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຊິ່ງເປັນຜູ້ກໍ່ຕັ້ງສຶກສາອົບຮົມ ແລະ ຝຶກຝົນຫຼໍ່ຫຼອມໃຫ້ເປັນນັກຮົບທີ່ມີລັກສະນະລັກໝັ້ນ, ມີຄວາມຈົ່ງຮັກພັກດີ, ມີຄວາມຊື່ສັດບໍລິສຸດ ແລະ ມີແບບແຜນລະບຽບທີ່ເຂັ້ມງວດ ສົມວ່າເປັນກຳລັງປະຊາຊົນ, ຂອງຊົນຊັ້ນຜູ້ອອກແຮງງານ ແລະ ເປັນເຄື່ອງມືອັນແຫຼມຄົມຂອງພັກຕະຫຼອດມາ. ກອງທັບປະຊາຊົນລາວມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ອຸດົມການສັງຄົມນິຍົມ: ໃນພຶດຕິກຳແຫ່ງການຕໍ່ສູ້ກູ້ຊາດຍືດເຍື້ອຍາວນານ ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ກອງທັບປະຊາຊົນລາວ ມາຈາກປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ພາຍໃຕ້ການນຳພາ ແລະ ຝຶກຝົນຫຼໍ່ຫຼອມຈາກພັກ ຍາມໃດກໍ່ມີຄວາມຈົ່ງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີຄວາມເດັດດ່ຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ ພ້ອມທັງເສຍສະຫຼະຊີວິດຕົນເພື່ອຊາດ ເພື່ອປະຊາຊົນ ເຊິ່ງສິ່ງເຫຼົ່ານີ້ມັນໄດ້ກາຍເປັນມູນເຊື້ອອັນສະຫງ່າອົງອາດຂອງກອງທັບ ແລະ ກຳລັງປະກອບອາວຸດຂອງປະຊາຊົນເຮົາຕະຫຼອດມາ. ຈາກນັ້ນ ທ່ານ ນາງ ຈັນຄຳ ພູມໃຈ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ກໍ່ໄດ້ເລົ່າປະຫວັດມູນເຊື້ອຂອງວັນສ້າງຕັ້ງ ສາທາ ລະນະລັດ ກຸຍບາ ຄົບຮອບ 66 ປີ ( ວັນທີ 1 ມັງກອນ 1959 – ວັນທີ 1 ມັງກອນ 2025 )ຕື່ມອີກ.

     ມາໃນຕອນທ້າຍຂອງພິທີທ່ານ ທ່ານ ມືກ່ຽງ ລາວທາງ ຮອງເລຂາພັກເມືອງ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ກໍ່ໄດ້ໂອ້ລົມຕໍ່ພິທີ ກ່ອນອື່ນທ່ານໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະກອງບັນຊາການ, ຕະຫຼອດຮອດນາຍ ແລະພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຈົ່ງສືບຕໍ່ສຶກສາອົບຮົມການເມືອງແນວຄິດ ເອົາໃຈໃສ່ປະຕິບັດລະບຽບຂອງສອງກຳລັງ ໃຫ້ເຂົ້າສູ່ລວງເລິກ ເພີ່ມທະວີການປັບປຸງກໍ່ສ້າງກຳລັງທ້ອງຖິ່ນ ແລະ ຮາກຖານໃຫ້ສາມາດເປັນກຳລັງຈັ້ງທ່າ, ຊ່ວຍໝູນ ແລະ ແກ້ໄຂສະພາບການທີ່ເກີດຂື້ນຢູ່ທ້ອງຖິ່ນຕົນ ປົກປັກຮັກສາລະບອບປະຊາທິປະໄຕ ປະຊາຊົນ ໄວ້ຢ່າງໝັ້ນຄົງຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet