ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ເຂົ້າພົບ ເຈົ້າແຂວງຜົ້ງສາລີ

ເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ເຂົ້າພົບ ເຈົ້າແຂວງຜົ້ງສາລີ

     ໃນໂອກາດທີ ທ່ານ ປຼາຊານ ອາກາວາລ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ທີ່ໄດ້ມາເຄື່ອນໄຫວຢ້ຽມຢຽມເຮັດວຽກ ຢູ່ແຂວງຜົ້ງສາລີນັ້ນ. ໃນຕອນເຊົ້າຂອງວັນທີ 12 ກຸມພາ 2025 ນີ້ ທ່ານ ເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ໄດ້ເຂົ້າພົບກັບ ທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ພ້ອມຄະນະ ທີ່ຫ້ອງຮັບແຂກຊັ້ນ 1, ຕຶກສໍານັກງານປົກຄອງແຂວງຜົ້ງສາລີ.

     ໃນການພົບປະຄັ້ງນີ້ ທ່ານ ປຼາຊານ ອາກຼາວາລ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ ໄດ້ແຈ້ງແຜນການເຄື່ອນໄຫວມາຢ້ຽມຢາມເຮັດວຽກຢູ່ແຂວງຜົ້ງສາລີ ໃຫ້ທ່ານເຈົ້າແຂວງຮັບຊາບ. ໂອກາດນີ້ທ່ານ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ໄດ້ມີຄຳເຫັນຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງ ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ ໃນຄັ້ງນີ້; ພ້ອມທັງລາຍງານໂດຍສັງລວມກ່ຽວກັບໝາກຜົນແຫ່ງການສ້າງສາພັດທະນາຢູ່ແຂວງຜົ້ງສາລີ ໃຫ້ທ່ານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ສປປ ລາວຮັບຊາບ.

     ລາວ – ອິນເດຍ ໄດ້ສ້າງຕັ້ງສາຍພົວພັນການທູດໃນວັນທີ 2 ກຸມພາ 1956, ມາຮອດປີນີ້ແມ່ນຄົບຮອບ 69 ປີ, ຊຶ່ງໄລຍະຜ່ານມາ ສອງພັກ-ລັດຖະບານ ໄດ້ເອົາໃຈໃສ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ດີ ແລະ ຮັກສາໄດ້ບັນຍາກາດການຮ່ວມມືຢ່າງແໜ້ນແຟ້ນ ແລະ ລັດຖະບານອິນເດຍ ກໍໄດ້ການສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ ເປັນຈໍານວນຫຼາຍ ເວົ້າລວມ; ແຂວງຜົ້ງສາລີ ໄດ້ຮັບທຶນສະໜັບສະໜູນການຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດຈຳນວນໜຶ່ງ ແລະ ໄດ້ຮັບທຶນຊ່ວຍເຫຼືອໂຄງການກໍ່ສ້າງຕະຫຼາດຊຸມຊົນໃຫ້ແກ່ເມືອງສຳພັນ ເປັນມູນຄ່າ 47,302 ໂດລາສະຫະລັດ, ເທົ່າກັບ 999,443,958 ກີບ.

     ພ້ອມນີ້ທ່ານເຈົ້າແຂວງຜົ້ງສາລີຍັງສະເໜີໃຫ້ສືບຕໍ່ພົວພັນຮ່ວມມືໃນດ້ານຕ່າງໆ ລະຫວ່າງ ແຂວງຜົ້ງສາລີ ກັບ ສະຖານຖະທູດ ອິນເດຍ ປະຈໍາ ສປປ ລາວ ຕາມຄວາມເໝາະສົມ ເປັນຕົ້ນແມ່ນການຊ່ວຍເຫຼືອໂດຍຜ່ານໂຄງການໃດໜຶ່ງ ໃນການກໍ່ສ້າງພື້ນຖານໂຄງລ່າງຮັບໃຊ້ແກ່ການພັດທະນາ, ການດໍາລົງຊີວິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ເປັນໃຈກາງ, ເປັນຂົວຕໍ່ໃນການປະສານ, ປຸກລະດົມຊຸກຍູ້ບັນດານັກທຸລະກິດ, ຫົວໜ່ວຍທຸລະກິດຂອງອິນເດຍ ທີ່ມີຄວາມສາມາດ ແລະ ເງື່ອນໄຂເຂົ້າມາສຳຫຼວດລົງທຶນ ຢູ່ແຂວງຜົ້ງສາລີ ເປັນຕົ້ນແມ່ນການປູກ, ການລ້ຽງ, ການທ່ອງທ່ຽວ ແລະ ອື່ນໆ.

ຈາກນັ້ນ, ຄະນະດັ່ງກ່າວໄດ້ໄປຢ້ຽມຢາມສູນວາງສະແດງສີນຄ້າໂອດອບແຂວງຜົ້ງສາລີຕື່ມອີກ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet