ເມືອງໃໝ່ ປຶກສາຫາລືກ່ຽວກັບການສ້າງຕັ້ງ ຕາແສງ ຂອງເມືອງໃໝ່, ແຂວງຜົ້ງສາລີ
ໃນຕອນບ່າຍຂອງວັນທີ 27 ມັງກອນ 2025 ນີ້ ເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປຶກສາຫາລືການສ້າງຕັ້ງຕາແສງ ພາຍໃນເມືອງໃໝ່ ຂຶ້ນຢູ່ທີ່ສະໂມສອນເມືອງໃໝ່, ແຂວງຜົ້ງສາລີ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆໃໝ່ ມີບັນດາທ່ານ ຄະນະປະພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ເລຂາພັກກຸ່ມ ແລະ ອະດີດການນຳ ພະນັກງານບຳນານ ເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ ທ່ານ ພອນທະວີ ໄຊມົນຕີ ໄດ້ຂື້ນກ່າວຈຸດປະສົງ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຊີ້ກອງປະຊຸມດັ່ງກ່າວ ຈາກນັ້ນ ທ່ານ ຄຳໄມ ວົງວິຈິດ ກຳມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງ ຂື້ນນຳສະເໜີ ແບບຟອມເກັບກຳຂໍ້ມູນກະກຽມຄວາມພ້ອມໃນການສ້າງຕັ້ງຕາແສງຂອງເມືອງ ທ່ານໄດ້ໃຫ້ຮູ້ວ່າ: ໂດຍປະຕິບັດຕາມແຈ້ງການຂອງທ່ານລັດທະມົນຕີກະຊວງພາຍໃນ ສະບັບເລກທີ 08/ພນ, ລົງວັນທີ 21 ມັງກອນ 2025 ທິດທາງໃນການຄົ້ນຄົ້ວກະກຽມການສ້າງຕາແສງ ອິງຕາມການເກັບກໍາຂໍ້ມູນພາຍໃນເມືອງໃໝ່ ແມ່ນໄດ້ກຳນົດສ້າງຕັ້ງຕາແສງ ເຊິ່ງໄດ້ຄຳນຶງເຖິ່ງຄວາມຈຳເປັນ, ລັກສະນະຈຸດພິເສດ, ພູມສັນຖານ, ຄວາມສະດວນໃນການເດີນທາງ, ການເຂົ້າເຖິງບໍລິການ ຂອງລັດ ແລະ ອື່ນໆ.
ພ້ອມນັ້ນບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງແບບຟອມເກັບກຳຂໍ້ມູນກະກຽມຄວາມພ້ອມໃນການສ້າງຕັ້ງຕາແສງດ້ວຍຄວາມເປັນເອກະພາບ ໂດຍສະເພາະແມ່ນການ ຕັ້ງຊື່ຕາແສງ ແລະ ສະຖານທີ່ຕັ້ງສໍານັກງານ ແລະ ໄດ້ເຫັນດີເປັນເອກະພາບ ກຳນົດສ້າງຕັ້ງ 5 ຕາແສງ ໃນທົ່ວເມືອງ ເຊິ່ງມີ ຕາແສງສົບຮຸນ ມີ 14 ບ້ານຂຶ້ນກັບ, ຕາແສງແສນເງິນ ມີ 12, ຕາແສງປາກແພ ມີ 16 ບ້ານຂຶ້ນກັບ,ຕາແສງໂພນໄຊ ມີ 12 ບ້ານຂຶ້ນກັບ ແລະ ຕາແສງຫົວເມິກ ມີ 13 ບ້ານຂຶ້ນກັບ ລວມທັງໝົດມີ 78 ບ້ານ ທີຂຶ້ນກັບຕາແສງ.