ເມືອງຜົ້ງສາລີ ແຂວງຜົ້ງສາລີ ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XI

ເມືອງຜົ້ງສາລີ ແຂວງຜົ້ງສາລີ ສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XI

     ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຜົ້ງສາລີ ຄັ້ງທີ XI ໄດ້ສໍາເລັດລົງຢ່າງຈົບງາມ ໃນວັນທີ 14 ກຸມພາ 2025 ທີ່ສະໂມສອນໃຫ່ຍຂອງແຂວງຫຼັງເກົ່າທີ່ເມືອງຜົ້ງສາລີ, ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຜົ້ງສາລີ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຜົ້ງສາລີ, ມີບັນດາສະຫາຍຜູ້ແທນສົມບູນ 147 ສະຫາຍຍີງ 28 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກເມືອງຜົ້ງສາລີທັງໜົດ 1.458 ສະຫາຍ ຍີງ 628 ສະຫາຍ ມີຄະນະຊີ້ນໍາ, ຊຸກຍູ້ຕິດຕາມການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຂັ້ນແຂວງ ມີບັນດາແຂກອາດິດການນຳເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ກອງປະຊຸມໃຫ່ຍຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະພັກເມືອງຊຸດເກົ່າ ໂດຍໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດໃຫ້ມີດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ X ໃນ 5 ປີຜ່ານມາ. ພ້ອມທັງ ຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ ເພື່ອສືບຕໍ່ພັດທະນາເມືອງຜົ້ງສາລີ ໃຫ້ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮ້ອຍໂດຍພື້ນຖານ, ເສດຖະກິດ, ວັດທະນະທໍາ-ສັງຄົມ ລວມທັງຊີວິດການເປັນຢູ່ຂອງປະຊາຊົນໃຫ້ໄດ້ຮັບການພັດທະນາໄປສູ່ຄຸນນະພາບໃໝ່.

     ພ້ອມກັນນີ້, ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ສະໄໝທີ XI ຈໍານວນ 27 ສະ ຫາຍ, ຍິງ 4 ສະຫາຍ ແລະ ປ່ອນບັດເລືອກເອົາຜູ້ແທນສົມບູນ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ Xll ຈໍານວນ 27 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ 5 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກຕັ້ງຄະນະປະຈໍາພັກເມືອງຈໍານວນ 9 ສະຫາຍ, ຍິງ 1 ສະຫາຍ ແລະ ເປັນເອກະພາບເລືອກເອົາສະຫາຍ ບູນສະຫວາດ ສີວົງໄຊ ເປັນເລຂາຄະນະບໍລີຫານງານພັກເມືອງ, ສະຫາຍ ບຸນເພັງ ສົມຈະເລີນ ແລະ ສະຫາຍ ຄຳພັນ ສຸຍະລາດ ເປັນຮອງເລຂາພັກເມືອງ; ເລືອກເອົາສະຫາຍ ບຸນເພັງ ສົມຈະເລີນ ເປັນປະທານກວດກາພັກເມືອງ, ສະຫາຍ ສຸລີສັກ ຂັນທະສັກ ແລະ ສຸກສະຫວັນ ແກ້ວປະສິດ ເປັນຮອງປະທານກວດກາພັກເມືອງ.

     ກອງປະຊຸມໃຫຍ່ອົງຄະນະພັກເມືອງ ຜົ້ງສາລີ ຄັ້ງທີ XI ໄດ້ເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ຈໍານວນ 27 ສະຫາຍ, ຍິງ 4 ສະຫາຍ ດັ່ງນີ້:

  1. ສະຫາຍ ບຸນສະຫວາດ ສີວົງໄຊ
  2. ສະຫາຍ ບຸນເພັງ ສົມຈະເລີນ
  3. ສະຫາຍ ຄຳພັນ ສຸຍະລາດ
  4. ສະຫາຍ ນ. ວອນມະນີ
  5. ສະຫາຍ ສຸລິວັນ ແສນສະຕິ
  6. ສະຫາຍ ອານຸພາບ ສຸຈັນ
  7. ສະຫາຍ ບຸນສະຫວັນ ເສນຍະໄຊ
  8. ສະຫາຍ ບຸນສອນ ແກ້ວວິໄລ
  9. ສະຫາຍ ສຸພັນ ສີສົມບັດ
  10. ສະຫາຍ ພັທ ຄຳດາ ມາລາແສງ
  11. ສະຫາຍ ສີວິໄລ ອຸ່ນສານ
  12. ສະຫາຍ ສົມຈັນ ອີນຕະພົມ
  13. ສະຫາຍ ຄຳຮຸ່ງ ອາລີ
  14. ສະຫາຍ ບຸນສົມ ພົມມະລາ
  15. ສະຫາຍ ຄອນສະຫວັນ ວົງສາ
  16. ສະຫາຍ ເສີມຈິດ ພົມດວງຈັນ
  17. ສະຫາຍ ໄຊທະວີ ອີນຕະພົມ
  18. ສະຫາຍ ພັທ ຈັນ ສຸຍະລັດ
  19. ສະຫາຍ ສົມພອນ ກະວີແກ້ວຫຼ້າ
  20. ສະຫາຍ ໄຊຍະທອງ ລາວເມົາ
  21. ສະຫາຍ ຈັນທະວົງ ສາວັນໄຊ
  22. ສະຫາຍ ນ. ແສງມະດາ ລືວັງລາດ
  23. ສະຫາຍ ນ. ສີມົນຈັນ ເສັດ
  24. ສະຫາຍ ທອງຄຳ ສຸລິຍະ
  25. ສະຫາຍ ນ. ບຸນມີ ແກ້ວຫຼ້າ
  26. ສະຫາຍ ຄຳຜາສຸກ ແກ້ວນາ
  27. ສະຫາຍ ສຸລິສັກ ຂັນທະສັກ
  28. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກເມືອງຜົ້ງສາລີ ຊຸດໃໝ່ຄືດັ່ງນີ້:
  29. ສະຫາຍ ບຸນສະຫວາດ ສີວົງໄຊ
  30. ສະຫາຍ ບຸນເພັງ ສົມຈະເລີນ
  31. ສະຫາຍ ຄຳພັນ ສຸຍະລາດ
  32. ສະຫາຍ ນ. ວອນມະນີ
  33. ສະຫາຍ ສຸລິວັນ ແສນສະຕິ
  34. ສະຫາຍ ອານຸພາບ ສຸຈັນ
  35. ສະຫາຍ ພັທ ຄຳດາ ມາລາແສງ
  36. ສະຫາຍ ສຸພັນ ສີສົມບັດ
  37. ສະຫາຍ ຄຳຮຸ່ງ ອາລີ

III. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະສັນກັນຢ່າງສົມບູນຮັບຮອງເອົາ

ເລືອກເອົາເລຂາ ແລະ ຮອງເລຂາ ຄະນະບໍລິຫານງານພັກເມືອງຊຸດໃໝ່ຄືດັ່ງນີ້:

  1. ສະຫາຍ ບຸນສະຫວາດ ສີວົງໄຊ ເປັນເລຂາພັກເມືອງ;
  2. ສະຫາຍ ບຸນເພັງ ສົມຈະເລີນ ເປັນຮອງເລຂາພັກເມືອງ;
  3. ສະຫາຍ ຄຳພັນ ສຸຍະລາດ ເປັນຮອງເລຂາພັກເມືອງ.
  4. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະສັນກັນຢ່າງສົມບູນຮັບຮອງເອົາປະ

ທານ ແລະ ຮອງປະທານຄະນະກວດກາພັກ ຄະນະບໍລິຫານງານພັກເມືອງຊຸດໃໝ່ຄືດັ່ງນີ້:

  1. ສະຫາຍ ບຸນເພັງ ສົມຈະເລີນ ເປັນປະທານກວດກາພັກເມືອງ;
  2. ສະຫາຍ ສຸລິສັກ ຂັນທະສັກ ເປັນຮອງປະທານກວດກາພັກເມືອງ;
  3. ສະຫາຍ ນ. ສຸກສະຫວັນ ແກ້ວປະສິດ ເປັນຮອງປະທານກວດກາພັກເມືອງ.
  4. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ XI ໄດ້ເລືອກເອົາຜູ້ແທນສົມບູນຈໍາ

ນວນ 27 ສະຫາຍ, ຍິງ 4 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ, ຍິງ 2 ສະຫາຍ ເພື່ອເຂົ້າກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ເຊິ່ງມີລາຍຊື່ດັ່ງນີ້:

+ ຜູ້ແທນສົມບູນ:

  1. ສະຫາຍ ບຸນສະຫວາດ ສີວົງໄຊ
  2. ສະຫາຍ ບຸນເພັງ ສົມຈະເລີນ
  3. ສະຫາຍ ຄຳພັນ ສຸຍະລາດ
  4. ສະຫາຍ ນ. ວອນມະນີ
  5. ສະຫາຍ ສຸລິວັນ ແສນສະຕິ
  6. ສະຫາຍ ອານຸພາບ ສຸຈັນ
  7. ສະຫາຍ ບຸນສະຫວັນ ເສນຍະໄຊ
  8. ສະຫາຍ ບຸນສອນ ແກ້ວວິໄລ
  9. ສະຫາຍ ສຸພັນ ສີສົມບັດ
  10. ສະຫາຍ ພັທ ຄຳດາ ມາລາແສງ
  11. ສະຫາຍ ສີວິໄລ ອຸ່ນສານ
  12. ສະຫາຍ ສົມຈັນ ອີນຕະພົມ
  13. ສະຫາຍ ຄຳຮຸ່ງ ອາລີ
  14. ສະຫາຍ ບຸນສົມ ພົມມະລາ
  15. ສະຫາຍ ຄອນສະຫວັນ ວົງສາ
  16. ເສີມຈິດ ພົມດວງຈັນ
  17. ສະຫາຍ ໄຊທະວີ ອີນຕະພົມ
  18. ສະຫາຍ ພັທ ຈັນ ສຸຍະລັດ
  19. ສະຫາຍ ສົມພອນ ກະວີແກ້ວຫຼ້າ
  20. ສະຫາຍ ໄຊຍະທອງ ລາວເມົາ
  21. ສະຫາຍ ຈັນທະວົງ ສາວັນໄຊ
  22. ສະຫາຍ ແສງມະດາ ລືວັງລາດ
  23. ສະຫາຍ ນ. ສີມົນຈັນ ເສັດ
  24. ສະຫາຍ ທອງຄຳ ສຸລິຍະ
  25. ສະຫາຍ ນ. ບຸນມີ ແກ້ວຫຼ້າ
  26. ສະຫາຍ ຄຳຜາສຸກ ແກ້ວນາ
  27. ສະຫາຍ ສຸລິສັກ ຂັນທະສັກ

ໃນກອງປະຊຸມ, ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳຜອຍ ວັນນະສານ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງຊຸດເກົ່າໄລຍະ 5 ປີຜ່ານມາ. ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຊີ້ນໍາໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ສຶບຕໍ່ປັບປຸງ, ແກ້ໄຂດ້ານອ່ອນ-ຂໍ້ຄົງຄ້າງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ; ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ ແລະ ສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ກໍຄືປະຊາຊົນບັນດາເຜົ່າໃນທົ່ວເມືອງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ໃຫ້ມີຜົນສຳເລັດ ຕາມເປົ້າໝາຍແຜນການທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet