ເມືອງຜົ້ງສາລີ
ໂຮມຊຸມໝຸມມິດຕິ່ງຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກເມືອງຜົ້ງສາລີ
ໃນຕອນເຊົ້າຂອງວັນທີ່ 17 ເດືອນ ກຸມພາ ປີ 2025 ນີ້ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ ໂດຍພາຍໃຕ້ການເປັນປະທານ ແລະ ຂຶ້ນກ່າວບົດປາໄສ ຂອງທ່ານ ບູນສະຫວາດ ສີວົງໄຊ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຜົ້ງສາລີ ບົດປາໄສທ່ານໄດ້ກ່າວວ່າ ກອງປະຊຸມໄດ້ໄຂຂື້ນຢ່າງສະຫ່ງາຜ່າເຜີຍໃນທ່າມກາງບັນຍາກາດທີ່ທົ່ວພັກ ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຊາວເມືອງຜົ້ງສາລີພວກເບີກບານມ່ວນຊື່ນພາກພູມໃຈຕໍ່ຜົນສໍາເລັດຫຼາຍດ້ານໃນການຈັດຕັ່ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງພັກເວົ້າລວມ ເປັນໄລຍະມ້ວນທ້າຍການຈັດຕັ່ງປະ ຕິບັດສະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງ ແລະ ມີຜົນສໍາເລັດໃນການຈັດຕັ່ງປະຕິບັດສະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງຜົ້ງສາລີ ກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກເມືອງຜົ້ງສາລີໃນຄັ້ງນີ້ ຜູ້ແທນກອງປະຊຸມໄດ້ພ້ອມກັນສັງເກດຕີລາຄາຄືນ ດ້ານດີຜົນງານ ໄຊຊະນະທີ່ຍາດມາໄດ້ ແລະ ຍົກໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ຕະຫຼອດໄລຍະ 5 ປີຜ່ານມາ ແລະ ກຳນົດທິດທາງແຜນການຄາດໝາຍສູ້ຊົນ ໜ້າທີ່ຕົ້ນຕໍ ແລະ ແຜນພັດທະນາເສດຖະກິດ ສັງຄົມ 5 ປີຕໍ່ໜ້າຄັ້ງທີ IV ແຕ່ 2024- 2029.
ພ້ອມກັນນີ້ ຜູ້ແທນສົມບູນໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງ ຄະນະປະຈຳພັກເມືອງ ແລະ ເລືອກເອົາປະທານ ຮອງປະທານກວດກາ ເມືອງຜົ້ງສາລີ ຊຸດທີ Xl ແນໃສ່ປັບປຸງຄະນະບໍລິຫານງານພັກເມືອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານສາມາດຊີ້ນຳ-ນຳພາ ການຈັດຕັ່ງປະຕິບັດແນວທາງການປ່ຽນແປງໃໝ່ ຂອງພັກກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ Xl ໃຫ້ປະກົດຜົນເປັນຈິງ ເຂົ້າຮ່ວມຮັບຟັງມີບັນຄະນະປະຈຳພັກເມືອງ ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງຜົ້ງສາລີ ຕ່າງໜ້າໃຫ້ນັກຮຽນ ແລະ ເລຂາພັກນາຍ ບ້ານເທດສະການເຂົ້າຮ່ວມ 359 ທ່ານ, ຍິງ 196 ທ່ານ.