ຄະນະໂຄສະນາອົບຮົມເມືອງບຸນເໜືອ ແຂວງຜົ້ງສາລີ
ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ
ໃນຕອນເຊົ້າຂອງວັນທີ 6 ກຸມພາ 2025 ຄະນະໂຄສະນາອົບຮົມເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ເປີດພິທີຝຶກອົບຮົມ ໃຫ້ມະຫາຊົນຜູ້ກ້າວ ໜ້າຂະຫຍາຍເຂົ້າພັກ ປະຊາຊົນປະຕວັດລາວ ຊຶ່ງມີ 3 ຈຸດຄື: ຈຸດທີ 1 ໜ່ວຍພັກອ້ອມຂ້າງເມືອງ ແລະ ບ້ານເທດສະບານ; ຈຸດທີ 2 ຮາກຖານກຸ່ມງາຍເໜືອ ແລະ ຈຸດທີ 3 ຮາກຖານກຸ່ມພຽງໄຊ ໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານອົບຮົມ ຂອງສະຫາຍ ບຸນລັງ ຈິດຕະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ.
ຊິ່ງພິທີເປີດຝຶກອົບຮົມໃນທົ່ວເມືອງຄັ້ງນີ້ ລວມມີ 14 ໜ່ວຍພັກ, ເປົ້າໝາຍມະຫາຊົນຜູ້ກ້າວໜ້າ ລວມທັງໝົດ 30 ສະຫາຍ, ຍິງ 13 ສະຫາຍ. ໃນນີ້ມີມະຫາຊົນທີ່ເປັນພະນັກງານລວມ 6 ສະຫາຍ, ຍິງ 5 ສະຫາຍ; ປະຊາຊົນ 24 ສະຫາຍ, ຍິງ 8 ສະຫາຍ.
ມະຫາຊົນຜູ້ກ້າວໜ້າ ໄດ້ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມເອກະສານອົບຮົມ ເພື່ອນຳໄປຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຖານ, ເງື່ອນໄຂ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກໄດ້ ແລະ ມອບໃບຢັ້ງຢືນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ໄດ້ມາເຂົ້າຮ່ວມເຊື່ອມຊຶມເອກະສານໃນຄັ້ງນີ້ຈົນສຳເລັດ.