ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ
ໃນລະຫວ່າງ ວັນທີ 21 ຫາ 22 ມີນາ 2025 ຜ່ານມານີ້ ຢູ່ທີ່ເດີ່ນສວນສາທາລະນະຂອງແຂວງ ທີ່ເທດສະບານແຂວງໃໝ່ ເມືອງບຸນເໜືອ ແຂວງຜົ້ງສາລີ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025) ເຂົ້າຮ່ວມໃນພິທີມີ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ; ມີບັນດາທ່ານການນຳແຂວງ, ອະດີີດການນຳ, ພະນັກງານບຳນານ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ, ອົງ ການທຽບເທົ່າ, ລັດວິສາຫະກິດ ຕະຫຼອດຮອດປະຊາຊົນບັນດາເຜົ່າແຂວງຜົ້ງສາລີ.
ຊຶ່ງພິທີດັ່ງກ່າວ ແມ່ນເລີ່ມຕົ້ນດ້ວຍງານຕະຫຼາດນັດ ແລະ ໃນຄ່ຳຄືນຂອງວັນທີ 21 ມີນາ ໄດ້ມີການສະແດງສີລະປະວັນນະຄະດີ, ຈູດຟັງໄຟດອກ. ພໍຮອດຮຸ່ງເຊົ້າຂອງວັນທີ 22 ມີນາ ການນຳແຂວງ ກໍໄດ້ເຂົ້າວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ – ວາງກະຕາດອກໄມ້ຢູ່ອານຸສອນສະຖານ ປະທານ ໄກສອນ ພົມວິຫານ.
ຈາກນັ້ນ, ໄດ້ມີການແຫ່ກ້ອນກຳລັງ 18 ກຳລັງທີ່ມາຈາກບັນດາພະແນກການອ້ອມຂ້າງແຂວງ, ກຳລັງ ປກຊ, ປກສ, ກອນກຳລັງພະນັກງານ – ລັດຖະກອນ, ກ້ອນກຳລັງອ້ອມຂ້າງເມືອງບຸນເໜືອ, ປະຊາຊົນບັນດາເຜົ່າ ພາຍໃນເທດສະບານເມືອງບຸນເໜືອ ເຂົ້າສູ່ພິທີໂຮມຊຸມນຸມມິດຕິ່ງຢ່າງຄຶກຄື້ນ. ພ້ອມທັງ, ໄດ້ປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22/3/1955 – 22/3/2025) ໃຫ້ສະມາຊິກພັກແຂວງຜົ້ງສາລີ ທີມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນ 608 ສະຫາຍ ໃນນີ້ສະມາຊິກພັກບຳນານ 570 ສະຫາຍ, ຍິງ 76 ສະຫາຍ; ສະມາຊິກພັກປະຈຳການ 38 ສະຫາຍ, ຍິງ 5 ສະຫາຍ; ຮັບຊົມ ແລະ ຮັບຟັງການຖ່າຍທອດສົດສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວສູນທອນ ພົດຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ.
ຈາກນັ້ນ, ສະຫາຍສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ໄດ້ຂື້ນກ່າວຄຳປາໄສຕໍ່ພິທີ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955 – 22/3/2025). ພາຍຫຼັງສຳເລັດພິທີໂຮມຊຸມນຸມມິດຕິ່ງດັ່ງກ່າວບັນດາທີ່ເຂົ້າຮ່ວມໃນພິທີກໍ່ໄດ້ເດີ່ນທ່ຽວຊົມງານຕະະຫຼາດນັດອີກດ້ວຍ.