ເມືອງໃໝ່, ແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ

ເມືອງໃໝ່, ແຂວງຜົ້ງສາລີ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ

     ໃນວັນທີ 15 ພຶດສະພາ 2025, ກອງປະຊຸມໃຫ່ຍຜູ້ແທນ ແນວລາວສ້າງຊາດ ເມືອງໃໝ່ຄັ້ງທີ VII ໄດ້ຈັດຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນຫຼັງໃໝ່ຂອງເມືອງ ໂດຍການເປັນປະທານຂອງ ທ່ານ ນ ແດງ ດວງວິສິດ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນເມືອງ ແລະເປັນກຽດເຂົ້າຮ່ວມຂອງ ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີທ່ານ ພອນທະວີ ໄຊມົນຕີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງໃໝ່, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ບັນດາຜູ້ແທນ, ພ້ອມດ້ວຍແຂກເຊີນເຂົ້າຮ່ວມ.

     ໃນກອງປະຊຸມ ທ່ານ ນ ແດງ ດວງວິສິດ ກຳມະການປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກ ຕີລາຄາຄືນການນໍາພາ-ຊີ້ນໍາ,ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ VI ຂອງຄະນະກຳມະການແນວລາວສ້າງຊາດເມືອງໃໝ່ ຕໍ່ກອງ ປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນແນວລາວສ້າງຊາດເມືອງ, ເຊິ່ງໄດ້ສະຫຼຸບຕີລາຄາ ຍົກໃຫ້ເຫັນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ໃນໄລຍະ 5 ປີຜ່ານມາ (2020 – 2024), ເຊີ່ງໄດ້ຍົກໃຫ້ເຫັນ ດ້ານດີ,ດ້ານອ່ອນ ແລະ ຜົນງານອັນພົ້ນເດັ່ນທີ່ຍາດມາໄດ້ ຫຼາຍດ້ານເປັນ ຕົ້ນແມ່ນ: ໄດ້ເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃຫ້ຖັນແຖວພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພໍ່ຄ້າ, ຊາວຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຜູ້ຊົງຄຸນວຸດທິ, ເຈົ້າກົກ-ເຈົ້າເຫຼົ່າ, ສາສະໜາ, ເພດ-ໄວ ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ ແລະ ທິດທາງ ແຜນການ 5 ປີຕໍ່ໜ້າ 2025-2029, ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກແນວລາວສ້າງຊາດ, ສ້າງຄວາມເຂັ້ມແຂງດ້ານການຈັດຕັ້ງ ແລະ ນະໂຍບາຍ, ຕິດຕາມກວດກາ ແລະ ສະກັດກັ້ນ ດ້ານປະກົດການຫຍໍ້ທໍ້ ແລະ ຊຸກ ຍູ້ການສ້າງເສດຖະກິດຄອບຄົວ ໃຫ້ປະກົດຜົນ ເປັນຈິງ. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ປະກອບຄຳຄິດຢ່າງກົງໄປກົງມາ, ພ້ອມນັ້ນ, ຍັງໄດ້ຮັບຮອງເອົາບົດປະກອບຄໍາເຫັນຜູ້ຕາງໜ້າອົງການພາຄີ ການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານຂອງອົງການ ພາຄີຕໍ່ແນວລາວສ້າງສ້າງຊາດເມືອງ, ການປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ໃນໄລຍະຜ່ານມາ.

     ນອກນັ້ນ ກອງປະຊຸມຍັງໄດ້ປະຊາມະຕິຮັບຮອງເອົາຄະນະກຳມະການແນວລາວສ້າງຊາດເມືອງຊຸດໃໝ່ ຈຳນວນ 38 ທ່ານ,ຍິງ 4 ທ່ານ ເຊິ່ງໄດ້ເຫັນດີເປັນເອກະສັນເລືອກຕັ້ງເອົາ ປະທານ ແລະ ຮອງປະທານ; ໃນນີ້, ເລືອກເອົາທ່ານ ດຣ ພອນສະຫວັນ ມະນີວົງສີ ຄະນະປະຈຳພັກເມືອງ ເປັນປະທານແນວລາວສ້າງຊາດເມືອງ. ແລະ ເລືອກເອົາ ທ່ານ ສີໃສ ລີສົມສະຫວັດ ແລະ ທ່ານ ດອນໄຊ ຈັນດາລາ ເປັນຮອງປະທານແນວລາວສ້າງຊາດເມືອງ.

     ຕອນທ້າຍ ກອງປະຊຸມ ທ່ານ ພອນໄຊ ແກ້ວສົມພັນ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ກໍ່ໄດ້ມີຄໍາເຫັນໂອ້ລົມ ເຊີ່ງທ່ານໄດ້ຮຽກຮ້ອງມາຍັງ ຄະນະພັກອົງການປົກຄອງເມືອງ ເພີ່ມຄວາມເປັນເຈົ້າການໃນການ ນໍາພາ-ຊີ້ນໍາ, ຊຸກຍູ້ ຊ່ວຍໜູນດ້ານຕ່າງໆ ເພື່ອໃຫ້ແນວລາວສ້າງຊາດ ໄດ້ເຄື່ອນໄຫວວຽກງານ ຕາມພາລະ ຕາມບົດບາດ ແລະ ໜ້າທີ່ຫຼາຍຂື້ນກ່ວາເກົ່າ. ນອກນີ້ເອົາໃຫ້ເອົາໃຈໃສ່ສ້າງການຫັນປ່ຽນຮູບແບບ ການພົວພັນປະສານງານລະຫວ່າງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງການເມືອງ,ອົງການຈັດຕັ້ງສັງຄົມ, ພາຄີຂອງແນວລາວສ້າງຊາດ ໃຫ້ມີຄວາມກົມກຽວ ເພື່ອຊ່ວຍເຫຼືອ ແລະ ໃຫ້ການຮ່ວມມື ໃນການປະກອບຄໍາຄິດຄໍາເຫັນ ທີ່ເປັນປະໂຫຍດໃນການພັດທະນາວຽກງານແນວລາວສ້າງຊາດ ໄປສູ່ຄຸນນະພາບໃໝ່ເທື່ອລະກ້າວ ແລະ ຮຽກຮ້ອງມາຍັງບັນດາສະຫາຍຄະນະກຳມະການແນວລາວສ້າງຊາດເມືອງ ເອົາໃຈໃສ່ສຶກສາອົບຮົມປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ທີ່ເຊື່ອຖືສາສະໜາຕ່າງໆ ພ້ອມທັງມີການຕິດຕາມກວດກາ, ຕິດຕາມໃຫ້ຄໍາປຶກສາ, ຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວຂອງທຸກສາສະໜາໃຫ້ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປ ລາວ.

      ພ້ອມກັນນັ້ນກໍຕ້ອງກຳແໜ້ນສະພາບແນວຄິດ, ຄວາມມຸ່ງໝາດປາຖະນາ, ຄວາມຂັດຂ້ອງໝອງໃຈ ຂອງປະຊາຊົນບັນດາເຜົ່າ ເປັນຕົ້ນແມ່ນ: ຜູ້ຊົງຄຸນວຸດທິ, ປະທານແນວໂຮມບ້ານ, ນາຍບ້ານ ເປັນຫຼັກແຫຼ່ງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ເຂົ້າສູ່ຊີວິດຕົວຈິງຂອງປະຊາຊົນບັນດາເຜົ່າ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet