ເມືອງຂວາ, ແຂວງຜົ້ງສາລີ ຈັດພິທີປາຖະກະຖາຫວນຄືນວັນສໍາຄັນ ຂອງພັກ, ຂອງຊາດ

ເມືອງຂວາ, ແຂວງຜົ້ງສາລີ ຈັດພິທີປາຖະກະຖາຫວນຄືນວັນສໍາຄັນ ຂອງພັກ, ຂອງຊາດ

     ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2025 ນີ້ທີ່ສະໂມສອນເມືອງຂວາແຂວງຜົ້ງສາລີໄດ້ຈັດພິທີປາຖະກະຖາຫວນຄືນວັນສໍາຄັນຂອງພັກຂອງຊາດຂຶ້ນຢ່າງເປັນທາງການໂດຍການເປັນປະທານຂອງທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກສ, ອໍານວຍການໂຮງຮຽນອ້ອມຂ້າງ, ນາຍ ແລະ ພົນທະຫານ ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ, ລັດວິສາຫະກິດ ແລະ ເລຂາພັກນາຍບ້ານເທດສະບານເມືອງເຂົ້າຮ່ວມ.

    ໃນພິທີໄດ້ຮັບຟັງເອກະສານປະຫວັດວັນເກີດປະທານ ໂຮຈີມິນ ຄົບຮອບ 135 ປີ (19 ພຶດສະພາ 1890-19 ພຶດສະພາ 2025) ໂດຍທ່ານ ແສງສຸລີ ວົງສະຫວັນ ກໍາມະການພັກເມືອງ  ຫົວໜ້າຄະນະໂຄສະນາອົບຮົມເມືອງ, ຂຶ້ນຜ່ານເອກະສານວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດຄົບຮອບ 65 ປີ(24 ພຶດສະພາ 1960-24 ພຶດສະພາ 2025)ໂດຍທ່ານ ນ.ດາວອນ ພິລາວັນ ກໍາມະການພັກເມືອງ ຫົວໜ້າຫ້ອງການການເງິນເມືອງ, ວັນເກີດທ່ານກາກມາກ ຄົບຮອບ 207 ປີ( 5 ພຶດສະພາ 1818- 5 ພຶດສະພາ 2025) ໂດຍທ່ານ ສົມນຶກ ໄຊຍະຈິດ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ, ວັນໄຊຊະນະບັ້ນຮົບດຽນບຽນຟູຄົບຮອບ 71 ປີ (7 ພຶດສະພາ 1954- 7 ພຶດສະພາ 2025)ໂດຍທ່ານ ວົງເດືອນ ພູມມີທໍາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດເສດຖະກິດ, ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນໃນສົງຄາມໂລກຄັ້ງທີ2 ຄົບຮອບ 80 ປີ (9 ພຶດສະພາ 1945-9 ພຶດສະພາ 2025) ໂດຍທ່ານ ບຸນແກ້ວ ເລທິວັນ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ ແລະ ໃຫ້ກຽດຜ່ານເອກະສານວັນຜ່າວົງປິດລ້ອມ ຂອງກອງພັນທີ2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງຄົບຮອບ 66 ປີ (18 ພຶດສະພາ 1959-18 ພຶດສະພາ 2025) ໂດຍ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານແນວລາວສ້າງຊາດເມືອງໂດຍເນື້ອໃນເອກະສານໄດ້ສ່ອງແສງໃຫ້ເຫັນເຖິງການນໍາພາຂອງພັກຖືກຕ້ອງສະຫຼາດສ່ອງໃສ, ໃນຂະບວນການຕໍ່ສູ້ການຜ່າວົງປິດລ້ອມຂອງກອງພັນທີ2 ໄດ້ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງ ການຜ່າວົງປິດລ້ອມຂອງກອງພັນທີ2 ແມ່ນໄຊຊະນະອັນໃຫຍ່ຫຼວງຂອງກໍາລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ເປັນປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍາຄ່າທີ່ສຸດໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາທີ່ຍາດເອົາໄຊຊະນະໃນໄລຍະຕໍ່ມາ.

ພ້ອມດ່ຽວກັນນັ້ນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວສ້າງຊາດ ໃນການຕໍ່ສູ້ທາງການເມືອງ, ການທະຫານ ແລະ ການຕ່າງປະເທດອັນຄ່ອງແຄ້ວຂອງບັນດາຜູ້ນໍາຂອງພັກ, ແນວລາວຮັກຊາດໃນເວລາຖືກຄຸມຂັງ ແລະ ໃນເວລາໂຕນອອກຈາກຄຸກແລ້ວ ເຊິ່ງສະແດງເຖິງນໍ້າໃຈຕໍ່ສູ້ປະຕິວັດທີ່ກ້າແກ່ນເດັດດ່ຽວໜຽວແໜ້ນ ບໍ່ຍອມຈໍານົນຂອງບັນດາຜູ້ນໍາ, ສາມາດຂົນຂວາຍທະຫານ, ຕໍາຫຼວດ  ແລະ ສາລະວັດທະຫານຂອງສັດຕູ ທີ່ເຂົ້າຍາມຄຸກ. ເຮັດໃຫ້ເຂົາເຈົ້າມີຈິດໃຈຮັກຊາດ, ມີຄວາມຕັດສິນໃຈຍອມເສຍສະຫຼະສູງສົ່ງ ປ້ອງກັນ ແລະ ພາຜູ້ນໍາຂອງພັກ, ແນວລາວຮັກຊາດໂຕນອອກຈາກຄຸກ ໄປສູ່ເຂດທີ່ໝັ້ນປະຕິວັດໄດ້ຢ່າງປອດໄພ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet