ອົງການປົກຄອງແຂວງຜົ້ງສາລີ ເປີດກອງປະຊຸມເປີດກວ້າງຄັ້ງທີ 10 ຊຸດທີ IX

ອົງການປົກຄອງແຂວງຜົ້ງສາລີ ເປີດກອງປະຊຸມເປີດກວ້າງຄັ້ງທີ 10 ຊຸດທີ IX

     ກອງປະຊຸມເປີດກວ້າງຄັ້ງທີ 10 ຂອງອົງການປົກຄອງແຂວງຜົ້ງສາລີ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2025 ນີ້ ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ ໂດຍການເປັນປະທານຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ, ເຂົ້າຮ່ວມມີບັນດາທ່ານຮອງເຈົ້າແຂວງ, ສະມາຊິກອົງການປົກຄອງແຂວງ, ປະທານຄະນະກຳມະການປົກຄອງ 7 ເມືອງ, ແຂກເຊີນ ແລະ ພາກສວ່ນກ່ຽວຂ້ອງເຂົ້າຮ່ວມ.

     ໃນກອງປະຊຸມທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄດ້ສະເໜີຈຸດປະສົງ, ກ່າວເປີດຢ່າງເປັນທາງການ ແລະ ເຜີຍແຜ່ນິຕິກຳຂອງລັດຖະບານຈຳນວນໜຶ່ງ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກ ງານອົງການປົກຄອງແຂວງໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ທົບທວນຄືນການຜັນຂະຫຍາຍມະຕິ04/ກມສພ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ຂອງບັນດາພະແນກການ ແລະ ບັນດາເມືອງ, ຕີລາຄາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 9 ຊຸດທີ IX, ສະຫຼູບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາເສດຖະກິດ-ການເງິນ ປະຈຳ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2025 ແລະ ວິທີການ,ມາດຕະການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2025, ຮັບຟັງການລາຍງານການຂື້ນສຳມະໂນທີ່ດີນ,ການອອກໃບຕາດີນ ແລະ ການຈັດສັນ 8 ປະເພດທີດີນຂັ້ນບ້ານ ແບບມີສວ່ນຮ່ວມ ແລະ ການແກ້ໄຂບັນຫາທີ່ດີນທີ່ເກີດຂື້ນ ໃນ6ເດືອນຕົ້ນປີ ແລະ ທິດທາງ,ມາດຕະການໃນ 6 ເດືອນທ້າຍປີ 2025, ລາຍງານການແກ້ໄຂບັນຫາ 3 ປະເພດປ່າໃນ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2025 ແລະ ວິທີການ,ມາດຕະການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2025, ລາຍງານຄວາມພ້ອມໃນການກະກຽມ ແລະທົດລອງສ້າງຕາແສງ ພາຍໃນທົ່ວ ແຂວງຜົ້ງສາລີ,ລາຍງານສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງ ຕາມ 6 ວຽກໃຫຍ່ຕົ້ນຕໍມາຮອດເດືອນ 6 ປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ແລະທິດທາງ 2026-2030, ທົບທວນຄືນການຈັດຕັ້ງປະຕິບັດເອກະສານລຸ່ມກົດ ໝາຍທີ່ໄດ້ຮັບຮອງ,ຈັດຕັ້ງປະຕິບັດ ຜ່ານມາແລະ ມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າ, ລາຍງານຄວາມພ້ອມໃນການກະກຽມ ແລະ ຜ່ານຮ່າງນິຕິກຳໃຕ້ກົດໝາຍວ່າດ້ວຍກອງທືນທາງ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມທີ່ຕາງໜ້າແຕ່ລະຂົງເຂດວຽກງານຍັງຈະໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນ ແລະ ຮັບຮອງເອົາບັນດາເນື້ອໃນທີໄດ້ສະເໜີຂື້ນໃນກອງປະຊຸມ.

     ກອງປະຊຸມເປີດກວ້າງຄັ້ງທີ 10 ຂອງອົງການປົກຄອງແຂວງຜົ້ງສາລີ ຊຸດທີ IX ຈະໄດ້ດຳເນີນໄປ 2 ວັນຈົນຮອດວັນທີ 10 ກໍລະກົດ 2025 ຈຶ່ງຈະສຳເລັດ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet