ຄະນະໂຄສະນາອົບຮົມເມືອງບຸນໃຕ້ ແຂວງຜົ້ງສາລີ
ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ
ໃນລະຫວາງວັນທີ 1 ຫາ 4 ກໍລະກົດ 2025 ຜ່ານມານີ້ ຄະນະໂຄສະນາອົບຮົມເມືອງບຸນໃຕ້ ໄດ້ລົງສົມທົບກັບເລຂາຄະນະພັກຮາກຖານກຸ່ມ ນາແຕນ, ກຸ່ມເພຍສຸ ແລະ ກຸ່ມສຳພັນໄຊ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຊຸດທີ່ I ຂອງ 06 ເດືອນຕົ້ນປີ 2025 ໃຫ້ບັນດາໜ່ວຍພັກ ຈໍານວນ 13 ໜ່ວຍພັກ, ທິ່ຂຶ້ນກັບກຸ່ມນາແຕນ, ກຸ່ມເພຍສຸ ແລະ ກຸ່ມສຳພັນໄຊຄື: ໜ່ວຍພັກບ້ານຈາຄຳແດງ, ໜ່ວຍພັກບ້ານສາປາ, ໜ່ວຍພັກບ້ານເພຍສຸ, ໜ່ວຍພັກ ມສ ສຳພັນໄຊ, ໜ່ວຍພັກບ້ານເຕີກາ, ໜ່ວຍພັກບ້ານສຳພັນໄຊ, ໜ່ວຍພັກບ້ານຈາຄຳລື, ໜ່ວຍພັກບ້ານເຊັ່ງກາງ, ໜ່ວຍພັກບ້ານອີເປີຈິງ, ໜ່ວຍພັກບ້ານເຈີຢາ, ໜ່ວຍພັກບ້ານນານ້ຳ, ໜ່ວຍພັກບ້ານພູຄໍ້, ແລະ ໜ່ວຍພັກບ້ານລົງທາງ, ໃນພິທີມີບັນດາສະຫາຍ ເລຂາຄະນະພັກຮາກຖານກຸ່ມ, ເລຂາພັກບ້ານ, ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ແລະ ຄະນະທິມງານຂັ້ນເມືອງ ເຂົ້າຮ່ວມທັງໝົດລວມ 25 ສະຫາຍ, ຍິງ 08 ສະຫາຍ.
ໃນພິທີເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າ ທີ່ຈະຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ຊຸດທີ I ຂອງ 06 ເດືອນຕົ້ນປີ 2025 ຄັ້ງນີ້ ສະຫາຍ ນາງ ເພັດມະນີ ຈິດດາພອນ ຮັກສາການຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ສະເໜີບັນດາເອກະສານຕາມເນື້ອໃນຫົວຂໍ້ 13 ຄຳຖາມ 13 ຄຳຕອບ ມະຫາຊົນແຕ່ລະສະຫາຍມີຄວາມຕື່ນຕົວເປັນເຈົ້າການຮຽນຮູ້ເນື້ອໃນເອກະສານໄດ້ດີພໍສົມຄວນ. ພ້ອມດຽວກັນນັ້ນ ພາຍຫຼັງສຳເລັດການເຊື່ອມຊຶມເອກະສານແລ້ວ ຄະນະໂຄສະນາອົບຮົມເມືອງ ໄດ້ມອບໃບຢັ້ງຢືນ ເພື່ອເປັນບ່ອນອີງຫຼັກຖານສະເໜີຮຽນກົດລະບຽບພັກ ຕາມຂັ້ນຕອນຂອງການຂະຫຍາຍພັກ.