ມອບ – ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ຍອດອູ ລະຫວ່າງ(ຜູ້ເກົ່າ ແລະ ຜູ້ໃໝ່ )

ມອບ – ຮັບ ໜ້າທີ່ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ຍອດອູ ລະຫວ່າງ(ຜູ້ເກົ່າ ແລະ ຜູ້ໃໝ່ )

     ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 7 ກໍລະກົດ 2025 ນີ້. ນະທີ່ຫ້ອງປະຊຸມສະໂມສອນເມືອງ ພາຍໃຕ້ການເປັນປະທານຂອງທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ຮັກສາການປະທານຄະນະກຳມະການປົກຄອງ ເມືອງ ມີທ່ານ ບຸນສີ ຍີນດາວັນ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ , ມີທ່ານ ແສງເມືອງ ພົມມະວົງ ກຳມະການປະຈໍາພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມີບັນດາທ່ານຄະນະທີມງານປັບປຸງກົງຈັກການຈັດຕັ້ງຂັ້ນເມືອງ, ມີຄະນະຫ້ອງການ ຕະຫຼອດຮອດພະນັກງານພາຍໃນຫ້ອງການເຂົ້າຮ່ວມທັງໝົດ 11 ທ່ານ, ຍິງ 6 ທ່ານ.

     ໃນພິທີ ທ່ານ ນາງ ບົວໄພ ແສງຈັນ ຕາງໜ້າຄະນະທີມງານເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການຍົກຍ້າຍພະນັກງານ – ລັດຖະກອນໄປຮັບໜ້າທີ່ຢູ່ບ່ອນໃໝ່ ເຫັນດີຍົກຍ້າຍທ່ານ ແສງເມືອງ ພົມມະວົງ ອາດີດຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປເປັນຫົວໜ້າຄະນະໂຄສະນາອົບຮົມເມືອງ, ມະຕິຕົກລົງວ່າດ້ວຍ ການແຕ່ງຕັ້ງລັດຖະກອນດຳລົງຕຳແໜ່ງບໍລິຫານປະເພດ 3 ສະບັບເລກທີ 175/ມຍອ ລົງວັນທີ 6 ມິຖຸນາ 2025 ເຫັນດີແຕ່ງຕັ້ງ ທ່ານ ແສງເມືອງ ພົມມະວົງ ກຳມະການປະຈໍາພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຍ້າຍມາເປັນຫົວໜ້າຄະນະໂຄສະນາອົບນົມເມືອງ ແລະ ມະຕິຕົກລົງວ່າດ້ວຍ ການບົງຕົວແຕ່ງຕັ້ງເລຂາໜ່ວຍພັກ ສະບັບເລກທີ 113/ຄພມ ລົງວັນທີ 2 ກໍລະກົດ 2025 ເຫັນດີບົງຕົວແຕ່ງຕັ້ງທ່ານ ແສງເມືອງ ພົມມະວົງ ກຳມະການປະຈໍາພັກເມືອງ ເປັນເລຂາໜ່ວຍພັກ ຫ້ອງການຄະນະໂຄສະນາອົບຮົມເມືອງ. ຈາກນັ້ນທ່ານ ບຸນສີ ຍີນດາວັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງຜູ້ເກົ່າ ກໍ່ໄດ້ຂື້ນຜ່ານບົດສະຫຼຸບຫຍໍ້ຕະຫຼອດໄລຍະການຊີ້ນຳ-ນຳພາ 5 ປີຜ່ານມາ, ແລະ ບົດບັນທຶກມອບ-ຮັບໜ້າທີ່ພ້ອມທັງເຊັນບົດບັນທຶກມອບ ຮັບຕົວຈິງ ລະຫວ່າງ ທ່ານ ບຸນສີ ຍີນດາວັນ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຜູ້ເກົ່າ ກັບທ່ານ ແສງເມືອງ ພົມມະວົງ ກຳມະການປະຈໍາພັກເມືອງ ຫົວໜ້າຄະນະຖຄສະນາອົບຮົມເມືອງ ຜູ້ໃໝ່   ໂດຍຊ່ອງໜ້າທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ຮັກສາການປະທານຄະນະກຳມະການປົກຄອງເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ.

        ມາໃນຕອນທ້າຍຂອງພິທີຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ຮັກສາການປະທານຄະນະກຳມະການປົກຄອງເມືອງ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດແຫ່ງການຊີ້ນໍາ-ນໍາພາຂອງຫົວໜ້າຄະນະໂຄສະນາອົບຮົມເມືອງຜູ້ເກົ່າ ທີ່ເຮັດໄດ້ຜົນສຳເລັດຫຼາຍດ້ານ ເຊິ່ງສະແດງອອກໃນບົດສະຫຼຸບຕະຫຼອດໄລຍະການຊີ້ນຳ-ນຳພາ ແລະ   ທ່ານຍັງໄດ້ເນັ້ນໃຫ້ຜູ້ມາຮັບໜ້າທີ່ໃໝ່ ຈົ່ງສືບຕໍ່ຄົ້ນຄ້ວາ, ເຊື່ອມຊຶມບັນດາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ-ລັດນໍາພາ-ຊີ້ນໍາເຮັດວຽກເປັນໝູ່ຄະນະ ແລະ ເປັນຫົວຈັກຫຼັກແຫຼ່ງ ໃນການສ້າງສາພັດທະນາ ໃຫ້ມີຄວາມເຂັ້ມແຂງຮອບດ້ານ, ຄົ້ນຄ້ວາຮໍ່າຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງເພື່ອສືບຕໍ່ຊີ້ນໍາ-ນໍາພາ, ປັບປຸງ ແລະ ພັດທະນາວຽກງານຂອງຂົງເຂດທີ່ຕົນຮັບຜິດຊອບໃຫ້ມີຄວາມກ້າວໜ້າ, ເປັນເຈົ້າການເຕົ້າໂຮມຄວາມສາມັກຄີເປັນປືກແຜ່ນແໜ້ນໜາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານສະມາຊິກພັກໃຫ້ມີຄວາມໜັກແໜ້ນ  ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນພັກໃຫ້ແໜ້ນແຟ້ນ ພາຍນອກໃຫ້ກ້ວາງຂວາງ, ສືບຕໍ່ນໍາເອົາແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ມາໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet