ທ່ານ ເຈົ້າແຂວງຜົ້ງສາລີ
ເນັ້ນຫຼາຍບັນຫາຕໍ່ກອງປະຊຸມເປີດກວ້າງຄັ້ງທີ 10 ຂອງອົງການປົກຄອງແຂວງຜົ້ງສາລີ ຊຸດທີ lX
ທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງ ແຂວງຜົ້ງສາລີ ໄດ້ເນັ້ນຫຼາຍບັນຫາຕໍ່ກອງປະຊຸມເປີດກວ້າງ ຄັ້ງທີ 10 ຊຸດທີ lX ຂອງອົງການປົກຄອງແຂວຜົ້ງສາລີ ໂດຍສະເພາະຕໍ່ກັບບັນດາຕົວເລກສະຖິຕິໃນລະບົບຕາຕະລາງສັງລວມ ການຈັດຕັ້ງປະຕິບັດບັນດາຄາດໝາຍໃຫ່ຍໆຂອງແຜນການ 5 ປີ (2021-2025) ກໍ່ຄືຄາດໝາຍຂອງແຜນ ການປີ 2025 ແລະ ຈະເປັນຕົວເລກສະຫຼຸບ ແລະ ຄາດຄະເນປະຕິບັດແຜນການ 5 ປີຄັ້ງທີ IX (2021-2025) ຂອງແຂວງ ເພື່ອກະກຽມໃຫ້ແກ່ການກະກຽມເນື້ອໃນກອງປະຊຸມໃຫ່ຍຄັ້ງທີ XII ຂອງອົງຄະນະພັກແຂວງ; ດັ່ງນັ້ນ ມອບໃຫ້ພະແນກແຜນ ການ ແລະ ການລົງທຶນແຂວງ ສົມທົບກັບພະແນກການ, ອົງການທີ່ກ່ຽວຂ້ອ ແລະ ເມືອງ ລົງເລິກວິເຄາະ, ວິໄຈ ແລະ ປັບປຸງຄືນໃຫ້ຖືກຕ້ອງ,ຄົບຖ້ວນ ແລະ ຊັດເຈນ ແລະ ສອດຄ່ອງກັບບົດລາຍງານຕ່າງໆທີ່ກ່ຽວຂ້ອງ, ຕໍ່ກັບການຂຸດຄົ້ນ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ລື່ນແຜນການ.ຊອກໃຫ້ເຫັນແຫຼ່ງລາຍຮັບໃດແດ່ ທີ່ເກັບບໍ່ໄດ້ໝົດ, ແຫຼ່ງລາຍຮັບໃດແດ່ຍັງຮົ່ວໄຫຼ, ແຫຼ່ງລາຍຮັບໃດແດ່ ຍັງບົ່ມຊ້ອນ, ແຫຼ່ງລາຍຮັບໃດແດ່ ຈະເກີດຂຶ້ນໃໝ່,ວາງແຜນການຈັດເກັບເປັນເດືອນ, ເປັນອາທິດ ແລະ ເປັນແຜນມື້ ກໍານົດວິທີການ ແລະ ມາດຕາການ ຈັດເກັບ ແລະ ມອບຄວາມຮັບຜິດຊອບໃຫ້ລະອຽດ ຈະແຈ້ງ, ໃຫ້ສາມາດກວດກາ ແລະ ກວດສອບໄດ້.ຕໍ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ໃຫ້ກອງບັນຊາການ ປກສ ແຂວງສົມທົບກັບ 7 ເມືອງ ສັງລວມຄືນ ໃຫ້ລະອຽດຈະແຈ້ງ ກ່ອນບໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ: ເປົ້າໝາຍຜະລິດ, ເປົ້າໝາຍຂົນສົ່ງ, ເປົ້າໝາຍຊື້-ຂາຍ ແລະ ເປົ້າໝາຍເສບຕິດ,ແລະ ມອບຄວາມຮັບຜິດຊອບໃນການແກ້ ລະຫວ່າງ ປກສ ແຂວງ ແລະ 7 ເມືອງໃຫ້ລະອຽດຈະແຈ້ງ ສາມາດກວດກາ ແລະ ກວດສອບໄດ້, ຕໍ່ຮ່າງບົດລາຍງານການຂຶ້ນສໍາມະໂນທີດີນ, ການອອກໃບຕາດີນ ແລະ ການຈັດສັນ 8 ປະເພດທີດີນ ຂັ້ນບ້ານແບບມີສ່ວນຮ່ວມ ແລະ ການແກ້ໄຂບັນຫາທີດີນທີ່ເກີດຂຶ້ນໃນ 6 ເດືອນຕົ້ນປີ ແລະ ທິດທາງແຜນການ, ວິທີການ ແລະ ມາດຕະການໃນ 6 ເດືອນທ້າຍປີ 2025.ສຸມໃສ່ກວດກາຄືນການຂຶ້ນສໍາມະໂນ ແລະ ອອກໃບຕາດິນ ໃນເທດສະບານແຂວງ ແລະ ເທດສະບານເມືອງ ແລະ ບັນດາບ້ານ ທີ່ໄດ້ອອກໃບຕາດິນມາແລ້ວ ເພື່ອສັງລວມເປັນຂໍ້ມູນຖານລາຍຮັບ ແລະ ມອບໃຫ້ຂະແໜງການເງິນແຕ່ລະຂັ້ນ ຈັດເກັບ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ,ໃຫ້ພະແນກການ,ອົງການຂັ້ນແຂວງ ສົມທົບກັບເມືອງ ກວດກາຄືນ ດິນທີ່ນອນໃນຄວາມຮັບຜິດຊອບຂອງຕົນ ໄດ້ຂຶ້ນບັນຊີ ແລະ ອອກໃບຕາດິນແລ້ວເທົ່າໃດ ແລະ ຍັງຄ້າງເທົ່າໃດ ໃຫ້ສອບຕໍ່ວັກແທດ ແລະ ອອກໃບຕາດິນ ໃຫ້ສໍາເລັດ,ສືບຕໍ່ກວດກາຄືນບ້ານທີ່ໄດ້ ຈັດສັນ 8 ປະເພດທີ່ດິນຂັ້ນບ້ານແລ້ວ, ມີການຄຸ້ມຄອງ ແລະ ປົກປັກຮັກສາແນວໃດ ແລະ ສຸມໃສ່ມອບຄວາມຮັບຜິດຊອບໃນການຄຸ້ມຄອງແນວໃດ ຈຶ່ງເຂັ້ມງວດ ແລະ ມີປະສິດຕິຜົນ; ພ້ອມກັນນັ້ນ ກໍ່ສືບຕໍ່ດໍາເນີນວຽກ ດັ່ງກ່າວ ຕໍ່ໄປ ຈົນສໍາເລັດທຸກບ້ານ ໃນທົ່ວແຂວງ,ຕໍ່ກັບການຈັດຕັ້ງປະຕິບັດມະຕິ 04ກມສພ(ສອຈ)ບັນດາພະແນກການ, ອົງການຂັ້ນແຂວງ ແລະ ບັນດາເມືອງ ຄົ້ນຄ້ວາ ແລະ ກໍານົດໃຫ້ລະອຽດ ຈະແຈ້ງ ອັນຂະແໜງການຕົນ,ເມືອງ ຂອງຕົນ ສາມາດກຸ້ມຕົນເອງ ຫຼື ເປັນເຈົ້າຕົນເອງໄດ້ແລ້ວ ແລະ ຍັງມີອັນໃດ ບໍ່ສາ ມາດກູ່ມຕົນ, ຫັນເປັນແຜນການ,ແຜນງານ ແລະ ໂຄງການ ເພື່ອສຸມໃສ່ຈັດຕັ້ງປະຕິບັດ ໃຫ້ກຸ້ມຕົນເອງ ແລະ ເປັນເຈົ້າຕົນ,ຕໍ່ຮ່າງລາຍງານການຈັດຕັ້ງປະຕິບັດນິຕິກໍາລຸ່ມກົດ ໝາຍຂອງແຂວງຜົ້ງສາລີ ທີ່ໄດ້ຮັບຮອງ ແລະ ຈັດຕັ້ງປະຕິບັດຜ່ານມາ ແລະ ສະເໜີວິທີການ ແລະ ມາດຕະການຈັດຕັ້ງປະຕິບັດຕໍ່ໄປ; ກວດກາຄືນບັນດາ ນິຕິກໍາລຸ່ໃກົດໝາຍ ແລະ ມອບຄວາມຮັບຜິດຊອບ ໃນການຄຸ້ມຄອງ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດ ໃຫ້ເຂັ້ມງວດກ່ວາເກົ່າ,ສືບຕໍ່ປັບປຸງຮ່າງນິກໍາລຸ່ມກົດໝາຍ ເພື່ອນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາປະຊາຊົນແຂວງຊຸດທີ II ພິຈາລະນາ ຮັບຮອງ,ຕໍ່ຮ່າງບົດລາຍງານສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງ ໃນ 6 ເດືອນ ຕົ້ນປີ ແລະ ທິດທາງ,ແຜນການ 6 ເດືອນທ້າຍປີ 2025 ແລະ ທິດທາງ,ແຜນການແຕ່ປີ 2026-20230 ໃຫ້ ອພບຕ ປັບປຸງຄືນຕາມການປະກອບຄໍາເຫັນຂອງຜູ້ແທນກອງປະຊຸມ, ໃຫ້ເປັນການ,ແຜນງານ ແລະ ໂຄງການແນໃສ່ ສ້າງເທດສະບານແຂວງ ທີ່ບຸນເໜືອ ເປັນໃຈກາງດ້ານການເມືອງ ແລະ ການປົກຄອງຂອງແຂວງ; ເປັນເທດສະບານ ທີ່ມີຄວາມທັນສະໄໝ, ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ; ເປັນເທດສະບານສີຂຽວ, ມີຄວາມສະອາດງາມຕາ ແລະ ໜ້າຢູ່, ໜ້າທ່ອງທ່ຽວ.
ໃຫ້ແຍກອອກມາເປັນແຜນການປີ2026 ໂດຍສຸມໃສ່.ການອະນາໄມເສັ້ນທາງ ແລະ ສວນສາທາລະນະ ໃນເທດສະບານແຂວງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປັບປຸງແຄມທາງຄົນຍ່າງສອງເບື້ອງ,ບ່ອນໃດສູງຂຸດອອກ ແລະ ບ່ອນໃດຕ່ຳ ໃຫ້ເອົາດິນຖົມ ເພື່ອບໍ່ໃຫ້ນໍ້າອັ່ງຢູ່ທາງຍ່າງ, ກວດກາຄືນຕົ້ນໄມ້ທີ່ໄດ້ປູກຜ່ານມາຢູ່ຕາມເສັ້ນທາງແຕ່ລະເສັ້ນ ແລະ ບົວລະບັກຮັກສາ, ຕົ້ນໃດຕາຍກໍປູດທົດແທນ ໃຫ້ມີຄວາມຈົບງາມ,ສໍາຫຼວດ-ອອກແບບ ແລະ ຈັດສັນດິນເປົ່າຫວ່າງ ຢູ່ຂອບເຂດ ແລະ ລະຫວ່າງ ສໍານັກງານ,ອົງການ ເພື່ອພັດທະນາໃຫ້ມີຄວາມຈົບງາມ,ແລະ ວຽກອື່ນໆ ທີ່ຈໍາເປັນກ່ອນ,ຕໍ່ກັບ ການກະກຽມສ້າງຕັ້ງຕາແສງ,ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນເມືອງ,ສຸມໃສ່ສ້າງ 3 ຈຸດກ່ອນ( ຈຸດບ້ານຢໍ້, ຈຸດປາກນໍ້ານ້ອຍ ແລະ ຈຸດ ບ້ານ ລຸ້ງຈິ້ງ); ສ່ວນຈຸດອື່ນກໍ່ກະກຽມໄປເທື່ອລະກ້າວ ຕາມຄວາມສາມາດຕົວຈິງ.ຂັ້ນຕອນໃນການສ້າງ: ເລີ່ມຈາກການຄົ້ນຄ້ວາກົງຈັກການຈັດຕັ້ງ, ສະຖານທີ່ເຮັດວຽກ, ສະຖານທີ່ພັກເຊົາ ແລະ ອຸປະກອນ, ພາຫະນະ ຮັບໃຊ້ການເຄື່ອນໄຫວວຽກງານ, ວຽກຈຸດສຸມໃນ 6 ເດືອນທ້າຍປີ2025 ແລະ ໃນຕໍ່ໜ້າໃຫ້ສຸມໃສ່,ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ເປັນຕົ້ນແມ່ນ 9 ໜໍ່ແໜ່ງ ທີ່ພາໃຫ້ເກີດປະກົດການຫຍໍ້ ແລະ ຄວາມບໍ່ສະຫງົບໃນສັງຄົມ ເປັນຕົ້ນບັນຫາສິ່ງເສບຕິດຕ່າງໆ, ບັນຫາອຸປະ ຕິເຫດທ້ອງຖະໜົນ, ຂີ້ລັກງັດແງະ, ບັນຫາການບຸລຸກທີ່ດິນສະ ຫງວນຂອງລັດ, ການບຸກລຸປ່າໄມ້, ການລັກລອບເຂົ້າເມືອງ ແລະ ອື່ນໆ ເພື່ອເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງການເມືອງຢ່າງ ໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ປອດໄພ,ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ, ຕິດພັນກັບການຈັດຕັ້ງຜັນຂະຫຍາຍ,ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກແຂວງ ແລະ ມະຕິ, ຄໍາສັ່ງຂອງສູນພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 9 ສະໄໝທີ XI ຕິດພັນກັບການກະ ກຽມເນື້ອໃນຂອງກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ກໍ່ຄືການກະກຽມດໍາເນີນກອງປະຊຸມໃຫ່ຍຄັ້ງທີ XII ຂອງອົງຄະນະພັກແຂວງ ໃຫ້ມີເນື້ອໃນຄົບຖ້ວນ ແລະ ເລິກເຊິ່ງ ຕິດພັນກັບການສຶກສາອົບຮົມນໍາການເມືອງແນວຄິດ ໃຫ້ພະນັກງານສະມາຊິພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ເຫັນໄດ້ຄວາມຫຍຸ້ງຍາກ, ເຫັນໄດ້ຄວາມເປັນຈິງ, ເຫັນໄດ້ທ່າແຮງຂອງແຂວງເຮົາ ແລະ ເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ, ຮັກສິ່ງຕົນເອງມີ, ຕົນເອງເຮັດໄດ້, ປົກປັກຮັກສາ ແລະ ຊົມໃຊ້ໃຫ້ເປັນປະໂຫຍດສູງສຸດ; ມີຄວາມຄຽດແຄ້ນສັດຕູ ແລະ ພ້ອມ ກັນສູ້ຊົນຈັດຕັ້ງປະຕິ ບັດຕາມຄວາມຮັບຜິດຊອບ, ຕາມພັນທະໜ້າທີ່ຂອງຕົນ ແລະ ພ້ອມກັນສູ່ຊົນຈັດຕັ້ງປະຕິບັດ ໃຫ້ປະ ກົດຜົນເປັນຈີງ; ເພື່ອເຮັດວຽກງານການເມືອງ-ແນວຄິດໄດ້ດີ ກ່ອນອື່ນໝົດກໍ່ຕອງກໍາໄດ້ສະພາບແນວຄິດຂອງພະນັກງານ,ສະມາຊິກພັກ,ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໃຫ້ຖືກຕ້ອງ ແລະ ແກ້ໄຂໃຫ້ແທດເຖິງຕົວຈິງ ແລະ ມີຄວາມສະຫງົບ, ສືບຕໍ່ປ້ອງກັນ ແລະ ເຝົ້າລະວັງໄພພິບັດທໍາມະຊາດ, ທາງສັງຄົມ, ພະຍຸພະຍາດລະດູການ, ຊຶ່ງອາດເກີດຂຶ້ນ ກັບ ຄົນ, ສັດ ແລະ ພືດພັນທັນຍາຫານ ເປັນຕົ້ນການປ້ອງກັນໄຂຍຸງລາຍ(ໄຂ້ເລືອດອອກ)ໃຫ້ທົ່ວເຖິງ.ຊຸກຍູ້ການຜະລິດເຂົ້ານາ ແລະ ເຂົ້າໄຮ່, ການຜະລິດສະບຽງອາຫານ, ທັນຍາຫານ ເພື່ອຊົມໃຊ້ພາຍໃນ ທົດແທນການນໍາເຂົ້າຕິດພັນກັບການດຸ່ນດ່ຽງຄວາມຕ້ອງການພາຍໃນ ແລະ ການສົ່ງ ເສີມການຜະລິດ ສົ່ງອອກຕິດພັນກັບການດຸ່ນດ່ຽງແຮງງານ ແລະ ການແກ້ໄຄຄວາມທຸກຍາກ; ອັນສໍາຄັນແມ່ນ ການບົວລະບັດຮັກສາໃຫ້ດີ, ໃຫ້ຖືກເຕັກນິກ, ເມື່ອເກີດມີການເສຍຫາຍ ກໍ່ຕ້ອງມີແຜນປູກພືດທົດແທນ ຢ່າງທັນການ,ທັນເວລາ,ຊີ້ນໍາການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ແລະ ມະຕິກອງປະຊຸມຂອງສະພາປະ ຊາຊົນແຂວງ ດ້ວຍຄວາມຮັບຜິດຊອບສູງຂອງແຕ່ລະພາກສ່ວນ ແລະ ໃຫ້ປະກົດຜົນເປັນຈິງ; ພ້ອມກັນນັ້ນ ກໍ່ກະກຽມບັນດາເນື້ອໃນ ເພື່ອໄປລາຍງານຕໍ່ກອງປະຊຸມ ສະໄໝສາ ມັນເທື່ອທີ 9 ຂອງສະພາປະຊາຊົນແຂວງຊຸດທີ II ໃຫ້ຄົບຖ້ວນ ແລະ ທັນເວລາ,ຊີ້ນໍາການຊຸກຍູ້ການຈັດຕັ້ງປະຕິບັດ ແລະ ການກວດກາປະເມີນຜົນການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານ, ສະມາຊິກພັກ, ສະມາຊິກບັນດາອົງການຈັດຕັ້ງມະຫາຊົນ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ປະຈໍາປີ 2025, ສືບຕໍ່ຊີ້ນໍາວຽກງານພົວພັນຮ່ວມືກັບຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ຕາມບົດບັນທຶກການຮ່ວມມືທີ່ໄດ້ລົງນາມນໍາກັນ ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ.ກະກຽມສະເຫຼີມສະຫຼອງວັນສໍາຄັນຂອງພັກ-ຂອງຊາດ ເປັນຕົ້ນ ວັນສາຖາປາ ສປປລາວ ຄົບຮອບ 50ປີ ແລະ ວັນຄ້າຍວັນເກີດ ປະທາໄກສອນພົມວີຫານ ຄົບຮອບ 105 ປີ.ສໍາລັບເນື້ອໃນກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 11 ຂອງອົງການປົກ ຄອງແຂວງ ຊຸດທີ IX ເປັນກອງປະຊຸມປະຈໍາປີ 2024 ແມ່ນສຸມໃສ່ ວຽກດັ່ງນີ້.ສະຫຼຸບການຈັດຕັ້ງປະຕິບັດວຽກງານອົງການປົກຄອງແຂວງ ໃນປີ 2025 ແລະ ກໍານົດທິດທາງແຜນ ການປີ 2026 ຕິດພັນກັບການຈັດຕັ້ງປະຕິບັດ ມະຕິກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 10 ຂອງອົງການປົກຄອງແຂວງ ຊູດທີ IX.
ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2025 ແລະ ກໍານົດທິດທາງແຜນການປີ2026 ຕິດພັນກັບສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕິດພັນກັບການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ,ສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ການແກ້ໄຂບັນ ຫາຢາເສບຕິດ ຕິດພັນກັບການແກ້ໄຂ 9 ໜໍ່ແໜງ ທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ຄວາມບໍ່ສະ ຫງົບໃນສັງຄົມ,ສະຫຼຸບການຈັດຕັ້ງປະຕິບັດວຽກງານຂຶ້ນສໍາມະໂນ ແລະ ອອກໃບຕາດິນ ແລະ ການຈັດສັນທີ່ດິນ, ສໍານັກງານ, ຫ້ອງ ການຂອງແຂວງ ຢູ່ເທດສະບານຜົ້ງສາລີ ແລະ ການຄຸ້ມຄອງນໍາໃຊ້ ທີ່ດິນຢູ່ເທດສະ ບານແຂວງທີ່ບຸນເໜືອ ໃຫ້ຖືກຕ້ອງ ແລະ ມີປະສິດຕິຜົນ,ສະເໜີຜ່ານໂຄງຮ່າງສ້າງຍຸດທະສາດການພັດທະນາ 5 ທ່າແຮງຂອງແຂວງ ແຕ່ປີ 2026-2030 ຂອງແຂວງຜົ້ງສາລີ,ໃຫ້ບັນດາ ທ່ານ ສະມາຊິກອົງການປົກຄອງແຂວງ ນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຊີ້ນໍາຈັດຕັ້ງປະຕິບັດ ຢູ່ຂົງເຂດຕົນຊີ້ນໍາ, ຂົງເຂດຕົນຮັບຜິດຊອບ ໃຫ້ແທດຕົວຈີງ ແລະ ປະກົດຜົນເປັນຈິງ; ການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດບັດວຽກງານ ຕ້ອງຮັບປະກັນການແກ້ໄຂ 8 ບັນຫາທີ່ແຂວງເຮົາປະເຊີນຢູ່ 16 ວຽກໃຫ່ຍ, 11 ວຽກຈຸດສຸມ, 4 ວຽກເນັ້ນໜັກ ແລະ ບັນດາໂຄງການທີ່ໄດ້ກໍານົດໃນ 9 ແຜນງານ, 6 ທາງອອກ, ສໍາຄັນແມ່ນການປຸກລະດົມຂົນຂວາຍ ແລະ ລະດົມການລົທຶນ ເຂົ້າໃສ່ການ ຈັດຕັ້ງປະຕິບັດ ໃຫ້ປະກົດປຜົນເປັນຈິງ ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະ ນາ…ໃຫ້ແຂງແຮງ ແລະ ປະກົດຜົນເປັນຈິງ. ໃຫ້ຫ້ອງວ່າການແຂວງ ຮ່າງມະຕິຂອງກອງປະຊຸມຄັ້ງນີ້ ເພື່ອເປັນບ່ອນອີງໃນການຊີ້ນໍາຈັດຕັ້ງປະຕິບັດ ແລະ ເປັນບ່ອນອີງໃນການຕິດຕາມກວດກາປະເມີນຜົນ ໃນແຕ່ລະໄລຍະ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂ້າງເທິງໃຫ້ມີຜົນສໍາເລັດ, ຂໍຮຽກຮ້ອງ ມາຍັງບັນດາ ທ່ານ ສະມາຊິກອົງການປົກຄອງແຂວງ ແລະ ທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ລະບຽບກົດໝາຍວາງອອກ ໃຫ້ໜັກແໜ້ນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງ ແລະ ມີຄວາມສະຫງົບ,ກໍາແໜ້ນບັນດາຄາດໝາຍຂອງມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫ່ຍຄັ້ງທີ XI ຂອງອົງຄະນະພັກແຂວງໃຫ້ເລິກເຊິ່ງ ແລະ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນຄວາມຮັບຜິດ ຊອບຂອງແຕ່ລະສະຫາຍໃຫ້ປະກົດຜົນເປັນຈິງ; ສິ່ງສໍາຄັນແມ່ນພວກເຮົາເຮັດແນວໃດເຮັດ, ແຕ່ຫາກບໍ່ບັນລຸຄາດໝາຍທີ່ໄດ້ກໍານົດໄວ້ໃນມະຕິ, ໃນແຜນການ 5 ປີ, ແຜນການປະຈໍາປີ ແລະ ໃນມະຕິຂອງສະພາປະຊາຊົນແຂວງ ທີ່ໄດ້ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ກໍ່ຖືວ່າບໍ່ເຮັດສໍາເລັດໜ່າທີ່ການເມືອງຂອງຕົນກໍ່ຄືໜ້າທີ່ໄດ້ມອບໝາຍ.ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການປົກຄອງແຂວງທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ; ຕ້ອງໝັ່ນອ່ານເພື່ອທົບທວນ ແລະ ທຽບໃສ່ການຊີ້ນໍາ-ນໍາພາຂອງຕົນ ແລະ ຈັດຕັ້ງປະຕິບັດຖືກຕ້ອງແລ້ວບໍ່, ສອດຄ່ອງແລ້ວບໍ່ ແລະ ມີຜົນສໍາເລັດແລ້ວບໍ່.ກໍາແໜ້ນແຜນດໍາເນີນງານ,ລະບຽບການ ແລະກົນໄກ ການເຮັດວຽກຂອງອົງການປົກຄອງແຂວງ ນີ້ແມ່ນແນວທາງແຜນນະໂຍບາຍສະເພາະ ຂອງອົງການປົກຄອງແຂວງພວກເຮົາ, ແມ່ນເສັ້ນທາງເດີນ, ແມ່ນສາຍກາງແຫ່ງຄວາມສາມັກຄີ ແລະ ສາຍກາງແຫ່ງຄວາມເປັນເອກະພາບຂອງສະມາຊິກອົງການປົກຄອງແຂວງ; ຖ້າບໍ່ອີງໃສ່ນິກໍາດັ່ງກ່າວເປັນສາຍກາງ ຈະເຮັດໃຫ້ພາຍໃນພວກເຮົາແຕກແຍກຄວາມສາ ມັກຄີ,ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ພາຍໃນພວກເຮົາໃຫ້ໜັກແໜ້ນ, ວຽກໃດໄດ້ປຶກສາເປັນເອກະພາບກັນແລ້ວ ກໍ່ໃຫ້ນໍາໄປຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ມີຄວາມຄືບ ໜ້າ ແລະ ຜົນສໍາເລັດ ໃຫ້ປະຊາຊົນໄດ້ຊົມໃຊ້, ດັ່ງນັ້ນ ໃນເວລາຈັດຕັ້ງປະຕິບັດຕົວຈິງຫາກພົບບັນຫາກໍ່ໃຫ້ປະສານສົມທົບກັນແກ້ ແລະ ຈັດຕັ້ງປະຕິບັດໃຫ້ໃຫ້ມີຄວາມສະຫງົບ ແລະ ມີຜົນສໍາເລັດ,ເຄົາລົບ ແລະ ເອົາໃຈໃສ່ປະຕິບັດເນື້ອໃນມະຕິກອງປະຊຸມຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ; ມອບໃຫ້ຫ້ອງວ່າການແຂວງ, ພະແນກກວດກາລັດຂັ້ນແຂວງ ຕິດຕາມຊຸກຍູ້ ແລະ ສັງລວລາຍງານຕໍ່ກອງປະຊຸມປະຈໍາເດືອນຂອງເຈົ້າແຂວງ-ຮອງເຈົ້າແຂວງ ເພື່ອມີທິດຊີ້ນໍາໃຫ້ທັນການແລະທັນເວລາ.