ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 3 ດີ 6 ເດືອນຕົ້ນປີ 2025
ໃນຕອນເຊົ້າຂອງວັນທີ 03 ກໍລະກົດ 2025 ຜ່ານມານີ້ ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະທີ່ 1 ແລະ ໄລຍະທີ 2 ປະຈໍາ 6 ຕົ້ນປີ 2025 ຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບແຂວງ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນ.ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີ ທ່ານ ນ. ສຸກສະຫວັນ ໄຊຍະວົງ ປະທານໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍສະມາຊິກແມ່ຍິງ ພາຍໃນໜ່ວຍເຂົ້າຮ່ວມທັງໝົດ 09 ສະຫາຍ, ຍິງ 07 ສະຫາຍ.
ໃນພິທີກໍໄດ້ດຳເນີນການປະເມີນຜົນບຸກຄົນ ແລະ ຂອງໜ່ວຍ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ ໄລຍະທີ 1 ແລະ ໄລຍະທີ 2 ປະຈໍາ 6 ຕົ້ນປີ 2025 ເພື່ອສຳຫຼວດຕີລາຄາໃຫ້ຄະແນນແກ່ຕົນເອງ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ. ທາງນີ້ກໍເພື່ອຮັບປະກັນທາງດ້ານຄຸນນະພາບ ໂດຍຖືກຕ້ອງສອດຄ່ອງ ແລະ ມີປະສິດທິພາບໃນການປະເມີນ ເຊິ່ງການຈັດຕັ້ງປະຕິບັດບັ້ນດຳເນີນການປະເມີນຜົນໃນຄັ້ງນີ້ ສາມາດບັນລຸຜົນສຳເລັດຕາມເປົ້າໝາຍທຸກປະການ, ຄະນະດຽວກັນກອງປະຊຸມຄັ້ງນີ້ ກໍເພື່ອເສີມຂະຫຍາຍກຳລັງແຮງສັງລວມຂອງສະມາຊິກແມ່ຍິງ ພາຍໃນໜ່ວຍ ໃຫ້ມີສະຕິຕື່ນຕົວເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງຂອງພັກ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕິດພັນກັບຂະບວນການຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ທີ່ວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ໂອກາດດັ່ງກ່າວ ທ່ານ ນ.ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຜົ້ງສາລີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນໃຫ້ສະມາຊິກແມ່ຍິງ ພາຍໃນໜ່ວຍ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານຜູ້ທີ່ມີຄວາມຮູ້ຄວາມສາມາດໃນທຸກດ້ານ ສືບຕໍ່ຄົ້ນຄວ້າຮໍ່າຮຽນແນວທາງຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສາມາດກຳໄດ້ຢ່າງເລິກເຊິ່ງ ເພື່ອພັດທະນາຕົນເອງໃຫ້ກາຍເປັນສະມາຊິກແມ່ຍິງທີ່ດີເດັ່ນ ຕາມເນື້ອໃນຂໍ້ແຂ່ງຂັນ 3 ດີ ແລະ ມີຄວາມເຂັ້ມແຂງໃນທຸກດ້ານ, ສິ່ງສຳຄັນແມ່ນປະຕິບັດຕາມມະຕິ,ຄຳສັ່ງ ຂອງຂັ້ນເທິງກົດລະບຽບຂອງສະຫະພັນແມ່ຍິງລາວ ທີ່ວາງອອກຢ່າງເຂັ້ມງວດ.