ແຂວງຜົ້ງສາລີ ປີດກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຜົ້ງສາລີ ຄັ້ງທີ 11 ສະໄໝທີ X

ແຂວງຜົ້ງສາລີ ປີດກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງຜົ້ງສາລີ ຄັ້ງທີ 11 ສະໄໝທີ X

     ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງ ຄັ້ງທີ 11 ສະໄໝທີ XI ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງ ວັນທີ 7 ກໍລະກົດ ແລະ ອັດລົງຜົນສຳເລັດ ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2025 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຜົ້ງສາລີ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ເລຂາ – ຮອງເລຂາພັກເມືອງ ທົ່ວແຂວງ, ບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກອ້ອມຂ້າງແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມ ໄດ້ຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງທີ 10 ຂອງຄະນະບໍລິຫານງານພັກ ແຂວງ ສະໄໝທີ XI, ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນ 6 ເດືອນຕົ້ນປີ ແລະ ສະເໜີທິດທາງແຜນການ ແລະ ວິທີການ, ມາດຕະການ ໃນ 6 ເດືອນທ້າຍປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດແຜນງົບປະມານ ໃນ 6 ເດືອນຕົ້ນປີ ແລະ ສະເໜີທິດທາງ ແຜນການ ແລະ ວິທີການ, ມາດຕະການ ໃນ 6 ເດືອນທ້າຍປີ 2025 ຕິດພັນກັບການຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ,ຜ່ານບົດຕີລາຄາ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ແຕ່ເລີ່ມຕົ້ນມາຮອດ 6 ເດືອນຕົ້ນປີ 2025 ແລະ ວິທີການ, ມາດຕະການຈັດຕັ້ງປະຕິບັດໃນ 6 ເດືອນທ້າຍປີ 2025,ຜ່ານແຜນດໍາເນີນ ກອງປະຊຸມໃຫຍ່ ສະໄໝທີ XII ຂອງອົງຄະນະພັກແຂວງຜົ້ງສາລີ,ຜ່ານເອກະສານ ກອງປະຊຸມໃຫຍ່ ສະໄໝທີ XII ຂອງອົງຄະນະພັກແຂວງຜົ້ງສາລີແລະ ຜ່ານຮ່າງບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງຜົ້ງສາລີ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ XII, ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ X ແຕ່ປີ 2026 – 2030 ສະ ບັບປັບປຸງ ຄັ້ງທີ 5 ຈາກນັ້ນ ບັນດາ ສະຫາຍ ທີເຂົ້າຮ່ວມປະກອບຄຳຄິດ-ຄຳເຫັນ ແລກປ່ຽນໃສ່ ຮ່າງເອກະສານ ແລະບັນຫາທີ່ສະເໜີຂື້ນໃນທີ່ປະຊຸມ ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກແຂວງ,ເຈົ້າແຂວງໆຜົ້ງສາລີວ່າໂດຍ ສະຫາຍ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ນໍາພາການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ນັກລົບ, ຊັ້ນ ຄົນໃນສັງຄົມ ແລະ ປະຊາຊົນບັນດາເຜົ່າ ເຫັນໄດ້ສະພາບຄວາມເປັນຈິງ, ຂໍ້ຫຍຸ້ງຍາກ ແລະ ເຊີດຊູຈິດໃຈ ເອກະລາດເປັນເຈົ້າຕົນເອງ ຕາມມະຕິ 04/ກມສພ (ສອຈ) ໂດຍຫັນເປັນອັນລະອຽດ ແລະ ຄວາມຮັບຜິດຊອບ, ສືບຕໍ່ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ຕິດພັນກັບການຈັດຕັ້ງປະຕິບັດຄາດໝາຍຂອງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ໃຫ້ທົ່ວເຖີງແຕ່ລະເມືອງ; ອົງຄະນະພັກ, ຄະນະພັກຮາກ ຖານ ແລະ ໜ່ວຍພັກໃດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ໄດ້ດໍາເນີນກອງປະຊຸມໃຫຍ່ຂອງຕົນແລ້ວ ກໍ່ໃຫ້ ຮີບຮ້ອນດໍາເນີນກອງປະຊຸມຄົບຄະນະຄັ້ງທີ 2 ຂອງຕົນ ແລະ ແບ່ງວຽກມອບຄວາມຮັບຜິດຊອບ ໃຫ້ລະອຽດ ຈະແຈ້ງ ແລະ ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນ ໃຫ້ທົ່ວເຖິງ ແລະ ໄດ້ເລີ່ມຈັດຕັ້ງ ປະຕິບັດໂດຍໄວ,ໃຫ້ກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະບໍລິຫານງານພັກແຂວງ, ຂອງຄະນະພັກ, ໜ່ວຍພັກ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງພັກ ສະໄໝທີ XI; ການຊີ້ນໍາ-ນໍາພາຂອງຕົນ ວ່າໃນໄລຍະຜ່ານມາຕົນເອງຈັດຕັ້ງປະຕິບັດຖືກຕ້ອງແລ້ວບໍ່, ສອດຄ່ອງ ແລ້ວບໍ່ ແລະ ມີຜົນສໍາເລັດແລ້ວບໍ່, ສົມແລ້ວບໍ່ ທີ່ຕົນເອງໄດ້ຮັບໜ້າທີ່ ເປັນຄະນະພັກແລ້ວບໍ່,ສືບຕໍ່ຊີ້ນໍາການສ້າງຄວາມເຂັ້ມແຂງໃຫ້ ກໍາລັງປ້ອງຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນປົກກະຕິ ສືບຕໍ່ສຸມໃສ່ກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກກໍ່ຄືກອງປະຊຸມໃຫ່ຍຜູ້ແທນອົງຄະນະ ພັກແຂວງ ຄັ້ງທີ XII.

     ເອົາໃຈໃສ່ຊຸກຍູ້ການຜະລິດສະບຽງອາຫານ, ທັນຍາຫານ ເພື່ອຊົມໃຊ້ພາຍໃນທົດແທນການນໍາເຂົ້າ ແລະ ການສົ່ງເສີມການຜະລິດສົ່ງອອກໃຫ້ແຂງແຮງ, ກ້ວາງຂວາງ ແລະ ເປັນຂະບວນ; ຊີ້ນໍາຢ່າງແຂງແຮງ ແລະ ດ້ວຍຄວາມຮັບຜິດຊອບສູງກວ່າເກົ່າ ຕໍ່ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການສະກັດ ກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ,ເອົາໃຈໃສ່ຊີ້ນໍາການກະກຽມດໍາເນີນກອງປະຊຸມອົງການປົກຄອງແຂວງ ຄັ້ງທີ 10 ຂອງອົງການ ປົກຄອງແຂວງ ຊຸດທີ IX.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet