ຄະນະໂຄສະນາອົບຮົມເມືອງຍອດອູ ເປີດຮຽນເອກະສານໃຫ້ມະຫາຊົນກ້າວໜ້າ ຊຸດທີ I 6 ເດືອນຕົ້ນປີ 2025.

ຄະນະໂຄສະນາອົບຮົມເມືອງຍອດອູ ເປີດຮຽນເອກະສານໃຫ້ມະຫາຊົນກ້າວໜ້າ ຊຸດທີ I 6 ເດືອນຕົ້ນປີ 2025

     ໃນຕອນເຊົ້າຂອງວັນທີ 2 ກໍລະກົດ 2025 ນີ້, ຄະນະໂຄສະນາອົບຮົມເມືອງຍອດອູ ໄດ້ເປີດຮຽນເອກະສານສະໜັບສະໜູນໃຫ້ມະຫາຊົນກ້າວໜ້າ ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ ຊຸດທີ I ປະຈຳ 6 ເດືອນຕົ້ນປີ 2025 ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບູນສີ ຍີນດາວັນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກໃໝ່ ເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ ສະຫາຍ ບູນສີ ຍີນດາວັນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ໃຫ້ກຽດບັນລະຍາຍເນື້ອໃນເອກະສານອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກ ເຊິ່ງປະກອບມີ 13 ຄໍາຖາມ ແລະ 13 ຄໍາຕອບ. ໂດຍຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກຮັບຮູ້, ເຂົ້າໃຈກ່ຽວກັບປະຫັວດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກປະຊາຊົນປະຕິວັດລາວ, ເຂົ້າໃຈກ່ຽວກັບມາດຕະຖານ, ເງື່ອນໄຂຜູ້ທີ່ຈະເຂົ້າເປັນສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ລວມໄປເຖິງການປົກປ້ອງບົດບາດ ແລະ ກຽດສັກສີຂອງພັກ.

     ໂອກາດດັ່ງກ່າວ, ສະຫາຍ ບູນສີ ຍີນດາວັນ ກໍາມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໃນນາມປະທານກອງປະຊຸມ ຍັງໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ບັນດາມະຫາຊົນຜູ້ກ້າວໜ້າທີ່ຈະຂະຫຍາຍເຂົ້າພັກ ພ້ອມທັງມີຄໍາເຫັນ ແລະ ເນັ້ນໜັກ ໃຫ້ບັນດາສະຫາຍທີ່ໄດ້ຝຶກອົບຮົມໃນຄັ້ງນີ້ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນຂະບວນການຕ່າງໆເພື່ອພັດທະນາຕົນໃຫ້ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet