ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຫວນຄືນມູນເຊື້ອ 3 ວັນ ປະຫວັດສາດຂອງຊາດລາວ

ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຫວນຄືນມູນເຊື້ອ 3 ວັນ ປະຫວັດສາດຂອງຊາດລາວ

     ໃນຕອນເຊົ້າຂອງວັນທີ 8 ສິງຫາ 2025 ນີ້ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ 3 ວັນປະຫວັດສາດຂອງຊາດລາວ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ( ວັນທີ 13 ສິງຫາ ປີ 1950 – 13 ສິງຫາ 2025) ວັນ​ສ້າງຕັ້ງສື່​ມວນ​ຊົນແຫ່ງຊາດ ແລະ ການ​ພິມ​ຈໍາ​ໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025) ແລະ ວັນຢຶດອໍານາດທົ່ວປະເທດ ສປປ ລາວ ຄົບຮອບ 80 ປີ (ວັນທີ 23 ສິງຫາ 1945 – 23 ສິງຫາ 2025) ຂຶ້ນຢູ່ທີ່ສະໂມສອນຂອງໃຫຍ່ເມືອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, 2 ກຳລັງປະກອບອາວຸດ, ໂຮງໝໍ ອົງການທຽບເທົ່າຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນໂອກາດນີ້ ທ່ານ ບຸນວອນ ທະນະພົມ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດ ໄດ້ໃຫ້ກຽດ ປາຖະກະຖາເລົ່າມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ເຊິ່ງທ່ານໄດ້ກ່າວວ່າ: ໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນເປັນຕົ້ນມາ ແນວລາວສ້າງຊາດກໍ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ທາງດ້ານການຈັດຕັ້ງ ແລະ ໄດ້ຮ່ວມກັບບັນດາອົງການ ຈັດຕັ້ງສັງຄົມ ເພື່ອຍົກສູງບົດບາດໃນການເຕົ້າໂຮມກ້ອນກຳລັງມະຫາສາມັກຄີປອງດອງທົ່ວປວງຊົນ, ໂຄສະນາສຶກສາອົບຮົມປະຊາຊົນຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າປະຊາຊົນ ປະຕິບັດ 2 ໜ້າທີ່ຍຸດທະສາດ, ນໍາພາປະເທດຊາດກ້າວຂຶ້ນສູ່ຄວາມພັດທະນາຢ່າງບໍ່ຢຸດຢັ້ງ ທັງເຮັດໜ້າທີ່ເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ໂດຍມີພັກປະຊາຊົນປະຕິວັດລາວເປັນແກນນໍາ ເພື່ອເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ, ປຸກລະດົມຂະບວນການແກ້ໄຂຄວາມທຸກຍາກ, ຕິດພັນກັບການພັດທະນາຮອບດ້ານປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ.

ຈາກນັ້ນ ທ່ານ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ ກໍ່ໄດ້ເລົ່າຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍຄົບຮອບ 75 ປີ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ: ໃນຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວຂອງສັງຄົມມະນຸດ ແມ່ນເລີ່ມມີພາສາປາກເວົ້າ ແລະ  ຕົວໜັງສື, ຄົນເຮົາກໍ່ເລີ່ມມີການຕິດຕໍ່ພົວພັນສົ່ງຂ່າວທາງຈົດໝາຍ, ກ້າວຂຶ້ນມີໃບຂ່າວ, ໃບປິວ ແລະ ມີໜັງສືພິມ, ວິທະຍຸ, ໂທລະພາບ ແລະ ສື່ແບບໃໝ່ຕາມລຳດັບ ນັ້ນແມ່ນທີ່ມາຂອງການກໍາເນີດສື່ມວນຊົນ ຂອງແຕ່ລະປະເທດເວົ້າລວມ, ເວົ້າສະເພາະກໍ່ຄືປະເທດເຮົາ ປະຫວັດສື່ມວນຊົນລາວຍາມໃດກໍ່ຕິດພັນສະນິດແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ. ສະແດງອອກໃນມື້ສ້າງຕັ້ງແນວລາວອິດສະລະ, ພັກເຮົາກໍ່ໄດ້ສ້າງຕັ້ງໜັງສືພິມປະຕິວັດສະບັບທໍາອິດ ແລະ ສ້າງຕັ້ງໂຮງພິມປະຕິວັດຂຶ້ນໃນວັນດຽວກັນຄືວັນທີ 13 ສິງຫາ 1950, ຊຶ່ງແມ່ນທີ່ມາຂອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ມາຮອດປະຈຸບັນ. ພ້ອມນີ້ທ່ານຍັງໄດ້ຍົກໃຫ້ເຫັນໄລຍະການເຕີບຂະຫຍາຍຕົວຂອງຫນັງສືພິມປະຊາຊົນ, ການຂະຫຍາຍຕົວຂອງວິທະຍຸກະຈາຍສຽງ, ການຂະຫຍາຍຕົວຂອງຂ່າວສານປະເທດລາວ, ການຂະຫຍາຍຕົວຂອງໂທລະພາບ, ການຂະຫຍາຍຕົວຂອງໜັງສືພິມຕ່າງປະເທດຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງສື່ສິ່ງພິມ ແລະ ສື່ເອເລັກໂຕນິກ, ໂດຍໄດ້ຕີລາຄາທັງດ້ານຕັ້ງຫນ້າ, ຈຸດຄົງຄ້າງ ແລະ ບາງບົດຮຽນທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂຮ່ວມກັນເຊັ່ນ: ວຽກງານການໂຄສະນາຖະແຫຼງຂ່າວ, ວຽກງານການຄຸ້ມຄອງ ແລະ ວຽກງານພັດທະນາສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ກ້າວສູ່ຄຸນນະພາບ, ທັນສະໄໝ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ – ລັດ ທັງລວງເລິກ ແລະ ລວງກວ້າງ, ເປັນເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດ ຕາມກົດໝາຍ, ເປັນເວທີສົ່ງເສີມ ປະຊາທິປະໄຕ ປະຊາຊົນ, ເປັນແຫຼ່ງຂໍ້ມູນຂ່າວສານ, ສາລະຄວາມຮູ້, ຄວາມບັນເທີງ, ຕອບໂຕ້ຖ້ອຍທຳນອງຂອງກຸ່ມຄົນບໍ່ດີ ຢ່າງທັນການ, ພັດທະນາເນື້ອໃນ ແລະ ຮູບການຂອງສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ຮັບປະກັນ 4 ລັກສະນະ, ມີຫຼາຍຮູບຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ໃຫ້ນັບມື້ຫຼາຍຂຶ້ນ ພ້ອມດຽວ ກັນກໍ່ສົ່ງເສີມປະຊາຊົນມີສ່ວນຮ່ວມ ໃນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ, ເພີ່ມທະວີການນຳພາ, ຊີ້ນຳຂອງພັກຕາມທິດທັນສະໄໝ, ຕາມຄໍາຂັວນ: (ຂ່າວສານ ມີເນື້ອໃນ, ທັນສະໄໝ) ແລະ ໃຫ້ສັງຄົມມີສ່ວນຮ່ວມ, ພ້ອມທັງສືບຕໍ່ເຜີຍແຜ່, ຕິດຕາມ, ຊຸກຍູ້ການຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍສື່ມວນຊົນ ແລະ ການພິມຈຳໜ່າຍຢ່າງເຂັ້ມງວດ. ໃນໂອກາດດຽວກັນນີ້ ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ຍັງໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງວັນຍຶດອຳນາດວັນທີ 23 ສິງຫາ 1945 ແລະ 23 ສິງຫາ 1975, ສອງວັນດັ່ງກ່າວແມ່ນເຫດການ ການເມືອງທີ່ສຳຄັນ ທາງປະຫວັດສາດ ຂອງຊາດລາວເຮົາ,ມັນແມ່ນໝາກຜົນ ແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າທີ່ເຕັມໄປດ້ວຍຄວາມທຸກຍາກລໍາບາກ, ພິລະອາດຫານ, ການເສຍສະຫຼະຊີວິດ ແລະ ເລືອດເນື້ອ ຂອງປະຊາຊົນລາວ ບໍ່ຈັກວ່າເທົ່າໃດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍກຳແໜ້ນກາລະໂອກາດ ພັນປີມີເທື່ອໜຶ່ງ ພັກເຮົາໄດ້ນຳໃຊ້ 3 ບາດຄ້ອນຍຸດທະສາດ ການລຸກຮື້ຂຶ້ນຂອງມະຫາຊົນ, ການໜູນໜີບ ຂອງກໍາລັງປະກອບອາວຸດປະຕິວັດ ແລະ ການແຍກຕົວອອກ ຂອງກໍາລັງທະຫານຂອງສັດຕູ, ດຳເນີນການຢຶດອຳນາດ ໂດຍສັນຕິວິທີແບບ ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ ແຕ່ຈັບປາໄດ້ທັງໝົດມັນແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກ ເພື່ອຄວາມເປັນເອກະລາດຂອງຊາດ ແລະອິດສະຫຼະພາບຂອງຕົນດ້ວຍຈິດໃຈ ຍອມຕາຍດີກວ່າຍອມເປັນຂ້ອຍຂ້າຕ່າງຊາດ, ທີ່ສຳຄັນແມ່ນຮູ້ໝູນໃຊ້ລັດທິມາກ – ເລນິນ ເຂົ້າໃນພຶດຕິກຳຕົວຈິງ ຂອງການປະຕິວັດລາວຢ່າງປະດິດສ້າງ, ແມ່ນໄຊຊະນະຂອງກໍາລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທັງແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບລະຫວ່າງ ປະຊາຊົນລາວ, ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນພ້ອມທັງ ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນອັນແຂງແຮງ ແລະລ້ຳຄ່າ ຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງເປັນຕົ້ນ: ອະດີດສະຫະພາບໂຊວຽດ, ສປ ຈີນ ແລະ ປະຊາຊົນຜູ້ກ້າວໜ້າໃນໂລກ ເຊິ່ງໄດ້ກາຍເປັນເງື່ອນໄຂອຳນວຍໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງປະຫວັດສາດປະກາດລົບລ້າງລະບອບສັກດີນາ – ລ່າເມືອງຂຶ້ນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975, ການປາຖະກະຖາໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ພະນັກງານລັດຖະກອນ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈເຖິງເຫດການປະວັດສາດດັ່ງກ່າວຢ່າງເລິກເຊິ່ງ.

ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet