ເມືອງຍອດອູ ແຂວງຜົ້ງສາລີ ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ

ເມືອງຍອດອູ ແຂວງຜົ້ງສາລີ

ປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ

     ໃນຕອນເຊົ້າຂອງວັນທີ 10 ກັນຍາ 2025 ທີ່ສະໂມສອນຂອງເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດ ພິທີປາຖະກະຖາ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945 – 2 ກັນຍາ 2025) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 23 ປີ (9 ກັນຍາ 2009 – 9 ກັນຍາ 2025) ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ສົມບຸນ ອິນໃຈ ກຳມະການປະຈຳພັກເມືອງ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ; ມີທ່ານ ອາໄຊ ລາວລີ ປະທານສະຫະພັນນັກຮົບເກົ່າເມືອງ; ມີບັນດາທ່ານ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ສອງກຳລັງ ປກຊ-ປກສ, ລັດວິສາຫະກິດ ຕະຫຼອດຮອດສະມາຊິກສະຫະພັນນັກຮົບເກົ່າເຂົ້າຮ່ວມ.

      ໃນພິທີ ທ່ານ ແສງເມືອງ ພົມມະວົງ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຫວນຄືນມູນເຊື້ອ ວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ ທ່ານໄດ້ໃຫ້ຮູ້ວ່າ: ໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດເອີຣົບຕາເວັນຕົກເປັນຕົ້ນແມ່ນ ຝຣັ່ງໄດ້ແຜ່ອໍານາດຢຶດຄອງບັນດາປະເທດຫົວເມືອງຂຶ້ນ ປີ 1884 ຫວຽດນາມໄດ້ຕົກເປັນເມືອງຂຶ້ນຂອງຝຣັ່ງ, ປະຊາຊົນຫວຽດນາມໄດ້ສູນເສຍສິດເປັນເຈົ້າ, ບໍ່ມີອິດສະຫຼະພາບ, ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນ. ແຕ່ດ້ວຍນ້ຳໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານ, ປະຊາຊົນຫວຽດນາມໄດ້ລຸກຮື້ຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ, ເກີດມີການຕໍ່ສູ້ຫຼາຍຂະບວນການຢູ່ໃນທົ່ວປະເທດ, ມາໃນ ວັນທີ 3 ກຸມພາ 1930 ພັກກອມມູນິດຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ, ມັນແມ່ນບາດລ້ຽວອັນຍິ່ງໃຫຍ່ໃນປະຫວັດສາດຂອງການປະຕິວັດຫວຽດນາມ, ມັນເປັນຂີດໝາຍໃໝ່ ໃນເສັ້ນທາງການຂະຫຍາຍຕົວຂອງຊາດຫວຽດນາມ. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ດ້ວຍໂຄງການ-ການເມືອງອັນຖືກຕ້ອງ ການປະຕິວັດຫວຽດນາມໄດ້ຂະຫຍາຍຕົວໄປຕາມທ່າອ່ຽງການປະຕິວັດຂອງຍຸກສະໄໝ. ຂະບວນການຕໍ່ສູ້ປະຕິວັດໄດ້ຮັບການເຜີຍແຜ່ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງເຂົ້າໃນຖັນແຖວກຳມະກອນ, ຊາວນາ, ຊົນຊັ້ນປັນຍາຊົນ, ຂະບວນວິວັດແຫ່ງການຕໍ່ສູ້ປົດປ່ອຍຊາດສາມາດຍາດເອົາອຳນາດການປົກຄອງໄດ້ ວັນທີ 2 ກັນຍາ 1945 ປະຊາຊົນຊາວຫວຽດນາມ ໄດ້ໂຮມຊຸມນຸມມິດຕິ່ງຢູ່ທີີ່ ສະໜາມຫຼວງບາດິງ, ປະທານ ໂຮ່ຈີມິນ ຕາງໜ້າໃຫ້ຄະນະລັດຖະບານຊົ່ວຄາວ ໄດ້ອ່ານຖະແຫຼງການເອກະລາດ, ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕຫວຽດນາມ. ຈາກນັ້ນ ທ່ານ ສົມບຸນ ອິນໃຈ ກຳມະການປະຈຳພັກເມືອງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ, ຜູ້ຊີ້ນໍາວຽກງານພັກ-ພະນັກງານ ຍັງໄດ້ຍົກໃຫ້ເຫັນ 23 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ທີ່ຕັ້ງ, ພາລະບົດບາດ, ໜ້າທີ່ຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ໃນໄລຍະຜ່ານມາ ໃຫ້ເຫັນຄວາມໝາຍຄວາມສຳຄັນຂອງນັກຮົບເກົ່າເຊິ່ງແມ່ນນາຍທະຫານ, ນາຍຕຳຫຼວດ ກຳລັງປະກອບອາວຸດທີ່ພັກຜ່ອນບຳນານ, ບຳເນັດ ແມ່ນຜູ້ທີ່ໄດ້ຜ່ານການປະຕິບັດໜ້າທີ່ເປັນນັກຮົບປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຜ່ານການທົດສອບໃນແປວໄຟສົງຄາມແຫ່ງການຕໍ່ສູ້ກູ້ຊາດ ແລະ ນຳເອົາເອກກະລາດຄວາມຢູ່ເຢັນເປັນສຸກມາໃຫ້ປະຊາຊົນລາວບັນດາເຜົ່າເປັນຜູ້ມີບົດຮຽນໃນການຊີ້ນຳ – ບັນຊາການສູ້ຮົບ, ການກໍ່ສ້າງຮາກຖານການເມືອງ, ຂົນຂວາຍປຸກລະດົມປະຊາຊົນ ແລະ ຊຳນິຊໍານານໃນການປັບປຸງກໍ່ສ້າງກຳລັງ, ດຸໝັ່ນຂະຫຍັນພຽນ ເພີ່ມພູນຜະລິດຜົນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເປັນຜູ້ທີ່ຊື່ສັດບໍລິສຸດ ແລະ ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ ອັນນີ້ແມ່ນຈຸດພິເສດອັນໂດດເດັ່ນຂອງນັກຮົບເກົ່າ. ຊຶ່ງມີຄວາມແຕກຕ່າງກັບຊັ້ນຄົນອື່ນໆໃນສັງຄົມລາວປັດຈຸບັນ. ສະຫະພັນນັກຮົບເກົ່າແຫ່ງຊາດລາວ ມີພາລະບົດບາດເປັນເສນາທິການໃຫ້ສູນກາງພັກ ແລະ ລັດຖະບານໃນການຂົນຂວາຍເຕົ້າໂຮມ, ຈັດຕັ້ງ ແລະ ສຶກສາອົບຮົມນັກຮົບເກົ່າໃຫ້ປົກປັກຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດສຶກສາອົບຮົມລູກຫຼານລຸ້ນສືບທອດ ໃຫ້ປະກອບສວ່ນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ມີໜ້າທີ່ຄົ້ນຄວ້າເຊື່ອມຊືມ ແລະ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດກ່ຽວກັບວຽກງານນັກຮົບເກົ່າເພື່ອຫັນເປັນແຜນການ, ໂຄງການລະອຽດ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ປະກອບສ່ວນເຂົ້າໃນການກໍ່ສ້າງພັກ, ກໍ່ສ້າງລັດໃຫ້ມີຄວາມຜ່ອງໃສ ແລະ ເຂັ້ມແຂງສ້າງພື້ນຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນໃຫ້ໜັກແໜ້ນຕໍ່ສູ້ຕ້ານກົນອຸບາຍມ້າງເພຂອງສັດຕູ, ຕ້ານບັນດາປະກົດການຫຍໍ້ທໍ້ໃນສັງຄົມ, ແນໃສ່ເພື່ອປົກປ້ອງອຸດົມການຂອງພັກ, ປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ລະບອບປະຊາທິປະໄຕປະຊາຊົນລາວເອົາໄວ້ຢ່າງໝັ້ນຄົງ. ໂອກາດດັ່ງກ່າວ ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ສາຫະພັນນັກຮົບເກົ່າຜູ້ທີ່ມີຜົນງານດີເດັ່ນໃນໄລຍະ 5 ປີຜ່ານມາອີກດ້ວຍ.

ຂ່າວ-ພາບ: ໄລພອນ ສີສົມພອນ ຖວທ ເມືອງຍອດອູ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet