ສະຫາຍ ສົມພອນ ມິດຕະພອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ

ສະຫາຍ ສົມພອນ ມິດຕະພອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ

ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກ ແຂວງຜົ້ງສາລີ ຄັ້ງທີ XII ໄດ້ຈັດຂຶ້ນໃນລະຫ່ວາງ ວັນທີ 29-30 ກັນຍາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮັກສາການເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໆຜົ້ງສາລີ.
ເປັນກຽດເຂົ້າຮ່ວມຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີຜູ້ແທນສົມບຸນຈຳນວນ 309 ສະຫາຍ, ຍິງ 41 ສະຫາຍ ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກແຂວງຜົ້ງສາລີ ທັງໝົດ 14,241 ສະຫາຍ, ພ້ອມດ້ວຍ ພະນັກງານບໍານານ-ປະຕິວັດອາວຸໂສແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມຜູ້ແທນກອງປະຊຸມສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຜົ້ງສາລີຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ-ເງື່ອນໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງຈໍານວນ 40 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກໄດ້ 35 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶກ ຄະນະບໍລິຫານງານພັກແຂວງຊຸດທີ XII ໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ພ້ອມນັ້ນໄດ້ເປັນເອກະສັນຢ່າງສົມບຸນ ເລືອກເອົາເລຂາ, ຮອງເລຂາພັກແຂວງ ແລະ ເລືອກຕັ້ງເອົາປະທານ – ຮອງປະທານກວດກາພັກ ດັ່ງນີ້:
ຄະນະປະຈໍາພັກແຂວງ ປະກອບດ້ວຍບັນດາສະຫາຍຄື:
1. ສະຫາຍ ພົ.ຕ ສົມພອນ ມິດຕະພອນ
2. ສະຫາຍ ສັນຕິ ແກ້ວຍະສານ.
3. ສະຫາຍ ສົມຈິດ ຫັບລະກອນ.
4. ສະຫາຍ ບຸນທະວີ ສໍສຸກັນ.
5. ສະຫາຍ ພົ.ວ ຄໍາຈັນ ແສງລາວົງ.
6. ສະຫາຍ ສົມພາບ ດາລາຈັກ.
7. ສະຫາຍ ທະນູຄໍາ ປິດຈະວົງ.
8. ສະຫາຍ ປອ ວັນໄຊ ສຸກສັນ.
9. ສະຫາຍ ພອນໄຊ ອ່ອນສາ.
10. ສະຫາຍ ອູ່ຄໍາ ຕຸລາພັນ
11. ສະຫາຍ ຫຸມເພັງ ຈອມວີສານ
ເລືອກຕັ້ງເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງຄື:
1. ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ.
2. ສະຫາຍ ສັນຕິ ແກ້ວຍະສານ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
3. ສະຫາຍ ບຸນທະວີ ສໍສຸກັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ເລືອກຕັ້ງປະທານ, ຮອງປະທານກວດກາພັກແຂວງ.
1. ສະຫາຍ ປອ ວັນໄຊ ສຸກສັນ ເປັນປະທານກວດກາພັກແຂວງ.
2. ສະຫາຍ ໂລ ອາຢີງ ເປັນຮອງປະທານກວດກາພັກແຂວງ.
3. ສະຫາຍ ຄໍາແດງ ອິນດາວົງ ເປັນຮອງປະທານກວດກາພັກແຂວງ.
4. ສະຫາຍ ບຸນນໍາ ພົມມະເກດ ເປັນຮອງປະທານກວດກາພັກແຂວງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet