ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ
ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ໄດ້ເໜັ້ນຫຼາຍບັນຫາຕໍ່ຄະນະບໍລີຫານງານພັກແຂວງຊຸດໃໝ່
ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ ໃນລະຫວ່າງວັນທີ 29 – 30ກັນຍາ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຜົ້ງສາລີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ແລະ ໄດ້ເໜັ້ນຫຼາຍບັນຫາຕໍ່ຄະນະບໍລີຫານງານພັກແຂວງຊຸດໃໝ່.
ໜຶງ ສືບຕໍ່ຍູ້ແຮງວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງ ໃຫ້ເຂົ້າສູ່ລວງເລິກ: ວຽກງານ 3 ສ້າງ ບໍ່ແມ່ນພຽງແຕ່ຄຳເວົ້າ ຫາກຕ້ອງເຮັດຕົວຈິງຢ່າງເປັນປະຈຳ, ໂດຍສຸມໃສ່ສ້າງບ້ານ, ຕາແສງ ແລະ ສຳນັກງານອົງການ, ຫົວໜ່ວຍວິສາຫະກິດ ເປັນຫົວໜ່ວຍຈັດຕັ້ງປະຕິບັດ, ສ້າງເມືອງ ໃຫ້ເປັນຫົວໜ່ວຍ ບໍລິຫານ-ຄຸ້ມຄອງທ້ອງຖິ່ນ ແລະ ສ້າງແຂວງ ໃຫ້ເປັນຫົວໜ່ວຍຍຸດທະສາດ ທີ່ສາມາດເປັນເຈົ້າຕົນເອງໄດ້ນັບມື້ນັບສູງຂຶ້ນ. ຕ້ອງເພີ່ມທະວີການ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງ, ໂດຍເອົາການພັດທະນາເສດຖະກິດເປັນຈຸດເຕົ້າໂຮມ, ເຮັດໃຫ້ທຸກນະໂຍບາຍຂອງພັກ-ລັດ ເກີດດອກອອກຜົນ ຢູ່ຮາກຖານ; ແກ້ໄຂບັນຫາຕົວຈິງ ຂອງປະຊາຊົນ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ເປັນເຈົ້າການໃນການພັດທະນາ,
ສອງ, ຕ້ອງສຸມໃສ່ປັບປຸງອຳນາດລັດຂັ້ນຕ່າງໆ ໃຫ້ເປັນອົງການທີ່ມີປະສິດທິພາບ, ສັກສິດ ແລະ ເປັນຂອງປະຊາຊົນຢ່າງແທ້ຈິງ. ຊຶ່ງໃນຕໍ່ໜ້າ ຕ້ອງປັບປຸງບູລະນະອຳນາດລັດໃຫ້ເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ໃນພາກຕົວຈິງ (ທຸກຢ່າງໃຫ້ປະຊາຊົນຮູ້, ປຶກສາຫາລື, ເຂົ້າຮ່ວມ ແລະ ຮັບຜົນປະໂຫຍດ). ຕ້ອງສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຕາມມະຕິ ເລກທີ 03 ຂອງຄະນະບໍລິຫານງານສູນກາງພັກ (ລົງວັນທີ 12/03/2025) ໃຫ້ກະທັດຮັດ, ມີປະສິດທິພາບ, ເຄື່ອນໄຫວບໍລິຫານລັດ-ສັງຄົມ ດ້ວຍກົດໝາຍ.
ສາມ, ເສີມສ້າງມະຫາສາມັກຄີ ວົງຄະນະຍາດແຫ່ງຊາດ, ປັບປຸງບູລະນະອົງການ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໃຫ້ກາຍ ເປັນກົນໄກ ແລະ ຫຼັກແຫຼ່ງແນວໂຮມ ແລະ ຄວາມສາມັກຄີທົ່ວປວງຊົນ, ເປັນຮາກຖານການເມືອງທີ່ແໜ້ນແກ່ນຂອງພັກ-ລັດ ແລະ ເປັນຫຼັກແຫຼ່ງການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າ, ບັນດາອົງການຈັດຕັ້ງມະຫາຊົນ. ສະນັ້ນ, ໃຫ້ສືບຕໍ່ປັບປຸງເນື້ອໃນ ແລະ ຮູບແບບການເຄື່ອນໄຫວໃຫ້ມີຊີວິດຊີວາ, ແທດເໝາະກັບແຕ່ລະເປົ້າໝາຍ. ຕ້ອງເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ທຸກຊົນຊັ້ນ ແລະ ຊັ້ນຄົນ, ທຸກສາສະໜາ. ຕ້ອງເປັນເຈົ້າການສ້າງຂະບວນການທີ່ປະຊາຊົນນິຍົມໃນແຕ່ລະທ້ອງຖິ່ນ, ພ້ອມທັງເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກ ແລະ ປະຊາຊົນ, ປະກອບສ່ວນເຂົ້າໃນການຕິດຕາມສຽງສະທ້ອນຂອງສັງຄົມ ຕໍ່ການເຄື່ອນໄຫວຂອງ ສະພາ ແລະ ອົງການລັດ ຕາມກົດໝາຍກຳນົດໄວ້ ໂດຍເຮັດແນວໃດ ຈຶ່ງເຮັດໃຫ້ ແນວຄິດປະທານ ໄກສອນ ພົມວິຫານ ທີ່ວ່າ: ຫຼັກການສຳຄັນຂອງລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາແມ່ນ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ ແລະ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເປັນພາລະກິດຂອງປວງຊົນຢ່າງແທ້ຈິງ;

ສີ່, ແຂວງເຮົາ ເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ 2 ປະເທດເພື່ອນມິດຍຸດທະສາດ, ສະນັ້ນ ພວກເຮົາຕ້ອງສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ-ລັດຢ່າງສະເໝີຕົ້ນສະເໝີປາຍ, ທັງເປັນເຈົ້າການຍາດກາລະໂອກາດທີ່ອຳນວຍໃຫ້ແກ່ການພັດທະນາໃຫ້ດີ ແລະ ໄວ, ເຮັດແນວໃດຈຶ່ງສາມາດເຊື່ອມໂຍງ-ເຊື່ອມຈອດ ດ້ານເສດຖະກິດການຄ້າ ການຄົມມະນາຄົມ, ການລົງທຶນ ແລະ ການທ່ອງທ່ຽວ. ການພົວ ພັນຕ່າງປະເທດຂັ້ນທ້ອງຖິ່ນ ບໍ່ແມ່ນ ວຽກພິທີການ ເທົ່ານັ້ນ, ຫາກຕ້ອງເພີ່ມທະວີການຮ່ວມມືດ້ານເນື້ອໃນ, ດ້ານໂຄງການຕົວຈິງ ກັບບັນດາແຂວງ ຂອງ ສປ ຈີນ ແລະ ສສ ຫວຽດນາມ, ພິເສດແມ່ນແຂວງພວກເຮົາມີ 3 ດ່ານສາກົນ ແລະ ດ່ານທ້ອງຖິ່ນ ເຮົາຕ້ອງນຳໃຊ້ທ່າແຮງນີ້ ໃຫ້ເກີດຜົນປະໂຫຍດ ເຮັດແນວໃດໃຫ້ສິນຄ້າເຮົາສົ່ງອອກຫາເພື່ອນ ໃຫ້ຫຼາຍຂຶ້ນໃນແຕ່ລະປີ.
ຫ້າ, ສືບຕໍ່ຖືເອົາວຽກງານກໍ່ສ້າງພັກ-ພະນັກງານ ເປັນກົກ, ເປັນປັດໄຈຕັດສິນທຸກ ໝາກຜົນຂອງການຈັດຕັ້ງປະຕິບັດແຜນນະໂຍບາຍຂອງພັກ-ລັດ, ດັ່ງທີ່ລາຍງານການເມືອງຂອງກອງປະຊຸມ ກໍໄດ້ກຳນົດແລ້ວວ່າ ຕ້ອງສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໃນວຽກງານພະນັກ ງານ ຕ້ອງເອົາໃຈໃສ່ໃຫ້ຫຼາຍ ເຮັດແນວໃດ ເມື່ອເຮົາມີພະນັກງານໜ້ອຍ, ພວກເຮົາຕ້ອງຮູ້ຈັກ ເລືອກເຫັນ ແລະ ນຳໃຊ້ພະນັກງານ ໃຫ້ຖືກຕາມຄວາມຮູ້, ຄວາມສາມາດ, ຕ້ອງສ້າງໂອກາດ ແລະ ໃຫ້ຄວາມສຳຄັນຕໍ່ ຜູ້ທີ່ມີສະຕິປັນຍາ, ມີຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ມີຜົນງານຕົວຈິງ. ຕ້ອງຮູ້ປະສານສົມທົບຢ່າງກົມກຽວ ລະຫວ່າງບົດຮຽນ ແລະ ປະສົບການ ຂອງພະນັກງານລຸ້ນອາວຸໂສ ກັບຄວາມຄິດສ້າງສັນ, ຄວາມກະ ຕືລືລົ້ນ ແລະ ພະລັງແຮງຂອງຄົນຮຸ້ນໜຸ່ມ, ຕ້ອງເປີດໂອກາດໃຫ້ຄົນເກັ່ງ, ຄົນດີທັງຄວາມສາມາດ ແລະ ຄຸນສົມບັດຢ່າງແທ້ຈິງ ໄດ້ປະກອບສ່ວນເຂົ້າໃນການພັດທະນາແຂວງຜົ້ງສາລີ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ເມື່ອພະນັກງານເຮົາເອງ ຫາກຂາດວິຊາການໃດໜຶ່ງ ກໍຕ້ອງຮີບຮ້ອນ ສົ່ງຫາບັນດາຂະແໜງການສູນກາງໃຫ້ໄວ ແລະ ມີວິທີຈູງໃຈເຂົາເຈົ້າຢ່າງເໝາະສົມ.
ຫົກ, ຄະນະບໍລິຫານງານພັກແຂວງຊຸດໃໝ່ 35 ສະຫາຍ ໂດຍມີ ສະຫາຍ ພົນຕີ ສົມພອນ ມິດຕະພອນ ເປັນເລຂາຄະນະບໍລິຫານງານພັກແຂວງ. ໂຄງປະກອບຂອງຄະນະບໍລິຫານງານຊຸດໃໝ່ ໄດ້ສ່ອງແສງໃຫ້ເຫັນລັກສະນະສືບທອດ-ປ່ຽນແທນທີ່ກົມກຽວ, ມີໂຄງປະກອບ: ເພດ, ເຜົ່າ ແລະ ຮຸ່ນອາຍຸ ຢ່າງສົມດຸນແລ້ວ, ເຊິ່ງລ້ວນແຕ່ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ ແລະ ເປັນທີ່ເຊື່ອໝັ້ນໄວ້ວາງໃຈຈາກຜູ້ແທນກອງປະຊຸມ. ຖືໂອກາດນີ້, ຕາງໜ້າກົມການເມືອງ, ຄະນະເລຂາທິການສູນກາງພັກ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ໝົດທຸກສະຫາຍ ແລະ ເຊື່ອໝັ້ນວ່າ ຄະນະນຳຊຸດໃໝ່ຈະຮັບເອົາ ພາລະກຳປະຫວັດສາດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ກຳນົດໄວ້ໄປປະຕິບັດຢ່າງດີງາມ.
ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ຄັ້ງທີ XII ໄດ້ສຳເຫຼັດຜົນ ຕາມຄາດໝາຍແລ້ວ, ຊຶ່ງຈາກນີ້ໄປ ຄະນະບໍລິຫານງານພັກແຂວງຊຸດໃໝ່ ເປັນແກນກາງທີ່ມີໜ້າທີ່ ນຳພາແຂວງ ຜົ້ງສາລີ ໃຫ້ກ້າວຂຶ້ນສູງກວ່າເກົ່າ, ເປັນໃຈກາງຮັບຜິດຮັບຊອບທາງດ້ານການເມືອງ ໃນການນຳພາ – ຊີ້ນຳການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເຂົ້າສູ່ຊີວິດຕົວຈິງ, ສ້າງບາດກ້າວການຫັນປ່ຽນທີ່ແຂງແຮງໃນທຸກຂົງເຂດ.
ດັ່ງນັ້ນ ຈາກນີ້ ບັນດາສະຫາຍ ຈົ່ງຮີບຮ້ອນແບ່ງວຽກ, ແບ່ງງານ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານ, ພາຍໃນຄະນະປະຈຳພັກແຂວງ ໃຫ້ລະອຽດ, ຈະແຈ້ງ ແລະ ສອດຄ່ອງກັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ. ບັນດາສະຫາຍຕ້ອງເຂົ້າໃຈຢ່າງເລິກເຊິ່ງວ່າ, ການໄດ້ຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງ ແມ່ນການເຂົ້າມາເພື່ອຮັບໃຊ້ພັກ, ຮັບໃຊ້ປະຊາຊົນ ແລະ ເພື່ອນຳພາສ້າງສາແຂວງ ຜົ້ງສາລີ ໃຫ້ຈະເລີນກ້າວໜ້າ. ສະນັ້ນ ຍິ່ງຕ້ອງທຸ້ມເທເຫື່ອແຮງ, ສະຕິປັນຍາ, ມີຄວາມເສຍສະຫຼະ ເພື່ອເຮັດສຳເລັດ ໜ້າທີ່ການເມືອງທີ່ໄດ້ຮັບມອບ ໝາຍ; ຕ້ອງຢຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຮັບຊອບ, ຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂຶ້ນເລື້ອຍໆ (ທັງດ້ານທິດ ສະດີການເມືອງ, ວິຊາສະເພາະ ແລະ ເຕັກໂນໂລຊີ ທີ່ທັນສະໄໝ), ຕ້ອງເປັນແບບຢ່າງທີ່ດີໃນການດຳລົງຊີວິດທີ່ລຽບງ່າຍ, ປອດໃສຂາວສະອາດ, ຕ້ານການຫຼິ້ນກິນຟູມເຟືອຍ, ຕ້ານການສວຍໃຊ້ໜ້າທີ່ ຕຳແໜ່ງ, ຕ້ານພະຍາດພັກພວກ, ຈຸ້ມເຈື້ອເຊື້ອສາຍ ແລະ ຜົນປະໂຫຍດສ່ວນຕົວ.
– ສຳລັບບັນດາສະຫາຍ ທີ່ເປັນຄະນະບໍລິຫານງານພັກຊຸດເກົ່າ, ເປັນພະນັກງານບຳນານແລ້ວ ຂໍຈົ່ງສືບຕໍ່ເປັນ ຄັນທຸງແຫ່ງຄວາມສາມັກຄີເປັນປຶກແຜ່ນໃນໝູ່ປະຊາຊົນ, ປະກອບສ່ວນຄຳຄິດເຫັນ ຊ່ວຍເຫຼືອຄະນະພັກຊຸດໃໝ່ ເຮັດສຳເລັດໜ້າທີ່ຂອງຕົນ ດີກວ່າເກົ່າ.
– ສຳລັບບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ແລະ ບັນດາສະມາຊິກພັກ ຕ້ອງສະໜັບສະໜູນ ແລະ ໃຫ້ການຮ່ວມມືເປັນຢ່າງດີກັບ ຄະນະພັກຊຸດໃໝ່ ເປັນຕົ້ນກັບບັນດາສະຫາຍຄະນະປະຈຳພັກແຂວງ.
– ສຳລັບປະຊາຊົນບັນດາເຜົ່າຊາວ ຜົ້ງສາລີ ຈົ່ງເສີມຂະຫຍາຍ ມູນເຊື້ອວິລະຊົນ ອັນສະຫງ່າອົງອາດໃນເມືອກ່ອນ ມາເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ເປັນວິລະຊົນໃໝ່, ຈົ່ງຮ່ວມແຮງຮ່ວມໃຈໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ໃຫ້ປະສົບຜົນສຳເລັດຢ່າງງົດງາມ.