ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ Xll ໄດ້ເປີດຂຶ້ນຢ່າງເປັນທາງການ
ໃນຕອນເຊົ້າຂອງວັນທີ 29 ກັນຍາ 2025 ນີ້. ນະທີ່ສະໂມສອນໃຫ່ຍຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົຕ ສົມພອນ ມິດຕະພອນ ຮັກສາການເລຂາພັກແຂວງ, ຮັກສາການ ເຈົ້າແຂວງຜົ້ງສາລີ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາແຂວງຜົ້ງສາລີ, ມີບັນດາ ສະຫາຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ,ບັນດາສະຫາຍ ອະດີດການນໍາ ພັກ – ລັດ ຂອງແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ,ແຂກເຊີນ,ນັກຮົບແຂ່ງຂັນ, ບັນດາບໍລິສັດ, ນັກທຸລະກິດ ແລະ ຜູ້ແທນສົມບູນໃນທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ອູຄຳ ຕຸລາພັນ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງຜົ້ງສາລີ ໄດ້ຂຶ້ນກ່າວຈຸດປະສົງ ຈາກນັ້ນ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງຜົ້ງສາລີ ປະທານສະພາປະຊາຊົນແຂວງຜົ້ງສາລີ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ,ພ້ອມທັງຜ່ານບົດລາຍງານຄຸນລັກສະນະຂອງຜູ້ແທນກອງປະຊຸມໃຫຍ່ອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ Xll,ມີຈຳນວນຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດມີ 309 ສະຫາຍ, ຍິງ 41 ສະຫາຍ ປະກອບມີ09 ເຜົ່າ: ໃນນີ້ເຜົ່າລາວລຸ່ມ 34 ສະຫາຍ, ເຜົ່າກຶມມຸ 73 ສະຫາຍ, ເຜົ່າມົ້ງ 3 ສະຫາຍ, ເຜົ່າພູ ນ້ອຍ 106 ສະຫາຍ, ເຜົ່າລື້ 51 ສະຫາຍ, ເຜົ່າຫໍໍ້10 ສະຫາຍ, ເຜົ່າອາຄາ 11 ສະຫາຍ, ເຜົ່າຢັ້ງ 7 ສະຫາຍ, ເຜົ່າໄຕ 14 ສະຫາຍ. ຊື່ງເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວອົງຄະນະພັກແຂວງຜົ້ງສາລີ ທັງໝົດ 14,241 ສະຫາຍ, ຍິງ 4,355 ສະຫາຍ.

ສະຫາຍ ພົຕ ສົມພອນ ມິດຕະພອນ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ຊຶ່ງ ສະຫາຍໄດ້ກ່າວວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ຈະດໍາເນີນເປັນເວລາ 1,5 ວັນ ຊຶ່ງເປັນຊ່ວງເວລາແຫ່ງການລະດົມສະຕິປັນຍາ ແລະ ຕັດສິນບັນຫາສໍາຄັນຂອງແຂວງ. ພວກເຮົາຈະໄດ້ພ້ອມກັນປະຕິບັດໜ້າທີ່ອັນມີກຽດສະຫງ່າ, ຜ່ານການກວດກາຢ່າງເລິກເຊິ່ງຕາມຫຼັກການວິທະຍາສາດ ແລະ ພາວະວິໄສ ເພື່ອສັງເກດຕີລາຄາຄືນການນໍາພາ-ຊີ້ນຳ ຂອງອົງຄະນະພັກແຂວງໃນ 5 ປີຜ່ານມາ ພວກເຮົາຈະໄດ້ພ້ອມກັນຕີລາຄາການຈັດຕັັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ສະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ, ຊີ້ໃຫ້ເຫັນຜົນງານອັນເປັນພື້ນຖານ, ດ້ານດີທີ່ຕ້ອງເສີມຂະຫຍາຍ ພ້ອມທັງກ້າຫານຊີ້ໃຫ້ເຫັນດ້ານອ່ອນຂໍ້ຄົງຄ້າງ ເພື່ອເປັນບ່ອນອີງໃນການກ້າວເດີນ, ສິ່ງສໍາຄັນແມ່ນການສະຫຼຸບຖອດຖອນບົດຮຽນອັນລໍ້າຄ່າ ທີ່ໄດ້ມາຈາກເຫື່ອແຮງ, ສະຕິປັນຍາ ແລະ ການເສຍສະຫຼະ ພ້ອມນັ້ນ, ພວກເຮົາຈະໄດ້ຄົ້ນຄວ້າ ແລະ ຮັບຮອງເອົາທິດທາງຍຸດທະສາດ, ໜ້າທີ່ຕົ້ນຕໍ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2025-2030) ເພື່ອສືບຕໍ່ນໍາພາແຂວງຜົ້ງສາລີ ກ້າວຂຶ້ນຢ່າງໜັກແໜ້ນ, ຜ່ານຜ່າທຸກຄວາມທ້າທາຍ, ໄຂສັກກາລາດໃໝ່ແຫ່ງການພັດທະນາຕາມເສັ້ນທາງສັງຄົມນິຍົມອັນສະຫວ່າງສະໄຫວ.
ຈຸດໝາຍສໍາຄັນທີ່ສຸດຂອງກອງປະຊຸມ ແມ່ນຈະໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນ ເພື່ອເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ຊຸດທີ XII, ຊຶ່ງແມ່ນແກນນໍາ, ແມ່ນສູນກາງແຫ່ງຄວາມສາມັກຄີ ແລະ ສະຕິປັນຍາ, ເພື່ອນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ ພ້ອມດຽວກັນນັ້ນ,ຈະໄດ້ເລືອກຕັ້ງເອົາຄະນະຜູ້ແທນສົມບູນ ແລະ ສໍາຮອງ ທີ່ຄົບມາດຖານເງື່ອນໄຂເປັນຕົວແທນເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນຄວາມສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ. ພ້ອມນີ້ ສະຫາຍຍັງໄດ້ຜ່ານບົດລາຍງານການເມືອງໂດຍຫຍໍ້ຂອງຄະນະບໍລິຫານງານພັກແຂວງຄັ້ງທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແລະ ທິດທາງແຜນການຄັ້ງທີ XII ຊຶ່ງ ສະຫາຍ ໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານເປັນຕົ້ນແມ່ນຈຸດດີຈຸດອ່ອນບາງບົດຮຽນທີຖອດຖອນໄດ້ ແລະ ທິດທາງແຜນການຄາດໝາຍສູ້ຊົນແຕ່ປີ 2026-2030.

ຈາກນັ້ນ ສະຫາຍ ຄຳເຫຼັກ ໃຈອີສານ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໄດ້ຂຶ້ນຜ່ານ ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງຜົ້ງສາລີ 5 ປີ ຄັ້ງທີ X ( 2026 – 2030 ) ພ້ອມກັນນີ້ຍັງໄດ້ຮັບຟັງການປະກອບຄໍາເຫັນຈາກຂົງເຂດ ປກຊ – ປກສ; ຂົງເຂດພັກ – ພະນັກງານ; ຂົງເຂດອົງການອຳນາດລັດຢູ່ທ້ອງຖິ່ນ ແລະ ຕຸລາການ; ຂົງເຂດແນວລາວສ້າງຊາດ – ອົງການຈັດຕັ້ງມະຫາຊົນ ແລະ ບົດຮຽນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຂອງໜ່ວຍພັກບ້ານດົງ ເມືອງບຸນເໜືອ,ບົດຮຽນການດຳເນີນທຸລະກິດລ້ຽງໝູ ຂອງບໍລິສັດ ບຸນທະວີໄຊ ຟາມລ້ຽງໝູ ຈຳກັດຜູ້ດຽວ ແລະ ການປຸງແຕ່ງຊາເປັນສິນຄ້າຂອງໂຮງງານປຸງແຕ່ງຊາ ແສງຄຳ ລາວລີ ຕື່ມອິກ.

ໃນກອງປະຊຸມຍັງໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາລວມຂອງຄະນະບໍລີຫານງານພັກແຂວງສະໄໝທີ Xl ການດໍາເນີນກອງປະຊຸມຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ ຊຶ່ງຜູ້ແທນກອງປະຊຸມຈະໄດ້ພ້ອມກັນລົງເລິກສັງເກດຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງ ເປັນຕົ້ນແມ່ນ: ບົດລາຍງານການເມືອງຂອງຄະນະບໍລິຫານບ້ານພັກແຂວງຜົ້ງສາລີ ສະໄໝທີ Xl ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ 5 ປີ ຄັ້ງທີ X ປີ (ແຕ່ປີ 2021-2025), ການນໍາພາ-ຊີ້ນໍາ ຢ່າງຮອບດ້ານຂອງຄະນະບໍລິຫານງານພັກແຂວງ ໃນຕະຫຼອດໄລຍະ 5 ປີຜ່ານມາ. ຈະໄດ້ຕົກລົງຢ່າງເປັນເອກະພາບຮັບຮອງເອົາທິດທາງລວມ ແລະ ຄາດໝາຍສູ້ຊົນໃນການພັດທະນາແຂວງຜົ້ງສາລີ 5 ປີ (2026-2030) ເພື່ອສ້າງພື້ນຖານອັນໜັກແໜ້ນ ໃນການນໍາພາແຂວງຜົ້ງສາລີ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້. ພ້ອມດຽວກັນນັ້ນ, ຜູ້ແທນສົມບູນກອງປະຊຸມໃຫຍ່ ຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ Xll ແລະ ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍຄັ້ງທີ XII ຂອງພັກ. ພິເສດກອງປະຊຸມຈະໄດ້ຮັບຟັງຄໍາເຫັນໂອ້ລົມຈາກ ກຳມະການກົມການເມືອງສູນກາງພັກ, ເຊຶ່ງຈະເປັນເຂັມຊີ້ທິດເຍືອງທາງໃຫ້ອົງຄະນະພັກ, ກໍ່ຄືຄະນະບໍລິຫານງານພັກແຂວງຊຸດໃໝ່ຕໍ່ການພັດທະນາແຂວງຜົ້ງສາລີ ໃຫ້ມີການຫັນປ່ຽນໃໝ່ ກ້າວຂຶ້ນຕາມຈຸດໝາຍທີ່ວາງໄວ້.
ພາບ:ແກ້ວສະຫວ່າງ ໄຊຍະເງິນ,ຂ່າວ:ຍີນໄຊ ສີບຸນເຮືອງ