ເມືອງບຸນໃຕ້, ແຂວງຜົ້ງສາລີ ຈັດພິທີປາຖະກະຖາ ເລົ່າມູນເຊື້ອ 3 ເອກະສານສຳຄັນ ປະຈຳເດືອນ ຕຸລາ 2025

ເມືອງບຸນໃຕ້, ແຂວງຜົ້ງສາລີ ຈັດພິທີປາຖະກະຖາ ເລົ່າມູນເຊື້ອ 3 ເອກະສານສຳຄັນ ປະຈຳເດືອນ ຕຸລາ 2025

    ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມສະໂມສອນ ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍພາຍໃດ້ການເປັນປະທານຂອງທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ,  ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານຄະນະປະຈຳພັກເມືອງ,   ກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ ປກຊ-ປກສ, ຫົວໜ້າ, ຮອງຫົວຫ້ອງການ, ເລຂາ, ຮອງເລຂາ ປະທານ, ຮອງປະທານອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດພະນັກງານຫຼັກແຫຼ່ງເມືອງເຂົ້າຮ່ວມ.

     ໃນພິທີ ທ່ານ ນາງ ເພັດມະນີ ຈິດດາພອນ ຮັກສາການຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ໃຫ້ກຽດຂຶ້ນຜ່ານມູນເຊື້ອຂອງວັນປະກາດເອກະ ລາດ ຄົບຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025 ) ແລະ ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກຂອງ ສປປ ລາວ ຄົບຮອບ 38 ປີ ຄົບຮອບ 22 ປີ ( 17 ຕຸລາ 1987 – 17 ຕຸລາ 2025 ແລະ 17 ຕຸລາ 2003 – 17 ຕຸລາ 2025; ຈາກນັ້ນ ທ່ານອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດເລົ່າມູນເຊື້ອວັນສ້າງຕັ້ງ ການທູດລາວ ຄົບຮອບ 80 ປີ ( 12 ຕຸລາ 1945 – 12 ຕຸລາ 2025 ) ຊຶ່ງໃນແຕ່ລະເອກະສານ ແມ່ນໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ 3 ວັນປະຫວັດສາດ ຢ່າງລະອິດລະອ້ຽວ ຂອງແຕ່ລະໄລະຍະ ໂດຍຕິດພັກກັບຂະບວນການຕໍ່ສູ້ປົດ ປ່ອຍ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນແຕ່ລະໄລຍະ. ພ້ອມນັ້ນທ່ານ ຍັງໄດ້ກ່າວຕື່ມວ່າ: ຈຸດປະສົງໃນການປາຖະກະຖາຄັ້ງນີ້ ກໍເພື່ອເຜີຍແຜ່ບັນດາເນື້ອໃນເອກະສານສຳຄັນຂອງພັກ-ຂອງຊາດ ໃຫ້ພະນັກງານ -ລັດຖະກອນພາຍໃນເມືອງ ໄດ້ຮັບຮູ້ເຂົ້າໃຈ ມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນໃຫຍ່ຫຼວງຂອງ 3 ວັນປະຫວັດສາດ ໃຫ້ນຳເອົາໄປເປັນບ່ອນອີງໃນກັນຈັດຕັ້ງປະຕິບັດເຂົາໃນວຽກງານແຕ່ລະຂົງເຂດ ແລະ ທັງເປັນການປູກຈິດສຳນຶກໃຫ້ທົ່ວປວງຊົນມີຄວາມຮັບຮູ້, ເຂົ້າໃຈ ຕໍ່ຄວາມເປັນມາຢ່າງຫຍຸ້ງຍາກລຳບາກ ໃນຕະຫຼອດໄລຍະເສັ້ນທາງປະຕິວັດ ຈົນປະເທດຊາດ ໄດ້ມີຄວາມເປັນເອກະລາດ ແລະ ມີສິດເສລີພາບໃນການທຳມາຫາກິນ ແລະ ການດຳລົງຊີວິດ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet