ເມືອງຜົ້ງສາລີ ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ

ເມືອງຜົ້ງສາລີ

ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ

     ກອງປະຊຸມເຊື່ອມຊຶມ ມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ ແລະພະນັກງານ-ລັດຖະກອນໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2025 ນີ້ ຢູ່ສະໂມສອນໃຫ່ຍຂອງເມືອງຜົ້ງສາລີ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ບູນສະຫວາດ ສີວົງໄຊ ເລຂາພັກເມືອງຜົ້ງສາລີ, ເຂົ້າຮ່ວມຮັບຟັງມີບັນດາຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ກອງບັນຊາການ ປກສ- ປກຊ ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫ້ອງການໄຟຟ້າປະຈໍາເມືອງ, ໂຮງໝໍຊຸມຊົນ, ທະນາຄານນະໂຍບາຍ, ທະນະາຄານການຄ້າ, ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຜົ້ງສາລີ ຕະຫຼອດຮອດພະນັກງານ – ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມ.

     ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງມະຕິ ຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2021 ວ່າດ້ວຍການສ້າງເສດຖະກິດເປັນເຈົ້າຕົນເອງໃນໄລຍະໃໝ່, ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຮັບຟັງເອກະສານແກ້ໄຂປະກົດການຫຍໍ້ທໍ້ ໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ຮັບຟັງມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04/ ຄບສພ ລົງວັນທີ 30 ກັນຍາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ, ຮັບຟັງຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 13/ຄຈສພ ລົງວັນທີ 11 ກັນຍາ 2024 ວ່າດ້ວຍການເລືອກເຝັ້ນແຕ່ງຕັ້ງ, ສັບປ່ຽນໜ້າທີ່ ຂອງພະນັກງານນໍາພາ-ຄຸ້ມຄອງ, ຮັບຟັງມະຕີຂອງກົມການເມືອງສູນກາງພັກສະບັບເລກທີ 21/ກມສພ, ລົງວັນທີ 9 ພະຈິກ 2022 ວ່າດ້ວຍການຕີລາຄາພະນັກງານ, ຮັບຟັງເອກະສານ ເດັດດ່ຽວແກ້ໄຂບັນຫາເສື່ອມຖອຍທ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຂອງຖັນແຖວພະນັກງານສະມາຊິກພັກ, ຮັບຟັງມະຕິ ເລກທີ 205/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ຮັບພັກເອກະສານວຽກງານການຕິດຕາມກວດການພັກ-ລັດ ຈຸດປະສົງໃນການເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຄໍາແນະນໍາຂອງພັກ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນໃນຄັ້ງນີ້ກໍ່ເພື່ອຍົກສູງຄວາມເປັນເຈົ້າການຍູ້ຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ XII  ຂອງພັກກໍ່ຄືມະຕິກອງປະຊຸມໃຫຍ່ XII  ຂອງອົງຄະນະພັກແຂວງເຂົ້າສູ່ຊີວິດຕົວຈິງ ແລະ ມີຜົນສໍາເລັດ, ຄະນະພັກແຕ່ລະຂັ້ນຕ້ອງຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຕໍ່ການແກ້ໄຂບັນ ຫາຕົວຈິງໃນສະພາບການຫຍຸ້ງຍາກໃນປັດຈຸບັນ ເພື່ອສືບຕໍ່ສ້າງຄວາມເຊື່ອໝັ້ນຂອງປະຊາຊົນ ທີ່ມີຕໍ່ການນໍາພາຂອງພັກ-ລັດ ແລະ ຮຽກຮ້ອງມາຍັງຄະນະພັກ, ສະມາຊິກພັກ, ພະນັກງານ ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວເປັນເຈົ້າຕົນເອງ, ມີຄວາມຕັດສີນເປັນເອກະພາບໃນທົ່ວພັກ-ທົ່ວລັດທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດຍົກສູງນໍ້າໃຈເສຍສະຫຼະເດັດດ່ຽວຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກຕ່າງໆສ້າງພື້ນຖານ ແລະ ທວງທ່າໃຫ້ແກ່ການພັດທະນາ ແລະ ສ້າງສາປະເທດຊາດເວົ້າລວມເວົ້າສະເພາະເມືອງຜົ້ງສາລີໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet