Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຜົ້ງສາລີ ຄັ້ງທີ 2 ສະໄໝທີ XII -

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຜົ້ງສາລີ ຄັ້ງທີ 2 ສະໄໝທີ XII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງຜົ້ງສາລີ ຄັ້ງທີ 2 ສະໄໝທີ XII

     ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 17 ຕຸລາ 2025 ນະທີ່ຫ້ອງປະຊຸມ ຊັ້ນ 3 ສຳນັກງານປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກເເຂວງ, ເຂົ້າຮ່ວມມີບັນດາ ສະຫາຍຄະນະປະຈຳພັກແຂວງ, ບັນດາສະຫາຍກຳມະການພັກແຂວງ.

     ໃນກອງປະຊຸມສະຫາຍ ພົນຕີ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານງານພັກເເຂວງ, ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ. ຈາກນັ້ນ, ສະຫາຍ ພອນປະດິດ ທິບມະນີວົງ ກຳມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຂອງຄະນະເລຂາທີການສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລີຫານງານພັກແຂວງຜົ້ງສາລີ ສະໄໝທີ XII. ພ້ອມນັ້ນ, ສະຫາຍ ສັນຕິ ແກ້ວຍະສານ ຮອງເລຂາພັກແຂວງ ໄດ້ຜ່ານຮ່າງຕີລາຄາທ່າແຂງ-ທ່າອ່ອນ ຂອງຄະນະບໍລິ ຫານງານພັກແຂວງ ສະໄໝທີ XII ແລະ ສະຫາຍ ບູນທະວີ ສໍສຸກັນ ຮອງເລຂາພັກແຂວງ ກໍໄດ້ໃຫ້ກຽດຂຶ້ນຜ່ານຮ່າງຂໍ້ກຳນົດ ວ່າດ້ວຍແບບແຜນ, ວິທີເຮັດວຽກ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XII ແລະ ຜ່ານຮ່າງແຜນດຳເນີນງານຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XII. ນອກນັ້ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງ ມະຕິແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XII. ຈາກນັ້ນ, ສະຫາຍ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ໄດ້ຜ່ານຮ່າງເນື້ອໃນບົດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ສະໄໝທີ XII ຂອງຄະນະບໍລິຫານງານພັກແຂວງ, ຜ່ານຮ່າງຄຳສັ່ງ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຜົ້ງສາລີ ສະໄໝທີ XII.

ໂອກາດນີ້ ປະທານກອງປະຊຸມໄດ້ເຈາະຈີ້ມ, ສະເໜີປະກອບຄຳເຫັນຕໍ່ບັນດາເອກະສານທີ່ໄດ້ຮັບຮອງໃນກອງປະຊຸມ ເພື່ອຮຽບຮຽງຄືນເປັນຄັ້ງສຸດທ້າຍກ່ອນຈັດພີມ ເປັນຕົ້ນ ຮ່າງບົດລາຍງານການເມືອງ 2 ພາກ; ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2026-2030; ຮ່າງບົດສຳຫຼວດການນຳພາລວມ ແລະ ເຈາະຈີ້ມແຕ່ລະບັນຫາ ຕໍ່ກອງປະຊຸມ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດ-ຄຳເຫັນ ເພື່ອເອກະພາບກັນ ໃສ່ຮ່າງມະຕິກອງປະຊຸມຄົບຄະນະບໍລິ ຫານງານພັກແຂວງຜົ້ງສາລີ ຄັ້ງທີ 2 ສະໄໝທີ XII.

ພາບ-ຂ່າວ: ແກ້ວສະຫວ່າງ ໄຊຍະເງີນ.

 

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet