
ແຂວງຜົ້ງສາລີ ສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງ
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານປົກຄອງແຂວງ ໂດຍການເປັນປະທານຂອງ ສະຫາຍ ພົຕ ສົມພອນ ມິດຕະພອນ ເລຂາຄະນະບໍລິຫານການພັກແຂວງ, ເຂົ້າຮ່ວມມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ມີບັນດາຕາງໜ້າອະນຸກຳມະການໃນ 6 ອະນຸກຳມະການ ໃນແຕ່ລະຂົງເຂດວຽກງານເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ນາງ ຈັນມະນີ ນະຄອນສຸກ ຮອງຫົວໜ້າຫ້ອງວ່າການແຂວງ ໄດ້ສະເໜີຈຸດປະສົງ. ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ທີ່ປະຊຸມ ຍັງໄດ້ຮັບຟັງຮ່າງບົດສະຫຼຸບຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ສະໄໝທີ Xll ຂອງອົງຄະນະພັກແຂວງຜົ້ງສາລີ ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີຖອດຖອນໄດ້; ພ້ອມທັງຮັບຟັງບົດລາຍງານຈາກອະນຸກຳມະການເສດຖະກິດ.
ພ້ອມນີ້ປະທານກອງປະຊຸມ ຍັງໄດ້ມີຄຳຖາມເຈາະຈີ້ມຕໍ່ກອງປະຊຸມ ເພື່ອເປັນການຊີ້ທິດໃນການປະກອບຄຳຄິດຄຳເຫັນຕໍ່ຜູ້ເຂົ້າຮ່ວມກອງປະຊຸມ.

ຈາກນັ້ນ, ບັນດາ ສະຫາຍທີ່ຕາງໜ້າອະນຸກຳມະການແຕ່ລະພາກສ່ວນ ກໍ່ໄດ້ພັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ກໍເພື່ອຖອດຖອນບົດຮຽນນຳກັນ ແລະ ເຮັດໃຫ້ການຈັດຕັ້ງວຽກງານໃນຕໍ່ໜ້າໃຫ້ມີຄຸນນະພາບດີ ເເລະ ມີປະສິດທິພາບສູງຍິ່ງຂຶ້ນ.
ຂ່າວ: ຍີນໄຊ