Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງຂວາ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ -

ເມືອງຂວາ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

ເມືອງຂວາ ປາຖະກະຖາວັນສະຖາປະນາ ສປປ ລາວ ແລະ ວັນເກີດປະທານໄກສອນ ພົມວິຫານ

     ເມືອງຂວາ ແຂວງຜົ້ງສາລີ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີຂຶ້ນໃນວັນທີ 28 ພະຈິກ 2025 ນີ້ ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດປາຖະກະຖາຂອງທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ພະນັກງານອາດີດການນໍາ, ເລຂາພັກນາຍບ້ານອ້ອມຂ້າງເທດສະບານເມືອງເຂົ້າຮ່ວມ.

     ໃນພິທີ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງໄດ້ໃຫ້ກຽດປາຖະກະຖາ ໂດຍຍົກໃຫ້ເຫັນໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ໂດຍສະເພາະພາຍຫຼັງທີ່ຈັກກະພັດຝຣັ່ງ ຍອມເຊັນສັນຍາເຊີແນວ 1954 ແລະ ຈັກກະພັດອາເມລິກາ ກໍໂດດເຂົ້າມາແທນພວກເຂົາໄດ້ດໍາເນີນການກົດຂີ່ຂູດຮີດປະຊາຊົນລາວຍິ່ງໜັກໜ່ວງກວ່າເດີມ ແລະ ການຕໍ່ສູ້ຂອງປະຊາຊົນລາວແມ່ນປະເຊີນກັບສັດຕູໂຕຮ້າຍກາດ ແລະ ເຂັ້ມແຂງທີ່ສຸດ, ແຕ່ກອງທັບ ແລະ ປະຊາຊົນລາວເດັດຂາດບໍ່ຍອມຈໍານົນສັດຕູຕໍ່ສູ້ຢ່າງພິລະອາດຫານ, ເດັດຂາດມີໄຊ, ຜ່ານຂະບວນການຕໍ່ສູ້ອັນຍືດເຍື້ອຍາວນານ ໄດ້ມີຫຼາຍເຫດການສໍາຄັນຊຶ່ງເປັນສິ່ງມະຫັດສະຈັນຖືກຈາລຶກໄວ້ ໃນໜ້າປະຫວັດສາດຂອງຊາດ ເປັນຕົ້ນແມ່ນການຜ່າວົງປິດລ້ອມ ຂອງກອງພັນທີ 2 ຂອງຝ່າຍປະເທດລາວ ຢູ່ທົ່ງໄຫຫີນຊຽງຂວາງ, ຜູ້ນໍາແນວລາວຮັກຊາດໂຕນອອກຈາກຄຸກໂພນເຄັງ, ການຍຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດແບບບົວບໍ່ຊໍ້ານໍ້າບໍຂຸ່ນ, ແຕ່ຈັບປາໄດ້ໝົດ ແລະ ເຫດການອື່ນໆ,ໃນທີ່ສຸດກໍກ້າວໄປເຖິງໄຊຊະນະຢ່າງສົມບູນສະຖາປະນາ ສາທາລະນະລັດ ປະຊາປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ພ້ອມນັ້ນ, ຍົກໃຫ້ເຫັນຜົນງານພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ 50 ປີຜ່ານມາ; ເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເດັດດ່ຽວຢຶດໝັ້ນອຸດົມການສັງຄົມນິຍົມ ທີ່ພັກກຳນົດໄວ້ຢ່າງໜັກແໜ້ນ, ສຸມໃສ່ປະຕິບັດສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ຈາກນັ້ນ, ຄໍາໄລສຸທິພອນ ຍັງໄດ້ໃຫ້ກຽດປາຖະກະຖາວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ ໂດຍຍົກໃຫ້ເຫັນການເຄື່ອນໄຫວຊິວິດຂອງປະທານໄກສອນ ພົມວິຫານ ກັບພາລະກິດປົດປ່ອຍຊາດ, ຜົນງານ, ຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ແມ່ນໃຫຍ່ຫຼວງທີ່ສຸດ ໃນການນໍາພາພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມນີ້, ທ່ານຍັງຍົກໃຫ້ເຫັນການເສີມຂະຫຍາຍມູນເຊື້ອວັນທີ 2 ທັນວາ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຕັ້ງໜ້າຮໍ່າຮຽນແບບຢ່າງຄຸນສົມບັດ ຂອງປະທານ ໄກສອນພົມວິຫານ.

     ປະທານໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າໃຈເສຍສະຫຼະສູງສົ່ງ, ນັກປະຕິວັດສຸດກົກສຸດປາຍ ແລະ ຮັບໃຊ້ປະຊາຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນ ພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນທຸງໃນການເຕົ້າໂຮມຄວາມສາມັກຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ບັນດາແບບຢ່າງຄຸນສົມບັດຂອງເພິ່ນ ທີ່ພວກເຮົາຈະໄດ້ພ້ອມກັນສືບຕໍ່ດ້ວຍຄວາມຮັບຜິດຊອບສູງ. ໃນພິທີໄດ້ມອບຫຼຽນກາລະນຶກ 50 ປີ ວັນສາຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 50 ປີ ຈໍານວນ 38 ທ່ານ ໃຫ້ແກ່ບຸກຄົນທີ່ທີ່ຜົນງານດີເດັ່ນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຢ່າງສົມກຽດ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet