Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ການນໍາເມືອງຂວາ ຮ່ວມຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ -

ການນໍາເມືອງຂວາ ຮ່ວມຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ການນໍາເມືອງຂວາ ຮ່ວມຮັບຊົມ ການຖ່າຍທອດສົດ

ພິທີໂຮມຊຸມນຸມ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

     ການນໍາເມືອງຂວາ ເຊິ່ງນໍາໂດຍ ທ່ານ ຄໍາໄລ ສຸທິພອນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກໍາລັງ ປກຊ-ປກສ,ພະນັກງານອາວຸໂສບຳນານ ຄູອາຈານ ແລະ ພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຮັບຊົມ ການຖ່າຍທອດສົດ ພິທີໂຮມຊຸມນຸມ ເພື່ອຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເຊີງຈັດຂື້ນໃນຕອນເຊົ້າຂອງວັນທີ 9 ມັງກອນ 2026 ທີ່ຫໍວັດທະນະທຳແຫ່ງຊາດ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ພ້ອມດ້ວຍການນຳພັກ-ລັດ, ການນຳນະຄອນຫຼວງວຽງຈັນ ແລະ ມວນຊົນເຂົ້າຮ່ວມ.
ສະຫາຍ ປອ. ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ກ່າວປາໄສໃນພິທີວ່າ: ກອງປະຊຸມໃຫຍ່ຜູ້ແທນຂອງທຸກສະໄໝ ລ້ວນແຕ່ມີຄວາມໝາຍສໍາຄັນ; ສໍາລັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຄັ້ງນີ້ ກໍແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ໃນຂະບວນວິວັດແຫ່ງການກຳເນີດເຕີບໃຫຍ່ ແລະ ຂະຫຍາຍຕົວ ຂອງພັກເຮົາ ຕະຫຼອດໄລຍະ 70 ປີຜ່ານມາ, ທັງຍັງເປັນບາດລ້ຽວສໍາຄັນແຫ່ງການກ້າວເດີນ ຂອງປະເທດຊາດ ແລະ ປະຊາຊົົນລາວເຮົາ ໃນໄລຍະໃໝ່ ແລະ ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ທີ່ສໍາຄັນຂອງຊາດ, ຂອງພັກ ແລະ ວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ, ເຊິ່ງໃນນີ້ ກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ສະບັບທີ 03 ຂອງພັກ 11 ຂໍ້; ໂຄງການການເມືອງ ສະບັບນີ້ ຖືເປັນບາດກ້າວເດີນ, ເປັນພື້ນຖານໃຫ້ແກ່ການສ້າງບາດລ້ຽວ ທີ່ໜັກແໜ້ນ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະກິດບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ. ຊື່ງໄດ້ຕີລາຄາຢ່າງສັງລວມ ການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 02 ກໍຄື ພັກນໍາພາ ເຮັດສໍາເລັດພາລະກິດປົດປ່ອຍຊາດ ແລະ ສ້າງພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິິຍົມ ໃນ 03 ໄລຍະ ຄື: ໄລຍະນໍາພາ ພາລະກິດປົດປ່ອຍຊາດ, ປົກປັກຮັກສາ ສ້າງສາປະເທດຊາດ ແລະ ນໍາພາ ພາລະກິດປ່ຽນແປງໃໝ່; ຍົກໃຫ້ເຫັນບັນດາບົດຮຽນ ແລະ ບັນຫາທີ່ເປັນລັກສະນະກົດເກນຂອງການປະຕິວັດລາວ 06 ປະການ ເພື່ອເປັນພື້ນຖານໃນການວາງຈຸດໝາຍ ຮອດປີ 2055 ກໍຄື ວັນສ້າງຕັ້ງພັກ ຄົບຮອບ 100 ປີ ແມ່ນໃຫ້ສາມາດສ້າງປະເທດເຮົາ ເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ມີລະບົບການເມືອງ ທີ່ເຂັ້ມແຂງ, ມີພື້ນຖານເສດຖະກິດທີ່ທັນສະໄໝ, ກຳລັງການຜະລິດ ໄດ້ຮັບການພັດທະນາຮອບດ້ານ ໂດຍມີການພົວພັນການຜະລິດທີ່ສອດຄ່ອງ ແລະ ກ້າວໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ມີພື້ນຖານອັນໜັກແໜ້ນ ກ້າວສູ່ຄວາມອີ່ມໜຳສຳລານ; ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ກອງປະຊຸມໃຫຍ່ ໄດ້ຢືນຢັນດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບຕໍ່ພາປະເທດຊາດ ກ້າວຂື້ນສູ່ຄວາມຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ “ ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ “. ໂດຍໄດ້ກໍານົດວິໄສທັດ ແລະ ຍຸດທະສາດພັດທະນາປະເທດຊາດ ຮອດປີ 2055, ປີ 2035 ແລະ ວາງຄາດໝາຍສູ້ຊົນ ສໍາລັບໄລຍະ 5 ປີຕໍ່ໜ້າ ຄື: ຮອດປີ 2055 ຕ້ອງເພີ່ມທະວີມານະຈິດປະຕິວັດ ຂອງທົ່ວພັກ, ທົ່ວປວງຊົນ, ເສີມຂະຫຍາຍກໍາລັງແຮງສັງລວມພາຍໃນຊາດ ແລະ ສົມທົບກັບກໍາລັງແຮງ ຂອງຍຸກສະໄໝ ເພື່ອສູ້ຊົນພັດທະນາ ສປປ ລາວ ເປັນປະເທດກຳລັງພັດທະນາ, ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດທີ່ມີລາຍຮັບສູງ, ໄລຍະແຕ່ປີ 2026 ເຖິງ 2035 ສືບຕໍ່ດໍາເນີນການສ້າງ, ປັບປຸງ ແລະ ຍົກລະດັບບັນດາປະຖົມປັດໄຈຕົ້ນຕໍ ໃຫ້ແກ່ການບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ, ຍົກສູງຄວາມເປັນເຈົ້າຕົນເອງ ສືບຕໍ່ສ້າງພື້ນຖານໃນການພັດທະນາ; ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ; ອົງການລັດ ປະຕິບັດພາລະບົດບາດ, ໜ້າທີ່ ຕາມກົດໝາຍຢ່າງເຂັ້ມແຂງ, ມີປະສິດທິພາບ, ຍົກສູງຄວາມສາມາດ ໃນການຄຸ້ມຄອງມະຫາພາກ ຂອງສູນກາງ ແລະ ຄວາມເປັນເຈົ້າການ ຂອງທ້ອງຖິ່ນ; ການພັດທະນາເສດຖະກິດ-ສັງຄົມ ມີຈຸດສຸມ, ມີຄຸນະພາບ, ໜັກແໜ້ນ ຕາມທິດສີຂຽວ ແລະ ຍືນຍົງ, ເສດຖະກິດມະຫາພາກ ມີສະຖຽນລະພາບ, ຄວບຄຸມເງິນເຟີ້, ຫຼຸດຜ່ອນພາລະໜີ້ສິນສາທາລະນະ, ລັດວິສາຫະກິດ ເປັນກໍາລັງແຮງຮ່ວມກັບພາກສ່ວນເສດຖະກິດອື່ນໆ ໃນພື້ນຖານເສດຖະກິດແຫ່ງຊາດ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ທີ່ມີຄວາມສາມາດ ໃຫ້ແກ່ການພັດທະນາເພີ່ມຂຶ້ນ, ຍົກສູງຄຸນະພາບຊີວິດ ຂອງປະຊາຊົນ; ຍູ້ແຮງການນໍາໃຊ້ວິທະຍາສາດ-ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນໃນຂົງເຂດຕ່າງໆ; ການພັດທະນາ ມີຄວາມກົມກຽວ, ສົມດຸນ, ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ ແລະ ຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ ຢ່າງມີປະສິດທິຜົນ; ການເຊື່ອມໂຍງ-ເຊື່ອມຈອດ ກັບປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາເປັນກ້າວໆ, ໃນ 5 ປີຕໍ່ໜ້າ 2026-2030 ສືບຕໍ່ຮັບປະກັນສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນທົ່ວປວງຊົນ, ເອກະລາດ, ອໍານາດອະທິປະໄຕ ໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ; ປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ; ລະບົບການເມືອງ ໄດ້ຮັບການປັບປຸງໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສູ້ຊົນເຮັດໃຫ້ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການແກ້ໄຂຢ່າງເລິກເຊິ່ງ, ບໍ່ສ້າງໜີ້ສິນໜັກໜ່ວງ; ພັດທະນາເສດຖະກິດ ໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າຕົນເອງ, ສຸມໃສ່ 7 ຂະແໜງ ເສດຖະກິດປາຍແຫຼມ, ການຄຸ້ມຄອງ-ບໍລິຫານເສດຖະກິດ ດໍາເນີນໄປຖືກຕ້ອງຕາມກົດໝາຍ; ການພັດທະນາຂະຫຍາຍຕົວໄວ, ຕໍ່ເນື່ອງ, ສູ້ຊົນໃຫ້ອັດຕາການເຕີບໂຕ ຂອງລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ເພີ່ມຂຶ້ນສະເລ່ຍ 6% ຕໍ່ປີ ຂຶ້ນໄປ; ຄຸນະພາບຊີວິດ ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນ; ວັດທະນະທໍາອັນດີງາມ ແລະ ເປັນເອກະລັກ ຂອງຊາດ ໄດ້ຮັບການເສີມຂະຫຍາຍ, ຊັບພະຍາກອນມະນຸດ ໄດ້ຮັບການກໍ່ສ້າງ ແລະ ພັດທະນາຢ່າງມີຈຸດສຸມ ແລະ ມີຄຸນະພາບ; ສປປ ລາວ ເຄື່ອນໄຫວການຕ່າງປະເທດ ຢ່າງເປັນເຈົ້າການ, ໄດ້ຮັບຄວາມເຊື່ອໝັ້ນຈາກເພື່ອນມິດສາກົນ ແລະ ສືບຕໍ່ເຮັດໃຫ້ ສປປ ລາວ ມີບົດບາດ ພົ້ນເດັ່ນຂຶ້ນໃນເວທີສາກົນ.

     ຜົນສໍາເລັດດັ່ງກ່າວ, ຍ້ອນພັກເຮົາ ບໍ່ພຽງແຕ່ວາງແນວທາງການເມືອງຢ່າງຖືກຕ້ອງ, ຫາກຍັງໄດ້ຊີ້ບອກເຖິງຄວາມສາມາດນໍາພາ-ຊີ້ນໍາໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ດ້ວຍການປະສານສົມທົບຢ່າງກົມກຽວ ລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ການຕ່າງປະເທດ, ຊຶ່ງໄດ້ສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການທໍາມາຫາກິນ ຂອງປະຊາຊົນລາວບັນດາເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ, ຮັບປະກັນໃຫ້ການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຢ່າງເປັນເຈົ້າການ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.
ເວົ້າລວມແລ້ວ ຕະຫຼອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ, 40 ປີ ແຫ່ງການປ່ຽນແປງໃໝ່ ກໍຄື 5 ປີ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ ຄັ້ງທີ XI ຂອງພັກ, ມາຮອດປັດຈຸບັນນີ້ ໂສມໜ້າຂອງປະເທດຊາດ ໄດ້ຮັບການພັດທະນາ ແລະ ມີການຫັນປ່ຽນໃໝ່ຢ່າງຈະແຈ້ງ, ຖານະບົດບາດ ຂອງປະເທດເຮົາ ໄດ້ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ສະນັ້ນ, ໃນນາມຕາງໜ້າການນໍາຂັ້ນສູນກາງ, ສະຫາຍຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງທຸກຂັ້ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາລາວບັນດາເຜົ່າ ທົ່ວປະເທດ ກໍຄື ພີ່ນ້ອງຮ່ວມຊາດ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ເຊີດຊູມານະຈິດປະຕິວັດ, ຄວາມອົດທົນ ສູ້ຊົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet