
ເລຂາພັກແຂວງຜົ້ງສາລີ ຕ້ອນຮັບ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສສ ຫວຽດນາມ ປະຈຳລາວ
ໃນຕອນບ່າຍຂອງວັນທີ່ 23 ທັນວາ 2025 ນີ້ ຢູ່ທີຫ້ອງຮັບແຂກຂອງແຂວງ ສະຫາຍ ພົຕ ສົມພອນ ມິດຕະພອນເລຂາພັກແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບສະຫາຍ ຫງວຽນມິ່ງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ່ມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ .

ໂອກາດນີ້, ສະຫາຍ ຫງວຽນມິ່ງເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ່ມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ສະຫາຍ ເລຂາພັກແຂວງ ທີ່ໃຫ້ການຕ້ອນຮັບອັນສະໜິດສະໜົມ ພ້ອມທັງໃຫ້ການຮ່ວມມືໃນຫຼາຍດ້ານໃນໄລຍະທີ່ມາ ຕີລາຄາສູງຕໍ່ຜົນສຳເລັດການພົວພັນມິດຕະພາບ, ນໍ້າໃຈຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ. ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ່ມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກໍ່ພ້ອມແລ້ວທີ່ຈະສືບຕໍ່ໃຫ້ການພົວພັນຮ່ວມມື ແລະ ປະສານງານກັບແຂວງຜົ້ງສາລີຕະຫຼອດໄປ
ຈາກນັ້ນ,ສະຫາຍເລຂາພັກແຂວງຜົ້ງສາລີ ກໍ່ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ່ມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຊີ່ງເປັນນິມິດໜາຍອັນສຳຄັນໃນການເພີ່ມທະວີສາຍພົວພັນ ແລະ ສາມັກຄີແບບພິເສດອັນສະໜິດແໜ້ນລະຫ່ວາງສອງພັກ – ສອງລັດ ຄືປະຊາຊົນສອງຊາດລາວຫວຽດນາມໃຫ້ນັບມື້ຍີ່ງແໜ້ນແຟ້ນຂື້ນ.

ພ້ອມດຽວກັນນັ້ນເລຂາພັກແຂວງຜົ້ງສາລີຍັງໄດ້ຕີລາຄາສູງຕໍ່ມູນເຊື້ອ ແລະ ໝາກຜົນການພົວພັນຮ່ວມມືລາວ – ຫວຽດນາມໃນໄລຍະທີຜ່ານມາ ພ້ອມທັງໄດ້ລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ – ສັງຄົມຂອງແຂວງຜົ້ງສາລີໂດຍຫຍໍ້ໃຫ້ສະຫາຍ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັ່ມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະຮັບຊາບຕື່ມອີກ.