
ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ
ໃນຕອນເຊົ້າຂອງວັນທີ 19 ມັງກອນ 2026 ນີ້ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ການນໍາເມືອງ ແລະ ຄະນະພັກ, ຄະນະບັນຊາການທະຫານເມືອງສໍາພັນ ແຂວງຜົ້ງສາລີ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອານຸສາວະລີ ປະທານ ໄກສອນ ພົມວິຫານ ຜູ້ນຳທີແສນເຄົາລົບຮັກ ແລະ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ ແລະ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ. ໂດຍການເປັນປະທານຂອງທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າຄະນະກອງບັນຊາການ ປກຊ-ປກສ, ພະນັກງານນັກຮົບ ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ຕະຫຼອດຮອດລັດວິສາຫະກິດອ້ອມຂ້າງເມືອງ ເຂົ້າຮ່ວມ 215 ຄົນ ຍິງ 67 ຄົນ.

ໃນພິທີດັ່ງກ່າວທ່ານ ພັຕ ສົມເພັດ ຄຸນປະເສີດ ກໍາມະການເມືອງ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ກໍ່ໄດ້ຍົກໃຫ້ເຫັນເຖິງປະຫວັດມູນເຊື້ອການກຳເນີດເຕີບໃຫ່ຍຂະຫຍາຍຕົວ, ການຕໍ່ສູ້ກູ້ຊາດ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 77 ປີຜ່ານມາ, ກອງທັບປະຊາຊົນລາວ ທ່າມກາງປະເທດຊາດຖືກຈັກກະພັດຕ່າງດ້າວເຂົ້າມາຮຸກຮານ, ຄອບຄອງ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານການຮຸກຮານໃນທົ່ວປະເທດ ກອງທັບລາວອິດສະຫຼະ ໄດ້ຮັບການປະກາດສ້າງຕັ້ງຂຶ້ນ ໂດຍໃຕ້ການນຳພາຂອງ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ຊີ້ນຳໂດຍກົງໄດ້ຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານທັງແບບເກົ່າ ແລະ ແບບ ໃໝ່ ເພື່ອປົກຮັກສາປະເທດຊາດ ດ້ວຍນໍ້າໃຈອັນເດັດດ່ຽວໜຽວແໜ້ນ ຕໍ່ສູ້ບໍ່ຍອມຈຳນົນຢ່າງອົງອາດກ້າຫານ ດ້ວຍຄວາມພິລະອາດຫານຂອງຜູ້ນຳ ແລະ ປະຊາຊົນລາວ, ຊຶ່ງສ່ອງແສງເຖິງຜົນງານອັນຍິ່ງໃຫຍ່ ແລະ ຄຸນສົມບັດສິນທຳປະຕິວັດອັນຜ່ອງໃສ, ຄວາມສະຫຼຽວສະຫຼາດ ທີ່ມີໄຫວພິກທີ່ຄ່ອງແຄ້ວ ,ມີຄວາມມານະອົດທົນ, ເດັດດ່ຽວ, ເຂັ້ມແຂງ,ມີເຫດມີຜົນ, ເຮັດແທ້ທຳຈິງ, ມີຄວາມກ້າຫານ ແລະ ຄວາມເສຍສະຫຼະອັນສູງສົ່ງກັບພາລະກິດຕໍ່ສູ້ປົດປ່ອຍຊາດ ຂອງບັນດາທ່ານຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງຍາມໃດພວກເພິ່ນກໍ່ໄດ້ຍົກສູງຜົນປະໂຫຍດສ່ວນລວມຂອງຊາດ, ຂອງປະຊາຊົນຫຼາຍກວ່າຜົນປະໂຫຍດສ່ວນຕົວ ແລະ ຄອບຄົວ, ມີນ້ຳໃຈຮັກຊາດຮັກລະບອບໃໝ່ອັນດູດດື່ມ ແລະ ອົງອາດກ້າຫານຕໍ່ສູ້ບໍ່ຍອມຈໍານົນ ຍອມເສຍສະຫຼະເພື່ອປະເທດຊາດ, ເພື່ອປະຊາຊົນ ໂດຍນຳພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ກັບພວກສັດຕູຜູ້ມາຮຸກຮານ ຢ່າງບໍ່ຍອມຈຳນົນ, ສາມາດຂ້າມຜ່ານ ອຸປະສັກນາໆປະການຢ່າງລະອິດລະອ້ຽວ ຈົນສາມາດຍາດເອົາໄຊຊະນະອັນຍິ່ງໃຫຍ່, ຍາດໄດ້ເອກະລາດ ນໍາເອົາຄວາມອຸດົມ ສົມບູນຄູນສຸກມາສູ່ປະ ເທດຊາດລາວເຮົາຢ່າງສະຫງ່າຜ່າເຜີຍຂຶ້ນໃນວັນທີ 02 ທັນວາ 1975. ນອກຈາກນັ້ນທ່ານ ນາງ ສົມວັນ ສູມວິໄລ ກໍາມະການປະຈໍາພັກເມືອງ, ຫົວໜ້າໂຄສະນາອົບຮົມເມືອງ ຍັງໄດ້ເຫລົ່າມູນເຊື້ອ ວັນຊາດສາທາລະນະລັດກູບາ ຄົບຮອບ 67 ປີ ຕື່ມອີກ.

ການຈັດຕັ້ງປາຖະກະຖາໃນຄັ້ງນີ້ ກໍ່ເພື່ອແນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານພາຍໃນກົມກອງ, ຫ້ອງການອ້ອມຂ້າງເມືອງ ໃຫ້ຮັບຮູ້ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງກ່ຽວກັບທາດແທ້, ມູນເຊື້ອ, ຄຸນສົມບັດ-ສິນທຳປະຕິວັດ, ຄຸນງາມຄວາມດີຂອງກອງທັບປະຊາຊົນລາວ ກໍ່ຄືບັນດາຜູ້ນຳປະຕິວັດທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອເປັນບົດຮຽນໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມກ້າວໜ້າ, ມີຜົນງານອັນໃໝ່ ແລະ ສ້າງໃຫ້ກົມກອງຫ້ອງການມີຄວາມເຂັ້ມແຂງ, ໜັກແໜ້ນເປັນກ້າວໆ.