
ແຂວງຜົ້ງສາລີ ໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາມະບານລາວ ຄົບຮອບ 70 ປີ
ຕອນເຊົ້າຂອງວັນທີ 2 ກຸມພາ 2026, ທີ່ສະໂມສອນແຂວງຜົ້ງສາລີ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956-1 ກຸມພາ 2026), ໂດຍການເປັນປະທານ ຂອງ ສະຫາຍ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີສະຫາຍ ນາງ ພອນແກ້ວ ຄຸນສົມເຮືອງ ກຳມະການພັກແຂວງ, ກໍາມະການຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກຳມະບານແຂວງຜົ້ງສາລີ, ມີຄະນະປະທານສະຫະພັນກຳມະບານແຂວງຜົ້ງສາລີ, ສະຫະພັນກຳມະບານເມືອງບູນເໜືອ, ມີຄະນະປະທານສະຫະພັນກຳມະບານຮາກຖານ ແລະ ສະມາຊິກສະຫະພັນກຳມະບານພະແນກການ, ອົງການອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການຖ່າຍທອດສົດ ພິທີໂຮມຊຸມນຸມໃຫຍ່ຢູ່ສູນກາງ ຊຶ່ງຈັດຂຶ້ນໂດຍສະຫະພັນກໍາມະບານລາວ, ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງ ຫ້ອງການກຳມະບານຂຶ້ນຢ່າງເປັນທາງການ, ຢູ່ເຂດທີ່ໝັ້ນແຂວງຫົວພັນ ໃນວັນທີ 1 ກຸມພາ 1956 ຈຸດປະສົງເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດຜົນປະໂຫຍດອັນຊອບທໍາໃຫ້ແກ່ກຳມະກອນ-ຊາວຜູ້ອອກແຮງງານ, ກາຍເປັນກໍາລັງແຮງເຂົ້າ ຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ. ຊຶ່ງຕະຫຼອດໄລຍະ 70 ປີ ຜ່ານມາ ສະຫະພັນກຳມະບານລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້, ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດພາລະກິດປະຕິວັດ ຈັດຕັ້ງນໍາພາສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີຄວາມເຂົ້າໃຈ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ລະບຽບໃນການອອກແຮງງານ, ປະຕິ ບັດສິດ ແລະ ພັນທະຂອງຕົນ, ເສີມສ້າງສະຕິເຄົາລົບລະບຽບວິໄນເຂັ້ມງວດ, ເສີມຂະຫຍາຍມູນເຊື້ອສາມັກຄີປອງດອງ, ນໍ້າໃຈຮັບຜິດ ຊອບ, ການປະດິດສ້າງໃໝ່, ພັດທະນາສີມືແຮງງານ, ຊຸກຍູ້ຂະບວນການແຂ່ງຂັນຂອງກຳມະບານ ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາຢ່າງເປັນຂະບວນຟົດຟື້ນ ດັ່ງຄໍາຂວັນທີ່ວ່າ “ກໍາມະບານລາວ ເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ”.

ຈາກນັ້ນ, ສະຫາຍ ບຸນທະວີ ສໍສຸກັນ ກຳມະການສຳຮອງສູນກາງພັກ,ຮອງເລຂາພັກແຂວງ,ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງໄດ້ຂື້ນເລົ່າມູນເຊື້ອການສ້າງຕັ້ງສະຫະພັນກຳມະບານແຂວງຜົ້ງສາລີ.
ໃນພິທີຍັງໄດ້ ມອບໃບຢັ້ງຢືນໃຫ້ກຳມະບານຮາກຖານທີບັນລຸຕາມເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າລວມມີ 59 ພາກສ່ວນ.
ຂ່າວ-ພາບ: ສົມຄິດ