Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ໂຄງການ CCL ປະຈຳເມືອງບຸນເໜືອ ສົບທົບກັບພາກສ່ວນກ່ຽວຂ້ອງລົງມອບ-ຮັບ ໂທລະໂຄ່ງ ໃຫ້ 5 ບ້ານເປົ້າໝາຍ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ -

ໂຄງການ CCL ປະຈຳເມືອງບຸນເໜືອ ສົບທົບກັບພາກສ່ວນກ່ຽວຂ້ອງລົງມອບ-ຮັບ ໂທລະໂຄ່ງ ໃຫ້ 5 ບ້ານເປົ້າໝາຍ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ

ໂຄງການ CCL ປະຈຳເມືອງບຸນເໜືອ ສົບທົບກັບພາກສ່ວນກ່ຽວຂ້ອງ

ລົງມອບ-ຮັບ ໂທລະໂຄ່ງ ໃຫ້ 5 ບ້ານເປົ້າໝາຍ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ

      ລະຫວ່າງວັນທີ 10-11 ມີນາ 2026 ໂຄງການ CCL ປະຈຳເມືອງບຸນເໜືອ ສົບທົບກັບພາກສ່ວນກ່ຽວຂ້ອງຂັ້ນເມືອງລົງມອບ-ຮັບ ໂທລະໂຄ່ງ ໃຫ້ແກ່ 5 ບ້ານເປົ້າໝາຍ ຄື: ບ້ານນໍ້າຍ່ອງໃໝ່, ບ້ານນ້ອຍ, ບ້ານແຂັມກໍ່ ບ້ານຫົວຂົວ ແລະ ບ້ານມີໄຊ ຢ່າງເປັນທາງການ ເຊິ່ງນຳໂດຍ ທ່ານ ສົມເພັດ ສີຫາລາດ ກຳມະການປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ມີຜູ້ປະສານງານໂຄງການປະຈຳເມືອງບຸນເໜືອ, ແຂວງຜົ້ງສາລີ. ໃຫ້ກຽດເຂົ້າຮ່ວມ ມີເລຂາພັກກຸ່ມບ້ານ, ບັນດາທ່ານເລຂາພັກບ້ານເປົ້າໝາຍ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ວິຊາການຜູ້ປະສານງານໂຄງການໄດ້ກ່າວຈຸດປະສົງ ຈາກນັ້ນ ຜູ້ຮັບຜິດຊອບວຽກງານສື່ມວນຊົນຄະນະໂຄສະນາອົບຮົມເມືອງຂຶ້ນຜ່ານຂໍ້ກຳນົດວ່າດ້ວຍການແບ່ງຂັ້ນຄູ້ມຄອງ ແລະ ນຳໃຊ້ໂທລະໂຄ່ງຂັ້ນບ້ານ ສະບັບເລກທີ 46/ຄອມ, ລົງວັນທີ 10 ມີນາ 2026;

     ຈຸດປະສົງຂອງການມອບອຸປະກອນໃນຄັ້ງນີ້ ແມ່ນເພື່ອເປັນການປັບປຸງ ແລະ ຂະຫຍາຍຕາໜ່າງຂໍ້ມູນຂ່າວສານໃຫ້ເຂົ້າເຖິງຮາກຖານປະຊາຊົນຢ່າງທົ່ວເຖິງ, ໂດຍສະເພາະແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືແຈ້ງການຕ່າງໆ ຂອງເມືອງ ແລະ ແຂວງ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທັນການ.

     ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຊຸດເຄື່ອງຂະຫຍາຍສຽງ (Amplifier), ດອກໂທລະໂຄ່ງ ພ້ອມອຸປະກອນຕິດຕັ້ງ, ໄມໂຄຣໂຟນ ແລະ ອຸປະກອນຮັບສັນຍານອື່ນໆ ທີ່ຈຳເປັນລວມມູນຄ່າ 84.450.000 ກີບ ຈາກນັ້ນ, ກໍໄດ້ມອບ-ຮັບ ຢ່າງເປັນທາງການ ລະຫວ່າງ ຕາງໜ້າພາກສ່ວນຜູ້ມອບ ແລະ ອຳນາດການປົກຄອງ 5 ບ້ານ ເພື່ອເປັນຫຼັກຖານໃນການຄຸ້ມຄອງ ແລະ ນຳໃຊ້.

     ທ່ານ ສົມເພັດ ສີຫາລາດ ກຳມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ໝັ່ນກວດເຊັກບຳລຸງຮັກສາ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ ແລະ ກາຍເປັນກະບອກສຽງທີ່ສຳຄັນໃນການສ້າງສາພັດທະນາບ້ານຊ່ອງໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet