Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ປະຈຳເດືອນ ມີນາ 2026 -

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ປະຈຳເດືອນ ມີນາ 2026

ເມືອງຂວາ ແຂວງຜົ້ງສາລີ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ປະຈຳເດືອນ ມີນາ 2026

     ວັນທີ 06 ມີນາ 2026 ນີ້, ຢູ່ທີ່ສະໂມສອນເມືອງຂວາ ໄດ້ຈັດຕັ້ງພິທີ ປາຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 80ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 71ປີ ໂດຍການເປັນປະທານ ແລະ ປາຖະກະຖາຂອງ ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາພັກເມືອງ, ມີບັນດາທ່ານກໍາມະການປະຈໍາພັກເມືອງ ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານພົມມີ ອິນມະສອນ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດເມືອງ ໄດ້ເລົ່າຫວນຄືນປະຫວັດມູນເຊື້ອ ຄວາມເປັນມາຂອງວັນແມ່ຍິງສາກົນ (ວັນທີ 08 ມີນາ 1910 – ວັນທີ 08 ມີນາ 2026) ຄົບຮອບ 116 ປີ, ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ທີ່ກໍາເນີດເກີດຂຶ້ນ ໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດສ້າງຄວາມຫຍຸ້ງຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກໍາມະກອນຜູ້ຍິງ ຢູ່ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ ແມ່ຍິງຖືກກົດຂີ່ຂູດ ຮີດຢ່າງໜັກໜ່ວງ ໄດ້ຮັບຄ່າຈ້າງແຮງງານຖືກ, ເຮັດວຽກຫຼາຍຊົ່ວໂມງ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບການປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານກໍາມະກອນຜູ້ຍິງຮູ້ສຶກບໍ່ໄດ້ຮັບຄວາມເປັນທໍາ ຈິ່ງພາກັນລຸກຂຶ້ນຕໍ່ສູ້ທ້ວງໃຫ້ພວກນາຍທຶນ ເຊິ່ງແມ່ນເຈົ້າຂອງໂຮງຈັກໂຮງງານ ຕ້ອງແກ້ໄຊຊີວິດການເປັນຢູ່ຂັ້ນພື້ນຖານໃຫ້ເຂົາເຈົ້າ ຜ່ານຂະບວນການຕໍ່ສູ້ຂອງແມ່ຍິງໃນທົ່ວໂລກທີ່ທວງເອົາສິດສະ ເໝີພາບລະຫວ່າງ ຍິງ-ຊາຍ, ທວງເອົາຄ່າເເຮງງານ ແລະ ໃຫ້ນາຍທືນຫຼຸດຜ່ອນຊົ່ວໂມງເຮັດວຽກ, ທວງເອົານະໂຍບາຍຕໍ່ແມ່ຍິງໃນເວລາເຈັບເປັນ, ຖືພາ ແລະ ເກີດລູກ, ພ້ອມດຽວກັນນັ້ນ ກໍໄດ້ຍົກໃຫ້ເຫັນພາລະບົດບາດ ແລະ ໜ້າທີ່ຂອງເອື້ອຍນ້ອງສະຫະພັນແມ່ຍິງລາວໃນປັດຈຸບັນ. ຈາກນັ້ນ, ທ່ານ ສີພັນ ພົມມະນີ ກຳມະການປະຈໍາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຫວນຄືນວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບ ຮອບ 80ປີ (21 ມີນາ 1946-21 ມິນາ 2026. ພ້ອມດຽວກັນນັ້ນ, ທ່ານ ສອນສະໜຸກ ສີສຸລາດ ກໍາມະການພັກແຂວງ ເລຂາພັກເມືອງ ໄດ້ຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 71ປີ ທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດ, ມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ຕະຫຼອດ 70 ປີຜ່ານມາ, ນັບແຕ່ມື້ສ້າງຕັ້ງພັກຂຶ້ນ ກໍໄດ້ປະເຊີນກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດກວ່າເກົ່າ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກໍາອັນໜັກໜ່ວງເພື່ອນໍາພາ-ຊີ້ນໍາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດ ກ້າວສູ່ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາມາເປັນແຕ່ລະໄລຍະ, ຕະຫຼອດ 70 ປີ ພັກເຮົາໄດ້ນໍາພາ ແລະ ແບກຫາບພາລະກໍາປະຫວັດສາດອັນຍິ່ງໃຫຍ່ ໃນແຕ່ລະໄລຍະທີ່ແຕກຕ່າງກັນ ສາມາດປະຕິບັດພາລະກໍາປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ.


ພາຍຫຼັງ ທີ່ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພັກໄດ້ນໍາພາປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ຜົນສໍາເລັດສໍາຄັນ ແລະ ເປັນພື້ນຖານກວ່າໝູ່ ແມ່ນຄວາມເປັນເອກະລາດ ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານວັດທະນະທໍາ-ສັງຄົມໄດ້ຮັບການພັດທະນາມີຄວາມສີວິໄລໃນແຕ່ລະໄລຍະ, ເສດຖະກິດໄດ້ຮັບການຂະຫຍາຍຕົວດ້ວຍຈັງຫວະດີຂຶ້ນຕໍ່ເນື່ອງ ແລະ ຖືກທິດ ລວມຍອດຜະລິດຕະພັນພາຍໃນ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນຂອງປະຊາຊົນເຮົານັບມື້ເພີ່ມຂຶ້ນ, ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການເໜັງຕີງຂຶ້ນ-ລົງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ ລວມທັງບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມໄດ້ຮັບການແກ້ໄຂ ແລະ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet