Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

ການນຳພັກ-ລັດ ລົງມອບ-ຮັບ ລະບົບໂທລະໂຄ່ງ ໃຫ້ບ້ານນຳງາ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ -

ການນຳພັກ-ລັດ ລົງມອບ-ຮັບ ລະບົບໂທລະໂຄ່ງ ໃຫ້ບ້ານນຳງາ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ

ການນຳພັກ-ລັດ ລົງມອບ-ຮັບ ລະບົບໂທລະໂຄ່ງ ໃຫ້ບ້ານນຳງາ ເພື່ອຍົກສູງວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ

     ໃນວັນທີ 12 ມີນາ 2026 ເຊິ່ງນຳໂດຍ ທ່ານ ພອນທະວີ ໄຊມົນຕີ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ລົງມອບ-ຮັບ ລະບົບໂທລະໂຄ່ງ ໃຫ້ບ້ານນ້ຳງາ, ເມືອງໃໝ່, ແຂວງຜົ້ງສາລີ ໃຫ້ກຽດເຂົ້າຮ່ວມ ມີເລຂາພັກກຸ່ມບ້ານ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງການມອບອຸປະກອນໃນຄັ້ງນີ້ ແມ່ນເພື່ອເປັນການປັບປຸງ ແລະ ຂະຫຍາຍຕາໜ່າງຂໍ້ມູນຂ່າວສານໃຫ້ເຂົ້າເຖິງຮາກຖານປະຊາຊົນຢ່າງທົ່ວເຖິງ, ໂດຍສະເພາະແມ່ນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍຄືແຈ້ງການຕ່າງໆ ຂອງເມືອງ ແລະ ແຂວງ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຊາບຢ່າງທັນການ. ອຸປະກອນທີ່ນຳມາມອບໃນຄັ້ງນີ້ປະກອບມີ: ຊຸດເຄື່ອງຂະຫຍາຍສຽງ 1 ຊຸດ ທີ່ຈຳເປັນລວມມູນຄ່າ 6.500.000 ກີບ ຈາກນັ້ນ, ກໍໄດ້ມອບ-ຮັບ ຢ່າງເປັນທາງການ ລະຫວ່າງ ສະຫາຍ ພອນທະວີ ໄຊມົນຕີ ຕາງໜ້າການນຳຂັ້ນເມືອງ ແລະ ອຳນາດການປົກຄອງບ້ານ ເພື່ອເປັນຫຼັກຖານໃນການຄຸ້ມຄອງ ແລະ ນຳໃຊ້.
ທ່ານ ພອນທະວີ ໄຊມົນຕີ ຍັງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ອຸປະກອນດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ, ໝັ່ນກວດເຊັກບຳລຸງຮັກສາ ເພື່ອໃຫ້ສາມາດນຳໃຊ້ໄດ້ຍາວນານ ແລະ ກາຍເປັນກະບອກສຽງທີ່ສຳຄັນໃນການສ້າງສາພັດທະນາບ້ານໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ພາບ ຂ່າວ: ວັນວິໄລ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet