
ເມືອງຍອດອູ ປາຖະກະຖາ
ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ
ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 11 ມີນາ 2026 ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 172 ທ່ານ, ຍິງ 55 ທ່ານ.

ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ຫວນຄືນມູນເຊື້ອຂອງວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 – 21 ມີນາ 2026 ) ພ້ອມດຽວກັນນີ້ ທ່ານ ສົມຫວັງ ສຸມວິໄລ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ເລົ່າປະຫວັນມູນເຊື້ອແຫ່ງການກຳເນີດຂອງພັກປະຊາຊົນປະຕິວັດລາວ ເຊິ່ງທ່ານໄດ້ກ່າວວ່າ: ຕະຫຼອດໄລຍະ 71 ປີຜ່ານມານັບແຕ່ມື້ສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ກໍ່ໄດ້ປະເຊີນໜ້າກັບຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍແຮງກ່ວາເກົ່າ ແຕ່ພັກເຮົາກໍ່ໄດ້ແບກຫາບພາລະກຳອັນໜັກໜ່ວງເພື່ອນຳພາ-ຊີ້ນຳປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫຼ່ງຕີນມືປະຕິການຢ່າງດຸເດືອດ, ຂ້ຽວຂາດ ຈົນກ້າວໄປສູ້ການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດທະນາມາເປັນແຕ່ລະໄລຍະ.

ຕະຫຼອດໄລຍະ 71 ປີ ພັກເຮົາສາມາດປະຕິບັດພາລະກຳປະຫວັດສາດເຫຼົ່ານັ້ນໄດ້ຢ່າງສະຫງ່າງາມ ພາຍຫຼັງທີ່ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພັກກໍ່ໄດ້ນຳພາປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຜົນສຳເລັດສຳຄັນ ແລະ ເປັນພື້ນຖານກ່ວາໝູ່ ແມ່ນຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄດ້ຮັບການປົກປັກຮັກສາໄດ້ຢ່າງໝັ້ນຄົງ, ລະບອບປະຊາທິປະໄຕປະຊາຊົນ ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫົງບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານວັດທະນະທຳ-ສັງຄົມ ກໍ່ໄດ້ຮັບການພັດທະນາມີຄວາມສີວິໄລໃນແຕ່ລະໄລຍະ, ເສດຖະກິດໄດ້ຮັບການຂະຫຍາຍຕົວດ້ວຍຈັ່ງວະດີຂຶ້ນຕໍ່ເນື່ອງ ແລະ ຖືກທິດ, ລວມຍອດຜະລິດຕະພັນພາຍໃນ ແລະ ລາຍໄດ້ສະເລ່ຍຕໍ່ຫົວຄົນນັບມື້ເພີ່ມຂຶ້ນ, ບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ການເໜັງຕິງຂຶ້ນລົງຂອງອັດຕາແລກປ່ຽນເງິນຕາຕ່າງປະເທດ ລວມທັງບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງກໍ່ໄດ້ຮັບການແກ້ໄຂ ແລະ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.
ຂ່າວ-ພາບ: ໄລພອນ ສີສົມພອນ