
ຄະນະໂຄສະນາອົບຮົມເມືອງບຸນໃຕ້
ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບ ຮອບ 71 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ,
ວັນນັກຮົບເສຍອົງຄະ ແລະ ເສຍ ສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ
ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ມີນາ 2026 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດເປັນປະທານຂອງທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນຳວຽກງານຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ. ເຂົ້າຮ່ວມຮັບຟັງມີ ບັນດາທ່ານ ກຳມະການໃນຄະນະປະຈຳພັກ, ກຳມະການພັກເມືອງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ປະທານ-ຮອງປະທານອົງການຈັດຕັ້ງມະຫາຊົນ; ຕະຫຼອດຮອດບັນດາທ່ານ ພະນັກງານ-ລັດຖະກອນ, ສະມາຊິກພັກ, ນາຍແລະພົນທະຫານ, ນາຍ ແລະ ພົນຕຳຫຼວດ ທັງໝົດ 124 ທ່ານ, ຍິງ 59 ທ່ານ.

ໃນວາລະ ທ່ານ ສົມສະນິດ ທຳມະວົງ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຂຶ້ນຜ່ານມູນເຊື້ອວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ເຊິ່ງແມ່ນວັນໜຶ່ງທີ່ສຳຄັນໃນປະຫວັດສາດລາວ, ເປັນວັນທີ່ພວກຈັກກະພັດລ່າເມືອງຂື້ນໄດ້ສ້າງໂສກນາດຕະກຳໃຫ້ແກ່ປະຊາຊົນລາວ. ເຊິ່ງທ່ານໄດ້ຍົກໃຫ້ເຫັນສະ ພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ຂອງໜ່ວຍພັກທ່າແຂກ ແລະ ເຫດການ, ການຕໍ່ ສູ້ຢ່າງພິລະອາດຫານ ຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ ພ້ອມທັງຍົກໃຫ້ເຫັນເຖິງບົດບາດ, ຄວາມ ໝາຍຄວາມສຳຄັນຂອງບັ້ນຣົບປ້ອງກັນຕົວເມືອງທ່າແຂກ ຢ່າງພິລະອາດຫານ, ຈາກນັ້ນ ທ່ານ. ອຸ່ນແປງ ທໍາມະໂນໄຊ. ໄດ້ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ເຊິ່ງທ່ານໄດ້ຍົກໃຫ້ເຫັນ ກ່ຽວກັບການກໍາເນີດ, ທາດແທ້ ແລະ ອຸດົມການ ກໍຄືຜົນງານການນໍາພາຂອງພັກປະຊາຊົນປະຕິວັດລາວໃນຕະຫຼອດໄລຍະ 71 ປີ ຜ່ານມາ ຊຶ່ງແມ່ນອົງການຈັດຕັ້ງທີ່ເປັນກອງນໍາໜ້າ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ທີ່ໄດ້ນໍາພາປວງຊົນລາວທັງຊາດ ດໍາເນີນພາລະກິດປ່ຽນແປງໃໝ່, ກໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕປະຊາຊົນ ແລະ ສ້າງປະຖົມປັດໄຈໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ. ຊຶ່ງທ່ານໄດ້ເລົ່າຄືນເຫດການປະຫວັດສາດອັນພົ້ນເດັ່ນນັບແຕ່ປີ 1893 ທີ່ຈັກກະພັດລ່າເມືອງຂຶ້ນແບບເກົ່າໄດ້ເຂົ້າມາຢຶດຄອງເອົາລາວເປັນຫົວເມືອງຂຶ້ນ, ປະຊາຊົນລາວຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ແລະ ປ່າເຖື່ອນຈຶ່ງໄດ້ພາກັນລຸກຮືຂຶ້ນຕໍ່ຕ້ານແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າຢ່າງອົງອາດກ້າຫານເປັນຂະບວນການຕໍ່ເນື່ອງ, ປີ 1930 ປະທານ ໂຮ່ຈິມິນ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນ ເພື່ອນໍາພາຂະບວນການຕໍ່ສູ້ຂອງປະຊາຊົນຢູ່ອິນດູຈີນ. ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ປີ 1934 ອົງຄະນະພັກແຄ້ວນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ເມື່ອມີພັກນໍາພາການຕໍ່ສູ້ຂອງປະຊາຊົນນັບມື້ນັບໄດ້ຮັບໄຊຊະນະເປັນກ້າວໆ ພັກເຮົາໄດ້ເດັດດ່ຽວນໍາພາປວງຊົນລາວລຸກຮືຂຶ້ນຢຶດອໍານາດ, ຍາດເອົາອໍານາດການປົກຄອງໃນທົ່ວປະເທດ ປະກາດຄວາມເປັນເອກະລາດຂອງປະເທດລາວຕໍ່ໂລກ ມາຮອດວັນທີ 22 ມີນາ 1955 ກອງປະ ຊຸມໃຫຍ່ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຈິ່ງໄດ້ໄຂຂຶ້ນ ໂດຍເອີ້ນຊື່ວ່າ “ພັກປະຊາຊົນລາວ“. ປະທານ ໄກສອນ ພົມວີຫານ ໄດ້ຖືກເລືອກຕັ້ງເປັນເລຂາຄະນະຊີ້ນຳສູນກາງ (ເລຂາທິການໃຫຍ່) ພ້ອມທັງໄດ້ວາງແຜນດໍາເນີນ ງານຂອງພັກ 12 ຂໍ້. ເປັນໂຄງການ ການເມືອງສະບັບທຳອິດ ເພື່ອແນໃສ່ເຮັດລ້ອນໜ້າທີ່ໃນໄລຍະໃໝ່, ກາຍເປັນແນວທາງກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ.
ຈຸດປະສົງ ຈັດຕັ້ງການໂຄສະນາ-ປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955-22 ມີນາ 2026) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ, ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946-21 ມີນາ 2026) ໃນຄັ້ງນີ້ ແມ່ນເພື່ອ ເປັນການຫວນຄືນມູນເຊື່ອ ແລະ ລະນຶກເຖິງເຫດການສໍາຄັນທາງດ້ານປະຫວັດສາດ ເປັນຕົ້ນ ມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີ, ການຕໍ່ສູ້ຢ່າງພິລະອາດຫານ ຂອງນັກຮົບປະຕິວັດ ແລະ ປະຊາຊົນບັນດາເຜົ່າ ເພື່ອພາລະກິດປະຕິວັດ ທັງເປັນການໂຄສະນາ-ສຶກສາອົບຮົມ ໃຫ້ພະນັກງານ, ສະມາຊິກພັກ, ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດເສີມຂະຫຍາຍມູນເຊື້ອປະຕິວັດ ຂອງພັກ, ຂອງຊາດລາວເຮົາ, ມູນເຊື້ອການຕໍ່ສູ້ອັນພິລະອາດຫານ ຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຢ່າງກວ້າງຂວາງ ແລະ ທົ່ວເຖິງ ແລະ ທັງເປັນການ ລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ຂອງບັນດານັກຮົບປະຕິວັດ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດຍາດເຫື່ອ, ນໍ້າຕາ, ເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.