Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ກອງປະຊູມຄົບຄະນະບໍລິຫານງານພັກເມືອງສໍາພັນ ຄັ້ງທີ 4 ສະໄໝທີ 15 -

ກອງປະຊູມຄົບຄະນະບໍລິຫານງານພັກເມືອງສໍາພັນ ຄັ້ງທີ 4 ສະໄໝທີ 15

ກອງປະຊູມຄົບຄະນະບໍລິຫານງານພັກເມືອງສໍາພັນ ຄັ້ງທີ 4 ສະໄໝທີ 15

     ກອງປະຊຸມ​​ດັ່ງກ່າວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ມີນາ 2026 ຜ່ານມານີ້ ຢູ່​ທີ​ສະ​ໂມ​ສອນ​ເມືອງ​ສຳ​ພັນ ​ແຂວງ​ຜົ້ງ​ສາ​ລີ ໂດຍ​ພາຍ​ໃຕ້ຕ​ການ​ເປັນ​ປະ​ທານ​ຂອງສະຫາຍ ຫຸມເພັງ ຈອມວິສານ ກຳ​ມະ​ການປະຈຳ​ພັກ​ແຂວງ, ປະທານແນວລາວສ້າງຊາດແຂວງ ທັງເປັນຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງສຳພັນ, ມີສະຫາຍ ທອງຕື ເກຍສະບົງ ກໍາມະການພັກແຂວງ, ເລຂາພັກເມືອງ, ມີ​ບັນ​ດາ​ສະ​ຫາຍຄະ​ນະປະ​ຈຳ​ພັກ​ເມືອງ​, ກຳມະການພັກເມືອງ, ທີມງານຂອງແຂວງ ແລະ ອົງການທີ່ກ່ຽວຂ້ອງເຂົ້າຮ່ວມ.

       ໃນປະຊູມສະຫາຍ ທອງຕື ເກຍສະບົງ ກຳມະການພັກແຂວງ ເລຂາພັກເມືອງ ມີຄຳເຫັນຊີ້ນຳ ແລະ ກ່າວເປິດກອງປະຊຸມ ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກເມືອງສໍາພັນ ຄັ້ງທີ 4 ສະໄໝທີ 15 ໃນຄັ້ງນີ້ ແມ່ນຈະໄດ້ຮັບຟັງການຕີລາຄາ, ການປະກອບຄໍາເຫັນ ຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາສະຫາຍຄະນະບໍລິຫານງານພັກເມືອງ ສະໄໝທີ 15 ໃຫ້ມີເນື້ອໃນເລິກເຊິ່ງ,ຕີລາຄາໄດ້ຢ່າງພາວະວິໄສ,ຖືກຕ້ອງ,ຊັດເຈນ ແລະ ສອດຄ່ອງກັບຄວາມເປັນຈິງ ກ່ຽວກັບຜົນສໍາເລັດ,ດ້ານດີ,ດ້ານອ່ອນຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ສະໄໝທີ 15. ທັງນີ້ ກໍເພື່ອເປັນພື້ນຖານ,ບ່ອນອີງ ແລະ ເຮັດໃຫ້ການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະ ນະບໍລິຫານງານພັກເມືອງ ໃນສະໄໝໜ້ານີ້ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ຈາກນັ້ນ,ບັນດາສະຫາຍຄະນະບໍລິຫານງານພັກເມືອງສໍາພັນ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕໍ່ການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານພັກເມືອງ ສະໄໝທີ 15 ຢ່າງກົງໄປກົງມາ ແລະ ຮັບຮອງເອົາແຜນວຽກຈຸດສູມປີ 2026.

ຕ້ອນທ້າຍຂອງກອງປະຊຸມໄດ້ຮັບຝັງການໂອລົມຂອງສະຫາຍ ຫຸມເພັງ ຈອມວິສານ ກຳ​ມະ​ການປະຈຳ​ພັກ​ແຂວງ, ປະທານແນວລາວສ້າງຊາດແຂວງ ຊຶ່ງສະຫາຍໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍຄະນະພັກ, ຄະນະປະຈຳ ສືບຕໍ່ຍົກສູງຄວາມສາມາດນໍາພາຂອງຄະນະພັກ ດ້ວຍການກຳແໜ້ນແນວທາງມະຕິ, ຄໍາສັ່ງ, ສິດໜ້າທີ່ຂອງແຕ່ລະພາກສ່ວນໃຫ້ເລິກເຊິ່ງ.ສືບ ຕໍ່ເອົາໃຈໃສ່ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ,ນຳເອົາແນວທາງ,ແຜນນະໂຍບາຍ,ມະຕິ ຄໍາສັ່ງ,ຂໍ້ກຳນົດລະບຽບການຂອງພັກ, ກົດໝາຍຂອງລັດ ມູນເຊື້ອຕ່າງໆມາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ, ນາຍ ແລະ ພົນທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ,ສືບຕໍ່ຈັດຕັ້ງປະຕິບັດຕໍ່ຍຸດທະສາດຂອງພັກ ຫັນເອົາຄໍາສັ່ງແນະນໍາ ຂອງກົມການເມືອງສູນກາງພັກວ່າ ດ້ວຍມາດຕາການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະ ບົດຮອບດ້ານ, ຄວາມຕື່ນຕົວ ການເມືອງຂອງພະນັກງານ-ສະມາຊິກພັກ ຕິດພັນກັບການປະຕິບັດວຽກງານ ປກຊ-ປກສ, ການພັດທະນາ ເສດຖະກິດ-ສັງຄົມ, ວຽກງານພົວພັນຮ່ວມມືກັບຕ່າງປະເທດຢ່າງກົມກຽວ, ປະຕິບັດວຽກງານວາລະແຫ່ງ ຊາດ ວ່າດ້ວຍການຕ້ານ ແລະ ສະກັດກັ້ນຢາເສບຕິດ ກຳ ແໜ້ນສະພາບການຕ່າງໆຂອງປະຊາຊົນ ແລະ ສົມທົບກັບ ອໍານາດການປົກຄອງທ້ອງຖິ່ນ ເພື່ອພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນຄວາມ ຮັບຜິດຊອບໃຫ້ມີຄວາມສະຫງົບດີຂຶ້ນເລື່ອຍໆ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet