
ພິທີປະກາດຮັບຮອງເອົາ ບ້ານລຸ່ມ, ເມືອງຍອດອູ ແຂວງຜົ້ງສາລີ ເປັນບ້ານພັດທະນາ
ໃນຕອນເຊົ້າຂອງວັນທີ 16 ມີນາ 2026 ນີ້, ຢູ່ທີ່ຫ້ອງການປົກຄອງບ້ານລຸ່ມ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ຈັດພິທີ ມອບ-ຮັບ ໃບຢັ້ງຢືນບ້ານພັດທະນາ ໃຫ້ບ້ານ ລຸ່ມ ເປັນບ້ານທີ 3 ຂອງເມືອງຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ຄຳສະຫວັນ ພົມມະເທດ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ, ມີທ່ານ ຫວັນແກ້ວ ໂສລະພົມ ເລຂາພັກນາຍບ້ານໆ ລຸ່ມ ມີບັນດາທ່ານແຂກຖືກເຊີນຈາກຫ້ອງການກ່ຽວຂ້ອງ ອົງການຈັດຕັ້ງຂັ້ນບ້ານ, ເຖົ້າແກ່ແນວໂຮມຕະຫຼອດຮອດພໍ່ແມ່ປະຊາຊົນພາຍໃນບ້ານລຸ່ມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ, ທ່ານ ຫວັນແກ້ວ ໂສລະພົມ ເລຂາພັກນາຍບ້ານໆ ລຸ່ມ ໄດ້ຂຶ້ນຜ່ານບົດສະຫຼຸບຫຍໍ້ ກ່ຽວກັບວຽກງານ ການສ້າງບ້ານພັດທະນາ. ຕະຫຼອດໄລຍະຜ່ານມາ ອົງການປົກຄອງບ້ານ, ອົງການຈັດຕັ້ງແນວໂຮມ ແລະ ອົງການຈັດຕັ້ງທຸກຂັ້ນ ແມ່ນໄດ້ເອົາໃຈໃສ່ຈັດຕັ້ງນໍາພາການເຊື່ອມຊຶມລະບຽບ, ກົດໝາຍ, ນິຕິກໍາ ແລະ ເອກະສານຕ່າງໆ ຂອງພັກ – ລັດ ຂັ້ນເທີງວາງອອກຢ່າງເປັນ ປົກກະຕິ ແລະ ຕໍ່ເນື່ອງ. ບ້ານລຸ່ມ ເປັນບ້ານທີ່ຕັ້ງຢູ່ເທດສະບານເມືອງ ທິດເໜືອຕິດກັບ ບ້ານ ພູຊ້າງ, ທິດໃຕ້ຕິດກັບບ້ານ ເທິງ+ພູວຽງ, ທິດຕາເວັນອອກຕິດກັບ ເດີ່ ນສັງຂານ ແລະ ທິດຕາເວັນຕົກຕິດກັບ ບ້ານກາດ, ມີເນື້ອທີ່ການປົກຄອງທັງໝົດ 255,805 ເຮັກຕາ, ໃນນີ້ ເນື້ອທີ່ການຜະລິດ 221,424 ເຮັກຕາ, ກວມ 86,55% ແລະ ເນື້ອທີ່ປຸກສ້າງ 34,381 ເຮັກຕາ,ກວມ 13,44 %. ບ້ານລູ່ມ ປະກອບມີ 2 ເຜົ່າຄື: (ເຜົ່າລື້ ແລະ ເຜົ່າໄທດຳ), ມີ 156 ຄົວເຮືອນ, ມີ 207 ຄອບຄົວ, ມີປະຊາກອນທັງໝົດ 797 ຄົນ, ຍິງ 388 ຄົນ, ໃນນັ້ນ ມີແຮງງານຜະລິດ ທັງໝົດ 342 ແຮງງານ, ຍິງ 162 ແຮງງານ ປະຊາຊົນສ່ວນໃຫຍ່ຖືອາຊີບເຮັດນາ ເປັນອາຊີບຕົ້ນຕໍ, ຖືເອົາການລ້ຽງສັດ, ປູກຝັ່ງ ແລະ ເກັບເຄື່ອງປ່າຂອງດົງເປັນອາຊີບສຳຮອງ, ມີຄົວເຮືອນກຸ້ມກິນ 139 ຄົວເຮືອນ ກວມ 89,10% ຂອງຄົວເຮືອນທັງໝົດ. ການຜະລິດເປັນສິນຄ້າພາຍໃນບ້ານນັບມື້ນັບຂະຫຍາຍຕົວຢ່າງຕໍ່ເນື່ອງເຊີ່ງມາຮອດປະຈຸບັນມີມູນຄ່າລວມຜົນຜະລິດພາຍໃນ 5 ປີແມ່ນບັນລຸ 14,174,000,000 ກີບ ໃນນີ້ດ້ານກະສິກຳປ່າໄມ້ບັນລຸ 5,411,250,000 ກີບ ກວມ 71,20 % ,ສະເລ່ຍໃສ່ຕໍ່ຫົວຄົນໄດ້ 9,534,813 ກີບ/ຄົນ/ປີ, ມີເນືື້ອທີ່ນາທັງໝົດ 148,424 ເຮັກຕາ, ສາມາດເກັບກ່ຽວເຂົ້ານາໄດ້ 468 ໂຕນ,ຄິດເປັນມູນຄ່າ 1,872,000,000 ກີບປູກໝາກແໜ່ງທັງໝົດ 194 ເຮັກຕາ, ຜົນຜະລິດ 5 ໂຕນເປັນມູນຄ່າ 300,000,000 ກິບ, ປູກໝາກອຶ 893 ເຮັກຕາ,ຜົນຜະລິດ 12,456 ໂຕນເປັນມູນຄ່າລາຍຮັບລວມ 3,736,000,000 ກີບ,ຢາງພາລາ 48 ເຮັກຕາ,ຜົນຜະລິດ 384 ໂຕນ,ມູນຄ່າ 5,916,000,000 ກີບ,ປູກໝາກຖົ່ວ 60 ເຮັກຕາ,ຜົນຜະລິດ 300 ໂຕນ,ມູນຄ່າ 1,620,000,000 ກິບ ມີໝູ 55 ໂຕ,ເປັນມູນຄ່າ 45,000,000 ກີບ, ສັດປີກ 1,560 ໂຕ,ເປັນມູນຄ່າ 65,000,000 ກີບ. ຈາກນັ້ນ, ໃນພິທີກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນບ້ານພັດທະນາ ໃຫ້ບ້ານ ລຸ່ມ ເປັນກຽດຂຶ້ນມອບໂດຍທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ ແລະ ຂຶ້ນຮັບໂດຍແມ່ນ ທ່ານ ຫວັນແກ້ວ ໂສລະພົມ ເລຂາພັກນາຍບ້ານໆ ລຸ່ມ ຢ່າງສົມກຽດ.
ໃນພິທີ ທີ່ມີຄວາມໝາຍຄວາມສຳຄັນນັ້ນ, ຍັງໄດ້ຮັບຟັງການໂອ້ລົມ ຂອງທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງປະທານຄະນະກຳມະການປົກຄອງເມືອງ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ການກໍ່ສ້າງບ້ານເປັນຫົວໜ່ວຍພັດທະນາ ພ້ອມທັງຍົກໃຫ້ເຫັນທິດທາງ, ເປົ້າໝາຍ ແລະ ມາດຕະຖານ ໃນການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາ ຂະແໜງການຂັ້ນເມືອງໃຫ້ເອົາໃຈໃສ່ ລົງເຄື່ອນໄຫວເຜີຍແຜ່ເຊື່ອມຊຶມ, ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ນໍາພາສ້າງແຜນການ, ກໍານົດໂຄງການໃຫ້ລະອຽດຈະແຈ້ງໃນແຕ່ລະໄລຍະ, ພ້ອມທັງຊີ້ນໍາ – ນໍາພາ, ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ມອບໃຫ້ອົງການປົກຄອງບ້ານບ້ານ ເປັນເຈົ້າການໃນການສ້າງບ້ານໃຫ້ກາຍເປັນບ້ານພັດທະນາ ຕິດພັນກັບ ຂະບວນການແຂ່ງຂັນ “ ຮັກຊາດ ແລະ ພັດທະນາ“ ເພື່ອແນ່ໃສ່ເຮັດໃຫ້ທຸກຄົນ, ທຸກຄອບຄົວ ມີສະຕິ, ມີຄວາມເປັນເຈົ້າການ ແລະ ສ້າງຕົວແບບດີເດັ່ນໃຫ້ໄດ້ຫຼາຍດ້ານ, ມີຄຸນນະພາບ, ຍືນຍົງ ຈາກນັ້ນ ປະທານພິທີພ້ອມດ້ວຍ ອຳນາດການປົກຄອງບ້ານໄດ້ຮ່ວມກັນ ເປີດປ້າຍ ບ້ານ ລຸ່ມ ເປັນບ້ານພັດທະນາ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກ, ການປະກາດ ຮັບຮອງເອົາບ້ານລຸ່ມເປັນບ້ານພັດທະນາ.
ຂ່າວ-ພາບ: ໄລພອນ ສີສົມພອນ