
ເມືອງ ຍອດອູ ແຂວງ ຜົ້ງສາລີ
ຈັດພິທີ ມອບ-ຮັບ ໃບຢັ້ງຢືນ ຄອບຄົວ, ບ້ານພັດທະນາ ຕິດພັນກັບການປະຕິບັດສິດສະເໝີພາບຍິງ – ຊາຍ
ປາສະຈາກການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ
ເພຶ່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງສະບັບເລກທີ 96/ມຍອ ລົງວັນທີ່ 12 ມິນາ ປີ 2026 ວ່າດ້ວຍການຮັບຮອງເອົາ 11 ບ້ານ ຄອບຄົວ, ເປັນບ້ານພັດ ທະນາ ຕິດພັນກັບການປະຕິບັດສິດສະເໝີພາບຍິງ – ຊາຍ ປາສະຈາກການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ.ມາໃນຕອບບາຍຂອງວັນທີ 31 ມີນາ 2026 ນີ້ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ 11 ບ້ານ ຄື: ມີບ້ານ ນາກົງ, ບ້ານ ເຄື້ອເໜືອ, ບ້ານ ໂພນງາມ, ບ້ານບໍ່ໃຕ້, ບ້ານ ຊຽງສ້ຽວ, ບ້ານ ຕ້າງ, ບ້ານສຸ່ມຄຳ, ບ້ານ ນ້ຳມາໃຫ່ຍ, ບ້ານ ນ້ຳມານ້ອຍ, ບ້ານແຊວຈ້າຍ ແລະ ບ້ານປາຫົກ ເຊິ່ງມີທັງໝົດ 1,212 ຄອບຄົວ ເປັນຄອບຄົວພັດທະນາ, ບ້ານພັດທະນາ ຕິດພັນກັບການປະຕິບັດສິດສະເໝີພາບຍິງ – ຊາຍ ປາສະຈາກການໃຊ້ຄວາມຮຸນແຮງພາຍໃນຄອບຄົວ ໂດຍສະເພາະຕໍ່ ແມ່ຍິງ ແລະ ເດັກນ້ອຍ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນໃຫ່ຍຂອງ ເມືອງ ຍອດອູ ແຂວງຜົ້ງສາລີ. ໂດຍໃຫ້ກຽດເຂົ້້າຮ່ວມເປັນປະທານຂອງທ່ານ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນເມືອງ, ມີທ່ານ ນ. ແກ່ນຈັນ ບູນຄຳປະເສີດ ກຳມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ ມີບັນດາທ່ານ ທີມງານຂອງເມືອງ, ອຳນາດການປົກຄອງບ້ານ ເຂົ້າຮ່ວມ.

ໃນພິທີ ທ່ານ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ຂັ້ນເມືອງ ກໍ່ໄດ້ມີຄຳເຫັນ ແລະ ກ່າວເປີດພີທີ ຈາກນັ້ນທ່ານນາງ ວົງເພັດ ມະນີວົງ ຮອງປະທານສະຫະພັນແມ່ຍິງເມືອງ ກໍ່ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າເມືອງ ວ່າດ້ວຍການມອບໃບຢັ້ງຢືນຮັບຮອງເອົາ ຄອບຄົວ, ບ້ານພັດທະນາ ຕິດພັນກັບການປະຕິບັດ ສິດສະເໝີພາບຍິງ – ຊາຍ ແລະ ປາສະຈາກການໃຊ້ຄວາມຮຸນແຮງພາຍໃນຄອບຄົວ ໂດຍສະເພາະຕໍ່ ແມ່ຍິງ ແລະ ເດັກນ້ອຍ ລວມທັງໝົດ 11 ບ້ານ ມີ 1,212 ຄອບຄົວໃນພິທີກໍ່ໄດ້ມອບໃບຢັ້ງຢືນ ບ້ານພັດທະນາ ຕິດພັນກັບການປະຕິບັດ ສິດສະເໝີພາບຍິງ – ຊາຍ ໃຫ້ກຽດຂື້ນມອບໂດຍແມ່ນ ທ່ານ ຈອຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຂື້ນຮັບໂດຍແມ່ນ ເລຂາພັກ ນາຍບ້ານທັງ 11 ບ້ານຕາມລຳດັບຢ່າງສົມກຽດ.

ມາໃນຕອນທ້າຍຂອງພິທີ ກໍ່ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ຈັນທະວີ ປີນຜະຫຍາ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ. ເຊິ່ງກ່ອນອື່ນທ່ານກໍ່ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານໃນຫຼາຍດ້ານທີ່ພໍ່ແມ່ປະຊາຊົນຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ແລະ ທ່ານຍັງໄດ້ເໜັ້ນໜັກຕື່ມບາງບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ຮັກສາມູນເຊື້ອໃນການກໍ່ສ້າງຄອບຄົວພັດທະນາ, ບ້ານພັດທະນາ ທີ່ທາງອຳນາດການປົກຄອງກໍ່ຄືຊາວບ້ານຍາດມາໄດ້ ແລະ ສືບຕໍ່ປຸກແໜ້ນຄວາມສາມັກຄີພາຍໃນບ້ານກໍ່ຄືຄອບຄົວ ແລະ ບ້ານອ້ອມຂ້າງໃຫ້ແໜ້ນແຟ້ນຍິ່ງໆຂື້ນສືບຕໍ່ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມລູກຫຼານຂອງຕົນພາຍໃນບ້ານຕ້ອງນັບຖືກົດລະບຽບຂອງບ້ານເມືອງວາງອອກ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວກໍ່ຄືຂອງບັນດາເຜົ່າໃຫ້ຢູ່ຄູ່ກັບຄົນລາວຕະຫຼອດໄປ.
( ພາບ-ຂ່າວໂດຍ: ແສງເພັດ ດອນວັນ )