
ປກສ ເມືອງບຸນໃຕ້ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 – 05 ເມສາ 2026)
ໃນຕອນເຊົ້າຂອງວັນທີ 30 ມີນາ 2026 ນີ້ ກຳລັງປ້ອງກັນຄວາມສະຫງົບເມືອງບຸນໃຕ້ ແຂວງຜົ້ງສາລີ ໄດ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 05 ເມສາ 1961 – 05 ເມສາ 2026) ຂຶ້ນຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍພາຍໃຕ້ ການເປັນປະທານຂອງ ທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຂັ້ນເມືອງ, ມີທ່ານ ພທ ຄຳເຫຼັກ ພະລັງຈັນ ກຳມະການໃນຄະນະປະຈຳພັກ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ມີບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການ ພັກເມືອງ, ຫົວໜ້າຫ້ອງການ, ກອງບັນຊາການ ປກຊ-ປກສ ເມືອງ, ປະທານແນວລາວສ້າງຊາດ, ປະທານສະຫະ ພັນນັກຣົບເກົ່າ, ເລຂາ, ປະທານອົງການຈັດຕັ້ງມະຫາຊົນ, ອຳນວຍການໂຮງຮຽນ, ໂຮງໝໍ, ພະນັກງານບໍານານຂອງ ກຳລັງປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນ ອ້ອມຂ້າງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ທອງສິງ ອິນທະແສງ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ກ່າວ ບາງຕອນວ່າ: ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນກຳລັງປະກອບອາວຸດປະຕິວັດ ອັນແຫຼມຄົມໂດຍແມ່ນພັກ ປະຊາຊົນປະຕິວັດລາວ ເປັນຜູ້ສ້າງຕັ້ງ, ນໍາພາເດັດຂາດ, ໂດຍກົງຮອບດ້ານ, ເປັນກຳລັງທີ່ມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ; ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ໄດ້ກຳເນີດ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍ ສະລະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມສັດຊື່ບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ. ວັນທີ 05 ເມສາ ປີ 1961 ແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເປັນວັນປະຫວັດ ສາດສໍາຄັນຂອງຊາດ, ຂອງພັກ, ຂອງກໍາລັງປ້ອງກັນຄວາມສະຫງົບ ທີ່ໝູນວຽນມາຄົບຮອບ 65 ປີ ຄື: ວັນທີ 05 ເມສາ 1961 ຫາ ວັນທີ 05 ເມສາ 2026. ພ້ອມດຽວກັນນັ້ນ ທ່ານຍັງໄດ້ ຫວນຄືນມູນເຊື້ອ ປະຫັວດກ່ອນການກຳເນີດ ແລະ ການເຕີບ ໃຫຍ່ຂະຫຍາຍຕົວ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ (ກ່ອນປີ 1961) ເຊິ່ງເປັນໄລຍະທີ່ຊາດລາວຄົນ ລາວ ດຳລົງຊີວິດ ດ້ວຍຄວາມສາມັກຄີຮັກແພງ, ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີມູນເຊື້ອຕໍ່ສູ້ອັນພິ ລະອາດຫານ ພາຍໃຕ້ການນຳພາຂອງບັນພະບູລຸດລາວ ສືບທອດກັນມາ ໃນແຕ່ລະໄລຍະ; ພ້ອມນັ້ນກໍຍົກ ໃຫ້ເຫັນເຖິງການກຳເນີດ ແລະ ບັນດາຜົນງານຂອງ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ. ເຊິ່ງໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຂະບວນການຕໍ່ສູ່ ປົດປ່ອຍຊາດຕ້ານຈັກກະພັດຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເວລາໃດ, ກໍມີມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານ, ມີນໍ້າໃຈເສຍສະຫຼະເດັດດ່ຽວບໍ່ຍອມຈຳນົນ, ມີຄວາມຊື່ສັດບໍລິສຸດ ແລະ ມີຄວາມສາມັກຄີເປັນປຶກແຜ່ນ. ນັບແຕ່ ມື້ກຳເນີດເກີດຂຶ້ນ ກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ທັງມີມູນເຊື້ອຕໍ່ສູ້, ປັບປຸງ-ກໍ່ສ້າງຕົນເອງ ໂດຍໄດ້ຮັບການອົບຮົມ ສັ່ງ ສອນຈາກພັກປະຊາຊົນ ປະຕິວັດລາວ ແລະ ການອູ້ມຊູ ຊ່ວຍເຫຼືອປະຊາຊົນລາວບັນດາເຜົ່າ, ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນ ສາມາດເສີມຂະຫຍາຍມູນເຊື້ອຕໍ່ສູ້ພິລະອາດຫານຂອງຊາດຂຶ້ນສູ່ບາດກ້າວໃໝ່ ແລະ ຄຸນນະພາບໃໝ່ ແລະ ສ້າງໄດ້ ມູນເຊື້ອອັນສະຫງ່າງາມ ເປັນຕົ້ນແມ່ນມີນໍ້າໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ອຸດົມການສັງຄົມນິຍົມ ແລະ ຕໍ່ປະຊາຊົນ, ມີມູນເຊື້ອລົງກໍ່ສ້າງຮາກຖານປຸກລະດົມຂົນຂວາຍ ແລະ ໃກ້ຊິດຕິດແທດກັບປະຊາຊົນໃນແຕ່ລະໄລຍະ, ມີມູນເຊື້ອພິລະອາດຫານບໍ່ຍອມຈຳນົນຕໍ່ກັບສັດຕູ, ກຸ່ມຄົນບໍ່ດີ, ມີມູນເຊື້ອໃນການຝຶກຝົນຫຼໍ່ຫຼອມຕົນເອງ, ມີລະບຽບວິໄນ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດຄໍາສັ່ງຢ່າງເຂັ້ມງວດ, ມີມູນເຊື້ອດຸໝັ່ນ ຂະຫຍັນພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນ, ປະຢັດມັດທະຍັດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ, ມີມູນເຊື້ອກັບປະຊາຊົນບັນດາເຜົ່າຢ່າງແໜ້ນແຟ້ນ, ມີມູນເຊື້ອພົວພັນກັບປະເທດເພື່ອນມິດຍຸດທະສາດ ແລະ ສາກົນ.
ຈາກນັ້ນ ທ່ານ ພທ ຄຳເຫຼັກ ພະລັງຈັນ ກຳມະການ ປະຈຳພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງ ຍັງໄດ້ຂຶ້ນເລົ່າ ມູນເຊື້ອ ປະຫັວດການກຳເນີດ, ການເຕີມໃຫຍ່ຂະຫຍາຍຕົວ ແລະ ບັນດາຜົນງານຂອງການສ້າງຕັ້ງກໍາລັງປ້ອງ ກັນຄວາມສະຫງົບແຂວງ ຜົ້ງສາລີ ຄົບຮອບ 63 ປີ (11 ພຶດສະພາ 1963 ຫາ 11 ພຶດສະພາ 2026) ແລະ ມູນ ເຊື້ອການກຳເນີດ, ຂະຫຍາຍຕົວ ແລະ ຜົນງານຂອງກຳລັງປ້ອງກັນຄວາມສະຫງົບເມືອງ ຄົບຮອບ 34 ປີ (12 ທັນວາ 1992 ຫາ 12 ທັນວາ 2026) ນໍາອີກດ້ວຍ.
– ນ. ບົວຄຳ ລາວລີ ຖ່າຍພາບ
– ສົມຊະນະ ລາຍງານຂ່າວ.