
ເມືອງສຳພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ
ໃນຕອນເຊົ້າວັນທີ 31 ມີນາ 2026 ຢູ່ທີສະໂມສອນ ເມືອງສໍາພັນ ແຂວງ ຜົ້ງສາລີ ຄະນະພັກ, ຄະນະກອງບັນຊາການ ປກສ ເມືອງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 – 5 ເມສາ 2026 ), ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ແຂວງ ຜົ້ງສາລີ ຄົບຮອບ 63 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ເມືອງສໍາພັນ ຄົບຮອບ 63 ປີ ເປັນກຽດເຂົ້າ ຮ່ວມໂດຍ ທ່ານ ທອງຕື ເກຍສະບົງ ກໍາມະການພັກແຂວງ,ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວນ້າຫ້ອງການ, ພະນັກງານ-ລັດຖະກອນ, ພະນັກງານບໍານານ, ຕະຫຼອດຮອດຄະນະພັກ, ຄະນະກອງບັນຊາ ການ ປກຊ-ປກສ ເຂົ້າຮ່ວມ ຢ່າງພ້ອມພຽງ.

ໃນພິທີທ່ານ ອຸທອນ ອຸດວງວິໄລ ກໍາມະການພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ຍົກໃຫ້ເຫັນເຖິງເຫດການກໍາເນີດເຕີບໃຫຍ່ ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບທີມີຄວາມໝາຍສໍາຄັນ ທາງດ້ານການເມືອງອັນໃຫຍ່ຫວຼງ ໃນປະຫວັດສາດຂອງຊາດລາວ, ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບ ເປັນຕົ້ນມາ,ກໍາລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ 4 ການພົວພັນໄດ້ເປັນຢ່າງດີ, ກໍາລັງປ້ອງກັນຄວາມສະຫງົບເຮົາທັງເຄື່ອນໄຫວປ້ອງກັນ, ຝຶກແອບຮໍ່າຮຽນ, ປັບປຸງກໍາລັງ, ເພີ່ມພູນຜະລິດຜົນສ້າງພະລາທິການກັບທີ, ທັງລົງຂົນຂວາຍກໍ່ສ້າງຮາກຖານເຊິ່ງໄດ້ຮັບຄວາມຮັກແພງ, ອຸ້ມຊູຊ່ວຍເຫຼື່ອຈາກປະຊາຊົນຕະຫຼອດມາ.

ຕະຫຼອດໄລຍະ 65 ປີແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປ້ອງກັນຄວາມສະຫງົບ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດ ແຫ່ງການທົດສອບອັນໃຫ່ຍຫວຼງໃນການຕໍ່ສູ້ອັນຍຶດເຍື້ອຍາວນານ, ເພື່ອຍາດເອົາຄວາມເປັນ ເອກະລາດແຫ່ງຊາດຕະຫຼອດໄລຍະຕໍ່ສູ້ອັນລະອິດລະອຽ້ວຫຍຸ້ງຍາກລໍາບາກທີສຸດນັ້ນ,ແຕ່ກໍປຽບລົ້ນໄປດ້ວຍຜົນງານ,ວິລະກໍາອັນສູງສົ່ງ ແລະ ໄຊຊະນະອັນສະຫ່ງາລາສີ ທີກໍາລັງພວກເຮົາໄດ້ສາມັກຄີເປັນຈິດໜື່ງໃຈດຽວໃນການປະຕິບັດໜ້າທີການເມືອງ,ທັງປະສານ ແລະ ຕໍ່ສູ້ງຢ່າງພິລະອາດ ຫານ, ຕິດພັນກັບການອອກແຮງງານປັບປຸງ,ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນກ້າວໆມາ ພ້ອມດຽວກັນນີ້ ທ່ານ ອຸທອນ ອຸດວງວິໄລ ກໍາມະການພັກເມືອງ ຫົວໜ້າ ກອງບັນຊາການ ປກສ ເມືອງ ຍັງໄດ້ເລົ່າເຫດການກໍາເນີດ ໃນຕະຫຼອດໄລຍະ 63 ແຫ່ງການຂະຫຍາຍຕົວຂອງກອງກໍາລັງປ້ອງກັນຄວາມສະຫົງບ ແຂວງຜົ້ງສາລີ ແລະ 63 ປີແຫ່ງການຂະຫຍາຍຕົວຂອງກອງກໍາລັງປ້ອງກັນຄວາມສະຫົງບ ເມືອງສໍາພັນ ແຕ່ປີ 1963 ມາເຖິງປັດຈຸບັນ.
ຂ່າວ:ໂດຍ ຄໍາຮຸ່ງ