Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ -

ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ

ເມືອງສໍາພັນ ແຂວງຜົ້ງສາລີ ປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ

     ໃນຕອນເຊົ້າຂອງວັນທີ 8 ເມສາ 2026 ນີ້ ຢູ່ທີສະໂມສອນເມືອງສໍາພັນ ແຂວງຜົ້ງສາລີ ໄດ້ຈັດຕັ້ງການປາຖະກະຖາວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (14 ເມສາ 1955-14 ເມສາ 2026) ເປັນກຽດເຂົ້າຮ່ວມຂອງ ທ່ານ ແອ ຍືນທະນົງ ກໍາມະການປະຈໍາພັກເມືອງ ,ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ; ມີທ່ານ ບຸນໄຊ ຈິດທະວົງ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາຄະນະປະຈໍາພັກເມືອງ, ຄະນະພັກເມືອງ, ຫົວໜ້າຫ້ອງການ,ຫົວໜ້າກອງບັນຊາການ ປກຊ-ປກສ, ຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາຄະນະໜ່ວຍ ຕະຫຼອດຮອດສະມາຊິກຊາວໜູ່ມອ້ອມຂ້າງ, ໂຮງຮຽນ ມສ ນາໄຊ ແລະ 2 ບ້ານ ເຂົ້າຮ່ວມທັງໝົດ 252 ຄົນ, ຍິງ 112 ຄົນ.

     ທ່ານ ບຸນໄຊ ຈິດທະວົງ ກໍາມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ໄດ້ຂຶ້ນເລົ່າມູນເຊື້ອວັນສ້າງ ຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ,ຊືງຕະຫຼອດໄລຍະ 71 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຢືນຢັນເຖິງບົດບາດຂອງຊາວໜຸ່ມ ຍາມໃດກໍເປັນກຳລັງແຮງທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນແຂນຂວາທີ່ເຂັ້ມແຂງຂອງພັກ ແລະ ເປັນການຫວນຄືນມູນເຊື້ອແຫ່ງການຕໍ່ສູ້, ການເສຍສະຫຼະຂອງຊາວໜຸ່ມຮຸ່ນກ່ອນ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຊາວໜຸ່ມ ໃນການເປັນກໍາລັງແຮງປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດ, ຂອງພັກ ນັບແຕ່ອະດີດຈົນເຖິງປະຈຸບັນ.ພ້ອມນັ້ນທ່ານຍັງໄດ້ຍົກໃຫ້ເຫັນບົດບາດຂອງຊາວໜຸ່ມໃນແຕ່ລະຍຸກສະໄໝ, ນັບແຕ່ໄລຍະການຕໍ່ສູ້ກູ້ຊາດທີ່ເຕັມໄປດ້ວຍຄວາມເສຍສະຫຼະ, ຈົນມາເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນພິທີ ທ່ານ ແອ ຍືນທະນົງ ກໍາມະການປະຈໍາພັກເມືອງ,ປະທານແນວລາວສ້າງຊາດເມືອງ ມີຄໍາເຫັນໂອລົມ ແລະໄດ້ຮຽກຮ້ອງໃຫ້ ຊາວໜຸ່ມ,ພ້ອມກັນນໍາເອົາມູນເຊື້ອອັນດີງາມຂອງຄົນຮຸ່ນກ່ອນ ມາເປັນແຮງຜັກດັນ ບໍ່ວ່າໂລກຈະປ່ຽນ ແປງແນວໃດ ຄໍາຂວັນທີ່ວ່າ“ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ”ໃຫ້ຝັງຢູ່ໃນຈິດວິນຍານຂອງພວກເຮົາສະເໝີ,ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃຫ້ການເປັນພົນລະເມືອງທີ່ດີ,ຄຸນສົມບັດສິນທໍາປະຕິວັດ,ຕັ້ງໜ້າພັດທະນາຕົນເອງທາງດ້ານຄວາມຮູ້,ຄວາມສາມາດ ແລະ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ,ໂດຍສະເພາະແມ່ນການຕັ້ງໃຈສຶກສາຮ່ຳຮຽນ,ການມີລະບຽບວິໄນ,ການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດ,ເພື່ອສ້າງຕົນເອງໃຫ້ກາຍເປັນ “ຊາວໜຸ່ມ 4 ບຸກ” ທີ່ມີຄຸນນະພາບ,ເປັນກຳລັງແຮງໃນການພັດທະນາເມືອງສໍາພັນ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ຂ່າວໂດຍ: ຄໍາຮຸ່ງ.

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet