
ແຂວງຜົ້ງສາລີ ສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພ.ສ 2569
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2568 ແລະ ຕ້ອນຮັບປີໃໝ່ ພ.ສ. 2569 ທີ່ຈະມາເຖິງນີ້, ແຂວງຜົ້ງສາລີ ໄດ້ຈັດພິທີ ສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພ.ສ 2569 ເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນວັນທີ 10 ເມສາ 2025,ຢູ່ທີ່ສຳນັກງານປົກຄອງແຂວງ ຊຶ່ງໄດ້ຮັບກຽດເຂົ້າຮ່ວມພິທີໂດຍ ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ, ມີບັນດາທ່ານ ການນຳແຂວງ, ພະນັກງານ – ລັດຖະກອນ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມດ້ວຍບັນຍາກາດ ທີເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນ.
ເຊີງພິທີແມ່ນເລີ່ມຕົ້ນດ້ວຍການສູດມຸງຄຸນ ເພື່ອເປັນສິລິມຸງຄຸນ ແລະ ເສີມປາລະມີ ໃຫ້ແກ່ຄະນະນໍາພັກ-ລັດຂອງແຂວງ, ພະນັກງານ – ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງຜົ້ງສາລີ. ພ້ອມນີ້, ກໍ່ໄດ້ມີພິທີຕັກບາດ – ຢາດນ້ຳ ຊຶ່ງການໃສ່ບາດຖວາຍສັງຄະທານໃຫ້ແກ່ພະສົງຄັ້ງນີ້ ກໍແມ່ນຮີດຄອງປະເພນີທີ່ດີງາມຂອງຄົນລາວ ທີ່ເຄີຍປະຕິບັດມາແຕ່ດຶກດຳບັນ ກໍເພື່ອອຸທິດບຸນກຸສົນໃຫ້ແກ່ບັນພະບຸລຸດ ທີ່ໄດ້ອຸທິດຕົນໃນ ພາລະກິດຕໍ່ສູ້ກູ້ຊາດ ທັງເປັນການສ້າງບຸນກຸສົນ ແລະ ແຜ່ສ່ວນກຸສົນໃຫ້ກັບຍາດຕິພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວ ໃຫ້ຮັບຮູ້ ແລະ ມາຕ້ອນຮັບຈັບໂຈມເອົາ ພ້ອມນີ້ ກໍເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ ທັງເປັນການເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນ ຮັກສາໄດ້ວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດລາວເຮົາ ທີ່ເຄີຍສືບທອດກັນມາ ໃຫ້ຢູ່ຄຽງຄູ່ກັບຊາວລາວທີ່ເກີດໃໝ່ໃຫຍ່ລຸນ ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອດັ່ງກ່າວ ໃຫ້ມີຄວາມຍືນຍົງຕະຫຼອດໄປ ທັງສະແດງໃຫ້ເຫັນເຖິງເອກະລັກ-ຮີດຄອງປະເພນີ ມູນເຊື້ອວັດທະນະທຳອັນດີງາມຂອງຊາດລາວ.

ຈາກນັ້ນ, ໄດ້ມີພິທີບາສີສູຂວັນ ເພື່ອອານຸລັກຮັກສາ ແລະ ເສີມ ຂະຫຍາຍວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຄົນລາວ; ເພື່ອເປັນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມໃກ້ຊິດເຊິ່ງກັນ ແລະ ກັນ, ທັງຊົມເຊີຍຜົນສຳເລັດຂອງທຸກຄົນ ທີ່ໄດ້ມາຈາກໝາກຜົນແຫ່ງຄວາມສາມັກຄີ, ບຸກບືນ ພະຍາຍາມ ເຮັດສຳເລັດໜ້າທີ່ອັນໜັກໜ່ວງ ແຕ່ມີກຽດສະຫງ່າ ໃນໄລຍະທີ່ຜ່ານມາ ແລະ ອວຍພອນໃຫ້ມີໂຊກ, ມີໄຊ ໃນຕະຫຼອດປີໃໝ່ ພສ 2569.

ພາຍຫຼັງສຳເລັດພິທີທາງສາສະໜາແລ້ວ ກໍ່ໄດ້ມີກ້ອນກຳລັງຂອງປະຊາຊົນບັນດາເຜົ່າ ຂອງບັນດາບ້ານເທດສະບານເມືອງບູນເໜືອ ຈັດການແຫ່ຂະບວນກັນເຂົ້າອວຍພອນການນຳ, ພະນັກງານ – ລັດຖະກອນ ແລະ ປະຊາຊົນບັນດາເຜົ່າດ້ວຍກັນ. ພ້ອມທັງຮັບຟັງການການເລົ່າປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ. ໃນໂອກາດອັນສະຫງ່າລາສີນີ້,ທ່ານ ພົຕ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ໄດ້ຂຶ້ນກ່າວຄຳເຫັນ ແລະ ອວຍພອນໄຊອັນປະເສີດເນື່ອງໃນໂອກາດປີໃໝ່ລາວໃຫ້ແກ່ບັນດາຄະນະນຳ, ພະນັກງານ ແລະ ປະຊາຊົນບັນດາເຜົ່າທີ່ດໍາລົງຊີວິດຢູ່ແຂວງຜົ້ງສາລີ ຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດໃນໜ້າທີ່, ພາລະກິດ, ທຸລະກິດ, ມີຄວາມສຸກຄວາມຈະເລີນ ຕະຫຼອດປີໃໝ່; ຂໍໃຫ້ການສະເຫຼີມສະຫຼອງ ແລະ ອວຍພອນປີໃໝ່ ພສ 2568 ມີຄວາມເບີກບານມ່ວນຊື່ນ, ຮັກສາໄດ້ປະເພນີວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ແລະ ມີຄວາມໂຊກດີ ປອດໄພທຸກປະການ.

ຈາກນັ້ນ, ກໍ່ໄດ້ ທຳການຫົດສົງອວຍພອນເຊີງກັນ ແລະ ກັນ ເພື່ອສະແດງເຖິງຄວາມເຄົາລົບ, ຄວາມກະຕັນຍູຮູ້ບຸນຄຸນ ພ້ອມທັງອວຍພອນໃຫ້ມີສຸຂະພາບເຂັ້ມແຂງ, ປັດເປົ່າ, ສະລ້າງສິ່ງຊົ່ວຮ້າຍໃຫ້ໝົດໄປນຳປີເກົ່າ ແລະ ຕ້ອນຮັບແຕ່ສິງດີໆງາມໆເຂົ້າມາໃນຊີວິດ ແລະ ໃຫ້ຊີວິດຢູ່ເຢັນເປັນສຸກຕະຫຼອດໄປ; ຊຶ່ງປະເພນີຫົດນ້ຳ ເປັນສິ່ງທີ່ເຮັດຕໍ່ເນື່ອງກັນມາຍາວນານໃນປີໃໝ່ລາວ ພ້ອມທັງຮັບຄຳອວຍພອນເພື່ອສິຣິມົງຄຸນຂອງຊີວິດ ແລະ ປະເພນີນີ້ຍັງຊົງຄຸນຄ່າມາຈົນທຸກມື້ນີ້.

ພ້ອມນີ້, ໃນພິທີຍັງໄດ້ຈັດການມ່ວນຊື່ນ ຟ້ອນລຳວົງສາມັກຄີ ຕາມຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການຂອງລາວເຮົາ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
ຂ່າວ: ສົມຄິດ