
ທ່ານ ເລຂາພັກແຂວງຜົ້ງສາລີ ຕ້ອນຮັບທ່ານ ນາງ ວາງ ຈິ່ງມູ ປະທານ ບໍລິສັດ ຢຸນນານ ຈົງເຊິນ ມາຍນິ່ງລາວຈຳກັດຜູ້ດຽວ
ຕອນເຊົ້າຂອງວັນທີ່ 6 ເມສາ 2026 ທີ່ຫ້ອງຮັບແຂກ ສຳນັກງານປົກຄອງແຂວງ, ທ່ານ ພົຕ ສົມພອນ ມິດຕະພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຜົ້ງສາລີ ພ້ອມດ້ວຍຄະນະ ໄດ້ຕ້ອນຮັນທ່ານ ນາງ ວາງ ຈິ່ງມູ ປະທານ ບໍລິສັດ ຢຸນນານ ຈົງເຊິນ ມາຍນຶ່ງລາວ ຈຳກັດຜູ້ດຽວ ພ້ອມດ້ວຍຄະນະ ຈຸດປະສົງໃນການເຄື່ອນໄຫວຢ້ຽມຍາມເຄື່ອນໄຫວແຂວງຜົ້ງສາລີໃນຄັ້ງນີ້ເພື່ອ ມາມອບນໍ້າມັນເຊື້ອໄຟ ໃຫ້ແກ່ແຂວງຜົ້ງສາລີ, ເພື່ອນຳໃຊ້ວຽກງານ ຈຳນວນ 17,000 ລິດ.

ໂອກາດນີ້ ທ່ານ ເລຂາພັກແຂວງຜົ້ງສາລີ, ໄດ້ສະແດງຄວາມຊົມເຊີຍ ຂອບອົກ ຂອບໃຈ ແລະ ໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວຢ້ຽມຍາມ ຄັ້ງນີ້ ທ່ານ ທ່ານ ນາງ ວາງ ຈິ່ງມູ ປະທານ ບໍລິສັດ ຢຸນນານ ຈົງເຊິນ ມາຍນິ່ງ ລາວ ຈຳກັດ ຜູ້ດຽວພ້ອມດ້ວຍຄະນະພ້ອມທັງໄດ້ລາຍງານສະພາບ ຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ – ສັງຄົມຂອງ ແຂວງຜົ້ງສາລີໂດຍຫຍໍ້ ໂດຍສະເພາະແມ່ນ ສະພາບການທີາທາງແຂວງຜົ້ງສາລີ ປະເຊີນພົບພໍ້ຢູ່ເປັນຕົ້ນແມ່ນອັດຕາເງີນເຟີ, ນ້ຳເຊື້ອໄຟແຂວງຜົ້ງສາລີຂອງພວກເຮົາ ສະນັ້ນໃຫ້ປະທານ ບໍລິສັດ ຢຸນນານ ຈົງເຊິນ ມາຍນິ່ງລາວ ຈຳກັດຜູ້ດຽວຈົ່ງສືບຕໍ່ຮ່ວມມືໃຫ້ການຊ່ວຍເຫຼືອຕະຫຼອດໄປ.
ຂ່າວ-ພາບ: ແກ້ວສະຫ່ວາງ ໄຊຍະເງີນ.