Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ -

ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

     ຕອນເຊົ້າວັນທີ 3 ມີນາ 2026 ນີ້, ຢູ່ທີ່ເດີນຜາມໄຊແຂວງຜົ້ງສາລີ ໄດ້ຈັດພິທີໂຮມຊຸມນຸມມິດຕິ່ງສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ຄົບຮອບ 63 ປີ. ເຂົ້າຮ່ວມມີສະຫາຍ ພົຕ ສົມພອນ ມິດຕະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ; ມີສະຫາຍ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ,ກໍາລັງ ປກຊ-ປກສ, ອະດີດການນຳແຂວງ,ອະດີດພົນຕຳຫຼວດ, ນາຍແລະພົນຕຳຫຼວດ, ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ.

ໃນພິທີສະຫາຍ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ໄດ້ຂື້ນເລົ່າປະຫວັດແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ ຄົບຮອບ 63 ປີ ( 11 ພຶດສະພາ 1963 – 11 ພຶດສະພາ 2026 ).ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແຂວງຜົ້ງສາລີ ມີມູນເຊືົ້ອອັນສະຫງ່າງາມ ໂດຍໄດ້ສືບທອດມູນເຊືົ້ອອັນພິລະອາດຫານ, ບໍັ່ຍອມຈໍານ ນຕໍ່ສັດຕູຕົວໃດຂອງກໍາລັງປະກອບອາວຸດປະຕິວັດ, ກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງຜົ້ງສາລີ ໃນແຕ່ລະໄລຍະໄດ້ສືບທອດ ແລະເ ສີມຂະຫຍາຍມູນເຊືົ້ອຕໍັ່ສູ້ອັນພິລະອາດຫານຂອງຊາວແຂວງຜົ້ງສາລີໂດຍໄດ້ຍົກສູງຂຶົ້ນສູ່ຄຸນນະພາບໃໝ່ ໃຫ້ທັນກັບສະພາບການ ແລະ ສ້າງໄດ້ມູນເຊືົ້ອອັນສະຫງ່າງາມຫຼາຍປະການ.
     ຈາກນັ້ນ,ສ ະຫາຍ ພົຕ ສົມພອນ ມິດຕະພອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຜົ້ງສາລີໄດ້ຂື້ນກ່າວສູນທອນພົດ ຕໍ່ພິທີໂຮມຊຸມນຸມ. ຊຶ່ງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ( 5 ເມສາ 1961 – 5 ເມສາ 2026 ) ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ສ້າງຕັ້ງຂື້ນແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້ປົດປ່ອຍຊາດກໍຄື ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ກໍໄດ້ປະເຊີນໜ້າໂດຍກົງກັບກຸ່ມຄົນບໍ່ດີ ທີ່ມີກໍາລັງເໜືອກວ່າຕັ້ງຫຼາຍເທົ່າທາງດ້ານເສດຖະກິດ, ດ້ານກຳລັງພົນ ແລະ ອາວຸດຍຸດໂທປະກອນທີ່ທັນສະໄໝ; ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ປະຕິວັດ ໃນເງື່ອນໄຂທີ່ຫຍຸ້ງຍາກລໍາບາກກັນດານນັ້ນ ກໍາລັງປ້ອງກັນຄວາມສະຫງົບ ພ້ອມກັນກັບກອງທັບປະຊາຊົນລາວ ໄດ້ສ້າງວິລະກໍາອັນລໍ້າເລີດຈາລຶກໄວ້ໃນປຶ້ມຄຳປະຫວັດສາດຂອງຊາດ ແລະ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນເຮົາ.      ຕະຫຼອດໄລຍະ 65 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ມັນແມ່ນຂະບວນວິວັດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ຍືດເຍື້ອຍາວນານ, ລະອິດລະອ້ຽວ, ດຸເດືອດຂ້ຽວຂາດ, ຫຍຸ້ງຍາກລໍາບາກນາໆປະການ ດ້ວຍນ້ຳໃຈປະຕິວັດອັນສູງສົ່ງຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ເສີມຂະຫຍາຍມູນເຊື້ອຕໍ່ສູ້ອັນເດັດດ່ຽວອາດຫານ, ບໍ່ຍອມຈຳນົນຍາດໄດ້ຜົນງານໄຊຊະນະອັນໃຫຍ່ຫຼວງ, ພ້ອມກັນນັ້ນ, ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ໄດ້ຮັບການປັບປຸງ-ກໍ່ສ້າງ ແລະ ເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນ ແລະ ຄຸນນະພາບ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີຄວາມຊຳນິຊຳນານທາງດ້ານວິຊາສະ ເພາະ ແລະ ມີແບບແຜນທັນສະໄໝເປັນກ້າວໆມາ. ຜ່ານການປະຕິບັດໜ້າທີ່ການເມືອງ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕະຫຼອດໄລຍະທີ່ຜ່ານມາພັກ, ລັດຖະບານ ໄດ້ຕີລາຄາສູງຕໍ່ຜົນສຳເລັດຫຼາຍດ້ານທີ່ກຳລັງປ້ອງກັນຄວາມສະຫງົບຍາດມາໄດ້; ກຳລັງປ້ອງກັນຄວາມສະຫງົບຍາມໃດກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ, ມີຄວາມສູ້ຊົນບຸກບືນ, ມີຄວາມຮັບຜິດຊອບສູງໃນການຊີ້ນຳ-ນຳພາ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສືບຕໍ່ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ ຂອງລະບອບປະຊາທິປະໄຕປະຊາຊົນໃຫ້ໜັກແໜ້ນ.
ຂ່າວ: ສົມຄິດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet