Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ບ້ານ ມໍຊໍສານ ເມືອງບຸນເໜືອ, ແຂວງຜົ້ງສາລີ ຈັດພິທີ ປະກາດເປັນບ້ານສາທາລະນະສຸກແບບຢ່າງຄວບຄູ່ກັບການສະເຫຼີມສະຫຼອງຫ້ອງການບ້ານຫຼັງໃໝ່ -

ບ້ານ ມໍຊໍສານ ເມືອງບຸນເໜືອ, ແຂວງຜົ້ງສາລີ ຈັດພິທີ ປະກາດເປັນບ້ານສາທາລະນະສຸກແບບຢ່າງຄວບຄູ່ກັບການສະເຫຼີມສະຫຼອງຫ້ອງການບ້ານຫຼັງໃໝ່

ບ້ານ ມໍຊໍສານ ເມືອງບຸນເໜືອ ແຂວງຜົ້ງສາລີ

ຈັດພິທີປະກາດເປັນບ້ານສາທາລະນະສຸກແບບຢ່າງຄວບຄູ່ກັບການສະເຫຼີມສະຫຼອງຫ້ອງການບ້ານຫຼັງໃໝ່

     ໃນວັນທີ 24 ເມສາ 2026 ນີ້, ຢູ່ທີ່ສະໂມສອນຂອງບ້ານດັ່ງກ່າວ ປະກາດຮັບຮອງເອົາ ບ້ານ ມໍຊໍສານ ເປັນບ້ານສາທາລະນະສຸກແບບຢ່າງ ແລະ ມອບ-ຮັບ ໂຄງການກໍ່ສ້າງນໍ້າລິນສະອາດ, ພ້ອມທັງສະເຫຼີມສະຫຼອງຫ້ອງການບ້ານຫຼັງໃໝ່ຢ່າງ ເປັນທາງການ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ ເລຂາພັກເມືອງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ອົງການປົກຄອງບ້ານ, ແຂກທີ່ຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ, ເລຂາພັກບ້ານ ມໍຊໍສານ ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານກໍ່ສ້າງຫ້ອງການບ້ານ ເຊິ່ງເປັນກິດຈະກຳໜຶ່ງທີ່ສຳຄັນໃນການສ້າງພື້ນຖານໂຄງລ່າງເພື່ອຮັບໃຊ້ການບໍລິຫານວຽກງານພາຍໃນບ້ານໃຫ້ມີຄວາມສະດວກ ແລະ ທັນສະໄໝຂຶ້ນກວ່າເກົ່າ. ຈາກນັ້ນ ທ່ານ ນາງ ແສງຕານ, ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ ຍັງໄດ້ຜ່ານບົດລາຍງານການສ້າງບ້ານສາທາລະນະສຸກແບບຢ່າງ ແລະ ການກໍ່ສ້າງນໍ້າລິນສະອາດ ເພື່ອຮັບປະ ກັນໃຫ້ປະຊາຊົນໄດ້ຊົມໃຊ້ນໍ້າທີ່ສະອາດ ແລະ ມີສຸຂະອະນາໄມທີ່ດີ. ຄະນະຈັດຕັ້ງເມືອງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຄອບຄົວ ແລະ ບ້ານສາທາ ລະນະສຸກແບບຢ່າງ. ໃນພິທີອັນສະຫງ່າລາສີນີ້, ທ່ານ ສົມເພັດ ສີຫາລາດ, ກຳມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ຜູ້ຊີ້ນຳຮອບດ້ານ ກຸ່ມພຽງໄຊ ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນບ້ານສາທາລະນະສຸກແບບຢ່າງໃຫ້ແກ່ອົງການປົກຄອງບ້ານ ມໍຊໍສານ, ພ້ອມທັງມີການມອບໃບຢັ້ງຢືນໃຫ້ແກ່ບັນດາຄອບຄົວແບບຢ່າງທາງດ້ານສາທາລະນະສຸກຕື່ມອີກ. ໂອກາດນີ້ ທ່ານ ສົມພາບ ດາລາຈັກ ໄດ້ໃຫ້ກຽດມອບເງິນສົມທົບທຶນເຂົ້າໃນການສ້າງຫ້ອງການບ້ານດັ່ງກ່າວ ເພື່ອເປັນການຊຸກຍູ້ການພັດທະນາບ້ານໃຫ້ເຂັ້ມແຂງ ຈຳນວນ 20.000.000 ກີບ.


ໃນຕອນທ້າຍຂອງພິທີ, ປະທານພິທີໄດ້ມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ອົງການປົກຄອງບ້ານ ແລະ ປະຊາຊົນບ້ານ ມໍຊໍສານ ຍາດມາໄດ້, ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນຮ່ວມກັນປົກປັກຮັກສາຫ້ອງການບ້ານ ແລະ ລະບົບນໍ້າລິນ ໃຫ້ມີຄວາມຍືນຍົງ, ສືບຕໍ່ຮັກສາມູນເຊື້ອການເປັນບ້ານສາທາລະນະສຸກແບບຢ່າງ ເພື່ອຍົກສູງຄຸນນະພາບຊີວິດຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ນາງ ຈັນສະໝອນ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet