
ເມືອງບຸນໃຕ້ ແຂວງຜົ້ງສາລີ ປາຖະກະຖາເລົ່າມູນເຊື້ອ 4 ວັນປະຫວັດສາດຂອງພັກຂອງຊາດ
ຕອນເຊົ້າຂອງວັນທີ29 ເມສາ2026 ນີ້ ເມືອງບຸນໃຕ້ຈັດພິທີປາຖະກະຖາເລົ່າມູນເຊື້ອ 4 ວັນປະຫວດສາດຄື: ວັນກຳມະກອນສາກົນ ( 1 ພຶດສະພາ 1886-1 ພຶດສະພາ 2026 ) ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົງໄຫຫິນຊຽງຂວາງ ( 18 ພຶດສະພາ 1959-18 ພຶດສະ ພາ 2026 ) ຄົບຮອບ 67 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ( 24 ພຶດສະພາ 1960-24 ພຶດ ສະພາ 2026 ) ຄົບຮອບ 66 ປີ ແລະ ວັນໄຊຊະນະດຽນບຽນຟູ ( 7 ພຶດສະພາ 1954-ວັນທີ 7 ພຶດສະພາ 2026 ) ຄົບຮອບ 72 ປີ ຂຶ້ນຢ່າງເປັນທາງ ການນະທີ່ສະໂມສອນໃຫຍ່ຂອງເມືອງ ໂດຍການເປັນປະທານຮ່ວມຂອງທ່ານ ອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດ, ຜູ້ຊີ້ນໍາວຽກງານຂົງເຂດພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ມີບັນດາທ່ານກຳມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປະທານ-ຮອງປະທານອົງການຈັດຕັ້ງມະຫາຊົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ເພັດມະນີ ຈິດດາພອນ ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານປະຫວັດມູນເຊື້ອຂອງວັນໄຊຊະນະດຽນບ່ຽນຟູ ໃນຕະ ຫຼອດໄລະຍະ 72 ປີຜ່ານມາໂດຍຫຍໍ້ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ໄຊຊະນະດຽນບ່ຽນຟູ ແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ, ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສັດຕະ ວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດທີ່ເຄີຍເປັນຫົວເມືອງຂຶ້ນ, ເຄິ່ງສັກດີນາ, ປະຊາກອນບໍ່ຫຼາຍ, ເສດ ຖະກິດຫຼ້າຫຼັງ ແລະ ຂະຫຍາຍຕົວຊັກຊ້າ; ກຳລັງທະຫານອ່ອນນ້ອຍ ປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່; ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດໃຫ້ສົງຄາມປະຊາຊົນ, ສາມາດຕີເອົາໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄໝກວ່າ; ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມເທົ່ານັ້ນ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມ ສຳພັນສູ້ຮົບເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ, ບັງຄັບໃຫ້ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜຶນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອນຢ່າງສົມບູນ. ຈາກນັ້ນ; ທ່ານບຸນຫຼ້າ ພົມສະຫວັນ ກໍາມະການພັກເມືອງ ,ປະທານສະຫະພັນກໍາມະບານເມືອງ ໄດ້ຂຶ້ນຜ່ານປະຫວັດມູນເຂື້ອວັນກໍາມະກອນສາກົນ ຊຶ່ງທ່ານໄດ້ກ່າວວ່າ: ໃນທ້າຍສະຕະວັດທີ 18-19 ຫຼາຍປະເທດຢູ່ໃນປະເທດເອີລົບ ແລະ ອາເມລິກາ ໄດ້ໂຄ້ນລົ້ມລະບອບສັກດິນນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ ພາຍໃຕ້ການປົກຄອງຂອງພວກນາຍທຶນ ແລະ ຊົນຊັ້ນກໍາມະກອນຖຶກກົດຂີ່ຂູດຮີດນັບມື້ໜັກໜ່ວງນາຍທຶນຍັງບັງຄັບກໍາມະກອນເຮັດວຽກໃນມື້ໜຶ່ງ 14-15 ຊົ່ວໂມງ, ການອອກແຮງ ງານສຸດທີ່ລໍາບາກ ແລະ ມີຄວາມສຽງສູງຕໍ່ຊິວິດ ລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍທັນມີ, ນາຍທຶນນັບມື້ເພິ່ມທະວີການບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍມີເວລາພັກຜ່ອນ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ທວງໃຫ້ພວກນາຍທຶນເພີ່ມເງີນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ; ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກ່ວາໝູ່. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ເພື່ອນໍາພາກໍາມະກອນຕໍ່ສູ້ພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານຂຶ້ນ. ຈາກນັ້ນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນນັບມື້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຍ້ອນການຕໍ່ສູ້ອັນດຸເດືອດຂອງຊົນຊັ້ນກໍາມະກອນເພື່ອທວງສິດ, ກອງປະຊຸຸມຂອງສະຫະພັນແຮງ ງານອາເມລິກາ ຈຶ່ງໄດ້ອອກມະຕິ ແລະ ໄດ້ລະບຸໄວ້ວ່າ: “ ເລີ່ມແຕ່ວັນທີ 1/5/1886 ເປັນຕົ້ນໄປກໍາມະກອນຈະເຮັດວຽກມື້ໜຶ່ງ 8 ຊົ່ວໂມງມະຕິດັ່ງກ່າວໄດ້ກາຍເປັນນິຕິໝາຍທີ່ສໍາຄັນ ໃນການຮຽກຮ້ອງ, ປຸກຕື່ນໃຫ້ການຈັດຕັ້ງກໍາມະກອນ ແລະ ຊາວຜູ້ອອກແຮງງານກຽມພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ ຕໍ່ມາວັນທີ 5/5/1886 ພວກໄມ້ມືຂອງນາຍທຶນໄດ້ຂ້າກໍາມະກອນຕາຍ 6 ຄົນ, ບາດເຈັບ 50 ຄົນຕໍ່ມາຂະບວນແຮ່ປະທ້ວງຍິ່ງເພີ່ມທະວີກໍາລັງແຮງຂອງກໍາມະກອນຂຶ້ນຕື່ມອີກ, ຊຶ່ງມີຜູ້ເຂົ້າຮ່ວມເຖິງ 15.000 ຄົນ ເພື່ອຄັດຄ້ານການກະທໍາຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກໍາອໍານາດ, ຂະບວນການປະ ທ້ວງຄັ້ງນັ້ນມໍ່ຈະຢຸດຕິລົງ, ວັນທີ 1/5/1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II, ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຮີ ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ຊຶ່ງຜູ້ແທນມາຈາກ 22 ປະເທດ, ເອີລົບ, ອາເມລິກາ ແລະ ອາກຊັງຕິງ, ກອງປະຊຸມດັ່ງກ່າວໄດ້ຜ່ານໂຄງການດໍາເນິນງານສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂວັນ ( ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາ 1/5/1886 ເປັນວັນກໍາມະກອນສາກົນ) ພ້ອມກັນນີ້ ທ່ານອຸ່ນແປງ ທຳມະໂນໄຊ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ,ຜູ້ຊີ້ນໍາວຽກງານຂົງເຂດພັກ-ພະນັກງານແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ຜ່ານປະຫວັດມູນເຊື້ອຂອງວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົງໄຫຫິນຊຽງຂວາງ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດຕື່ມອີກ.