Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ເມືອງບຸນເໜືອ ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ -

ເມືອງບຸນເໜືອ ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ

ເມືອງບຸນເໜືອ ແຂວງຜົ້ງສາລີ ສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ

    ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກໃຫ້ປະກົດຜົນເປັນຈິງ, ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ນີ້, ຢູ່ສະໂມສອນຂອງເມືອງ ໄດ້ຈັດພິທີສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (1/5/1886 – 1/5/2026) ຢ່າງເປັນທາງການ. ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາເລົ່າມູນເຊື້ອຂອງ ທ່ານ ບຸນລຳ ທຳມະໃຈ ກຳມະການປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນເມືອງ. ເຂົ້າຮ່ວມມີ ບັນດາທ່ານ ກຳມະການພັກເມືອງ, ຄະນະບໍລິຫານງານສະຫະພັນກຳມະບານເມືອງ, ພ້ອມດ້ວຍສະມາຊິກກຳມະບານ ອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.


ໃນພິທີ, ທ່ານ ບຸນລຳ ທຳມະໃຈ ໄດ້ກ່າວປາຖະກະຖາໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການຕໍ່ສູ້ອັນພິລະອາດຫານ ແລະ ເສຍສະລະຂອງຊົນຊັ້ນກຳມະກອນໃນທົ່ວໂລກ. ທ່ານໄດ້ເນັ້ນໜັກວ່າ: ວັນກຳມະກອນສາກົນ ບໍ່ແມ່ນພຽງແຕ່ວັນພັກການ ຫຼື ວັນສະເຫຼີມສະຫຼອງທົ່ວໄປ, ແຕ່ແມ່ນສັນຍະລັກແຫ່ງຄວາມສາມັກຄີເປັນປຶກແຜ່ນ ແລະ ໄຊຊະນະຂອງກຳລັງແຮງງານ ທີ່ຕໍ່ສູ້ເພື່ອຄວາມຍຸຕິທຳ, ສິດທິມະນຸດ ແລະ ເງື່ອນໄຂການເຮັດວຽກທີ່ສົມກຽດ. ທ່ານຍັງໄດ້ເຊື່ອມໂຍງມູນເຊື້ອດັ່ງກ່າວເຂົ້າກັບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນບົດບາດຂອງກຳມະກອນລາວ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ທີ່ໄດ້ເປັນກຳລັງຫຼັກແຫຼ່ງໃນການຂັບເຄື່ອນເສດຖະກິດ, ສ້າງພື້ນຖານໂຄງລ່າງ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນເລື້ອຍໆ. ນອກຈາກການທົບທວນມູນເຊື້ອ, ທ່ານປະທານຍັງໄດ້ຮຽກຮ້ອງໃຫ້ສະມາຊິກກຳມະບານທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຝຶກຝົນຫຼໍ່ຫຼອມສີມືແຮງງານໃຫ້ທັນກັບຍຸກສະໄໝ, ມີລະບຽບວິໄນເຂັ້ມງວດ ແລະ ເສີມຂະຫຍາຍນ້ຳໃຈ ຮັກຊາດ, ຮັກການອອກແຮງງານ ເພື່ອເປັນກຳລັງແຮງສຳຄັນໃນການນຳພາເມືອງຫຼຸດພົ້ນອອກຈາກຄວາມທຸກຍາກ.


ເພື່ອເປັນການຈົດຈຳ ແລະ ສັນລະເສີນຄຸນງາມຄວາມດີ, ໃນຕອນທ້າຍຂອງພິທີໄດ້ມີການມອບໃບຍ້ອງຍໍ ໃຫ້ແກ່ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານ. ການມອບໃບຍ້ອງຍໍໃນຄັ້ງນີ້ ບໍ່ພຽງແຕ່ແມ່ນການຢັ້ງຢືນເຖິງໄຊຊະນະໃນການປະຕິບັດວຽກງານເທົ່ານັ້ນ, ແຕ່ຍັງເປັນການສ້າງແຮງຈູງໃຈໃຫ້ແກ່ສະມາຊິກກຳມະບານທຸກຄົນ ໃຫ້ສືບຕໍ່ສູ້ຊົນປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໃນຕໍ່ໜ້າ.
ພາບ-ຂ່າວ: ນາງ ຈັນສະໝອນ ທິດໄຊຍະລາດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet