
ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີປາຖະກະຖາເລົ່າມູນເຊື້ອ 3 ວັນປະຫວັດສາດຂອງພັກຂອງຊາດ
ໃນຕອນເຊົ້າຂອງວັນທີ 30 ເມສາ 2026 ນີ້ ເມືອງຍອດອູ ແຂວງຜົ້ງສາລີ ຈັດພິທີປາຖະກະຖາເລົ່າມູນເຊື້ອ ວັນປະຫວດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ (ວັນທີ 18 ພຶດສະພາ 1959-18 ພຶດສະພາ 2026 ຄົບຮອບ 67 ປີ), ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ (ວັນທີ 24 ພຶດສະພາ 1960-24 ພຶດສະພາ 2026 ຄົບຮອບ 66 ປີ), ແລະ ວັນກໍາມະກອນສາກົນ (ວັນທີ 1 ພຶດສະພາ 1886 – 1 ພຶດສະພາ 2026 ຄົບຮອບ 140 ປີ ) ຂຶ້ນຢ່າງເປັນທາງການນະທີ່ສະໂມສອນໃຫຍ່ຂອງເມືອງ. ໂດຍການເປັນປະທານຂອງທ່ານ ສົມຫວັງ ສຸມວິໄລ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີບັນດາທ່ານກຳມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ກໍາລັງປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຕະຫຼອດຮອດພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທ່ານ ແສງເມືອງ ພົມມະວົງ ກຳມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໄດ້ຜ່ານປະຫວັດມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ເຊິ່ງເປັນເຫດການຕໍ່ສູ້ອັນສໍາຄັນທາງດ້ານການເມືອງ, ການທະຫານ ແລະ ການຕ່າງປະເທດອັນຄ່ອງແຄ້ວ ຂອງບັນດາຜູ້ນໍາຂອງພັກທີມີນໍ້າໃຈຕໍ່ສູ້ປະຕິວັດທີ່ກ້າແກ່ນເດັດດ່ຽວໜຽວແໜ້ນ, ບໍ່ຍອມຈໍານົນ ສາມາດຂົົນຂວາຍທະຫານ, ຕໍາຫຼວດ, ສາລະວັດທະຫານສັດຕູໃຫ້ມີຈິດໃຈຮັກຊາດ, ມີຄວາມເສຍສະຫຼະ ນໍາເອົາກອງພັນທີ 02 ແລະ ຜູ້ນໍາແນວລາວຮັກຊາດແຫກຄຸກໄປສູ່ເຂດທີ່ໜັ້ນຂອງການປະຕິວັດໄດ້ຢ່າງປອດໄພ.

ຈາກນັ້ນ ທ່ານ ສົມບຸນ ອິນໃຈ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ໄດ້ຂຶ້ນຜ່ານປະຫວັດມູນເຊື້ອຂອງວັນກໍາມະກອນສາກົນຊື່ງທ່ານໄດ້ກ່າວວ່າ: ໃນທ້າຍສະຕະວັດທີ 18-19 ຫຼາຍປະເທດຢູ່ໃນປະເທດເອີລົບ ແລະ ອາເມລິກາ ໄດ້ໂຄ້ນລົ້ມລະບອບສັກດິນນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນພາຍໃຕ້ການປົກຄອງຂອງພວກນາຍທຶນ ແລະ ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງນາຍທຶນຍັງບັງຄັບກໍາມະກອນເຮັດວຽກໃນມື້ໜຶ່ງ 14-15 ຊົ່ວໂມງ, ການອອກແຮງງານສຸດທີ່ລໍາບາກ ແລະ ມີຄວາມສ່ຽງສູງຕໍ່ຊິວິດ ລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກໍາມະກອນອອກແຮງງານໂດຍບໍມີເວລາພັກຜ່ອນ, ລະບອບການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ; ຂະບວນການຕໍ່ສູ້ຄັ້ງທໍາອິດແມ່ນຢູ່ປະເທດອັງກິດໃນປີ 1764 ເພາະອັງກິດໃນສະໄໝນັ້ນ ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກ່ວາໝູ່. ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ແລະ ເພື່ອນໍາພາກໍາມະກອນຕໍ່ສູ້ພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານຂຶ້ນ. ຈາກນັ້ນ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຍ້ອນການຕໍ່ສູ້ອັນດຸເດືອດຂອງຊົນຊັ້ນກໍາມະກອນເພື່ອທວງສິດ ກອງປະຊຸຸມຂອງສະຫະພັນແຮງງານອາເມລິກາຈຶ່ງໄດ້ອອກມະຕິ ແລະ ໄດ້ລະບຸໄວ້ວ່າ: “ ເລີ່ມແຕ່ວັນທີ 1/5/1886 ເປັນຕົ້ນໄປກໍາມະກອນຈະເຮັດວຽກມື້ໜຶ່ງ 8 ຊົ່ວໂມງ” ມະຕິດັ່ງກ່າວໄດ້ກາຍເປັນນິຕິໝາຍທີ່ສໍາຄັນໃນການຮຽກຮ້ອງ, ປຸກຕື່ນໃຫ້ການຈັດຕັ້ງກໍາມະກອນ ແລະ ຊາວຜູ້ອອກແຮງງານກຽມພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ ຕໍ່ມາວັນທີ 5/5/1886 ພວກໄມ້ມືຂອງນາຍທຶນໄດ້ຂ້າກໍາມະກອນຕາຍ 6 ຄົນບາດເຈັບ 50 ຄົນຕໍ່ມາຂະບວນແຫ່ປະທ້ວງຍິ່ງເພີ່ມທະວີກໍາລັງແຮງຂອງກໍາມະກອນຂຶ້ນຕື່ມອີກ, ຊຶ່ງມີຜູ້ເຂົ້າຮ່ວມເຖິງ 15,000 ຄົນ ເພື່ອຄັດຄ້ານການກະທໍາຂອງພວກນາຍທຶນ ແລະ ເຈົ້າໜ້າທີ່ກໍາອໍານາດ ຂະບວນການປະທ້ວງຄັ້ງນັ້ນມໍ່ຈະຢຸດຕິລົງ ວັນທີ 1/5/1889 ກອງປະຊຸມພັກກອມມູນິດສາກົນຄັ້ງທີ II, ໄດ້ໄຂຂຶ້ນຢູ່ທີ່ນະຄອນຫຼວງປາຣີ ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ, ຊຶ່ງຜູ້ແທນມາຈາກ 22 ປະເທດ, ເອີລົບ, ອາເມລິກາ ແລະ ອາກຊັງຕິນ, ກອງປະຊຸມດັ່ງກ່າວໄດ້ຜ່ານໂຄງການດໍາເນີນງານສໍາຄັນຄື: ຊົນຊັ້ນກໍາມະກອນສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂວັນ ( ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາ 1/5/1886 ເປັນວັນກໍາມະກອນສາກົນ) ພ້ອມກັນນີ້ ທ່ານ ທອງສີ ອິນຈັກ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ເລົ່າມູນເຊື້ອ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີຕື່ມອີກ. ທັງນີ້ ກໍເພື່ອເປັນການຫວນຄືນເຖິງມູນເຊື້ອ ປະຫວັດຄວາມເປັນມາ ວັນສຳຄັນຂອງພັກຂອງຊາດ, ຂອງຊົນຊັ້ນກຳມະກອນ ກໍ່ຄືວັນກຳມະກອນສາກົນ ຄົບຮອບ 140 ປີ ພາຍໃຕ້ຄໍາຂວັນ ຄວາມຍຸຕິທໍາໃນສັງຄົມ ແລະ ເຮັດວຽກທີ່ມີຄຸນຄ່າເປັນທໍາ.
ຂ່າວ-ພາບ: ໄລພອນ ສີສົມພອນ ໂຄສະນາອົບົຮມເມືອງຍອດອູ.