Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131

Deprecated: Function WP_Dependencies->add_data() was called with an argument that is deprecated since version 6.9.0! IE conditional comments are ignored by all supported browsers. in /home/ptpslgov/public_html/wp-includes/functions.php on line 6131
ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບຸນເໜືອ -

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບຸນເໜືອ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບຸນເໜືອ

     ຕອນເຊົ້າຂອງວັນທີ 15 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນຂອງອົງການປົກຄອງເມືອງບຸນເໜືອ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ, ບຸກຄະລາກອນ ແລະ ມອບ-ຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງບຸນເໜືອ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່. ໂດຍການເປັນປະທານຂອງ ທ່ານ ອ່ອນຄໍາ ອິນແສງ ກຳມະການພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ທ່ານ ສົມພາບ ດາລາຈັກ ກຳມະການປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະ ສສຂ ຊຸດທີ V ມີບັນດາທ່ານ ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ກອງບັນຊາການ ປກສ-ປກຊ, ຫົວໜ້າທະນາຄານ, ຫົວໜ້າສະຖາບັນການເງິນຈູລະພາກ ແລະ ບັນດາຫົວໜ້າລັດວິສາຫະກິດ ທີ່ປະຈຳເມືອງບຸນເໜືອ, ຕາງໜ້າຄະນະຈັດຕັ້ງແຂວງ,  ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 

     ໃນພິທີ, ທ່ານ ຈອມແສງ ສີວົງສາ ຮອງຫົວໜ້າຂະແໜງຈັດຕັ້ງ-ກວດກາ ສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານມະຕິວ່າດ້ວຍການສ້າງຕັ້ງກົງຈັກ ແລະ ມະຕິວ່າດ້ວຍການແຕ່ງຕັ້ງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງບຸນເໜືອ. ພ້ອມທັງຜ່ານແຈ້ງການແນະນໍາຂອງຫ້ອງວ່າການສະພາປະຊາຊົນແຂວງ ສະບັບເລກທີ 56/ຫສຂ, ລົງວັນທີ 14 ພຶດສະພາ 2026 ເພື່ອເປັນບ່ອນອີງໃນການປັບປຸງກົງຈັກໃຫ້ສອດຄ່ອງກັບພາລະບົດບາດໃນໄລຍະໃໝ່. ໂອກາດນີ້, ທ່ານ ໄຊລັງ ຄໍາຜາສຸກ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມຂັ້ນເມືອງຫົວໜ້າຄະນະ ສສຂ ຊຸດທີ IV ຜູ້ເກົ່າ ຂຶ້ນຜ່ານບົດບັນທຶກການນໍາພາ-ຊີ້ນໍາວຽກງານ ໃນຕະຫຼອດໄລຍະ 5 ປີຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ການຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢູ່ພາຍໃນເມືອງບຸນເໜືອ ຢ່າງມີປະສິດທິຜົນ. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອສັງລວມເອົາບົດຮຽນ ແລະ ທິດທາງໃນການປັບປຸງວຽກງານໃຫ້ດີຂຶ້ນເລື້ອຍໆ. ເປັນຂີດໝາຍອັນສຳຄັນ ໃນພິທີໄດ້ຮ່ວມກັນລົງນາມໃນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ໄຊລັງ ຄໍາຜາສຸກ ຫົວໜ້າຄະນະ ສສຂ ຊຸດທີ IV (ຜູ້ເກົ່າ) ແລະ ທ່ານ ສົມພາບ ດາລາຈັກ ຫົວໜ້າຄະນະ ສສຂ ຊຸດທີ V (ຜູ້ໃໝ່) ໂດຍຊ່ອງໜ້າຈາກຄະນະປະທານ ແລະ ພິຍານຈາກພາກສ່ວນຕ່າງໆ.
     ໃນຕອນທ້າຍ, ທ່ານ ອ່ອນຄໍາ ອິນແສງ ກຳມະການພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະ ສສຂ ຊຸດທີ V ໂດຍທ່ານໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນ, ສືບຕໍ່ຜັນຂະຫຍາຍຜົນງານທີ່ຊຸດກ່ອນເຮັດໄດ້ ແລະ ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດໃນ 05 ປີຕໍ່ໜ້າໃຫ້ມີບາດກ້າວບຸກທະລຸໃໝ່.
ພາບ-ຂ່າວໂດຍ: ນາງ ຈັນສະໝອນ ທິດໄຊຍະລາດ

Leave a Reply

Your email address will not be published. Required fields are marked *

kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet kubet