
ສະມາຊິກສະພາປະຊາຊົນແຂວງຜົ້ງສາລີ
ປະຈຳເມືອງບຸນໃຕ້ ຈັດພິທີ ມອບ-ຮັບ ໜ້າທີ່ວຽກງານຂອງ ສະມາຊິກສະພາລະຫວ່າງ ຜູ້ເກົ່າ-ຜູ້ໃໝ່
ໃນຕອນບ່າຍ ຂອງ ວັນທີ່ 18 ພຶດສະພາ 2026 ທີ່ຜ່ານມານີ້, ສະມາຊິກສະພາປະຊາຊົນແຂວງຜົ້ງສາລີ ປະຈຳເມືອງບຸນໃຕ້ ໄດ້ຈັດພິທີ ປະກາດກົງຈັກບຸກຄະລາກອນ ແລະ ມອບ-ຮັບ ໜ້າທີ່ວຽກງານຂອງສະມາຊິກສະພາປະຊາຊົນແຂວງຜົ້ງສາລີ, ປະຈຳເຂດເລືອກຕັ້ງທີ 7 ຊຸດທີ V ເມືອງບຸນໃຕ້ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ຂອງເມືອງບຸນໃຕ້. ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄຳພັນ ຄຸນສົມບັດ ສະມາຊິກສະພາແຫ່ງຊາດ ຊຸດທີ່ X ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງຜົ້ງສາລີ, ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາ ປະຊາຊົນແຂວງປະຈຳເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ທິມງານສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 15 ທ່ານ.
ທ່ານ ນາງ ຈັນສະຫວັນ ແກ້ວກອງຕັນ ຮອງຫົວໜ້າຫ້ອງວ່າການ ຜູ້ຮັບຜິດຊອບວຽກງານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານ ມະຕິຂອງຄະນະປະຈຳສະພາປະຊາຊົນແຂວງຜົ້ງສາລີ ສະບັບເລກທີ 95/ຄປຈຂ ຜົ້ງສາລີ, ລົງວັນທີ 14 ພຶດສະພາ 2026; ວ່າດ້ວຍການສ້າງຕັ້ງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ແລະ ມະຕິ ວ່າດ້ວຍການຈັດຕັ້ງ ການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ແລະ ບັນດາທ່ານ ຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງທີ່ 7 ຂອງເມືອງບຸນໃຕ້ ມີລາຍຊື່ລະອຽດດັ່ງນີ້:
1) ທ່ານ ທອງສິງ ອິນທະແສງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ່ V ເປັນຫົວໜ້າ.
2) ທ່ານ ວີຄຳ ມະວົງສາ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນ ຮອງ, ທັງເປັນຫົວໜ້າ.
3) ທ່ານ ນາງ ສີແພ ຄຸນມະນີ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຄະນະ.
4) ທ່ານ ພອນສຸຈິດ ລີລາວົງ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຄະນະ.
5) ທ່ານ ນາງ ບົວວອນ ຈັນທະລັງ ສະມາຊິກສະພາປະຊາຊົນແຂວງ ເປັນຄະນະ.
6) ທ່ານ ຄຳພັນ ຄຸນສົມບັດ ສະມາຊິກສະພາປະຊາຊົນແຂວງ ຊຸດທີ X ປະຈຳເຂດເລືອກຕັ້ງ 2 ເປັນຄະນະ
ຈາກນັ້ນ, ທ່ານ ສົມຈິດ ເສີມມີໄຊ ໄດ້ຜ່ານບົດບັນທຶກການນຳພາ-ຊີ້ນຳວຽກງານ ຂອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈຳເຂດເລືອກຕັ້ງທີ 7. ເຊິ່ງທ່ານໃຫ້ຮູ້ວ່າ: ໃນຕະຫຼອດໄລຍະ 5 ປີຜ່ານມາ ຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈຳເຂດເລືອກຕັ້ງ ເມືອງບຸນໃຕ້ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງຂັ້ນເທິງຢ່າງສຸດກົກສຸດປາຍ ແລະ ເປັນໃຈກາງປະສານງານໃຫ້ແກ່ ສະມາຊິກສະພາປະຊາຊົນແຂວງຕະຫຼອດມາ ໂດຍຊຸມໃສ່ສະຕິປັນຍາ ແລະ ໄດ້ປະກອບສ່ວນທຸກວຽກງານຈົນໄດ້ຮັບຜົນສໍາເລັດ, ຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ ຄະນະສະມາຊິກສະພາຂອງພວກເຮົາແມ່ນໄດ້ຜ່ານຜ່າບັນດາສິ່ງທ້າທາຍຕ່າງໆນາໆປະການ ເຊິ່ງບັນຫາດັ່ງກ່າວເຮັດໃຫ້ໜ້າທີ່ວຽກງານບາງອັນຍັງມີຫຍຸ້ງຍາກ ແລະ ບໍ່ສາມາດບັນລຸຕາມແຜນການທີ່ໄດ້ກຳນົດໄວ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຜ່ານບັນດາທິດທາງແຜນການໜ້າວຽກຈຸດຊຸມທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າຕື່ມອີກ. ຈາກນັ້ນ, ໃນກອງປະຊຸມບັນດາຜູ້ແທນກອງປະຊຸມຍັງໄດ້ ພ້ອມກັນປະກອບຄຳຄິດຄຳເຫັນຕໍ່ເນື້ອໃນບົດບັນທຶກ ແລະ ພ້ອມກັນຮັບຮອງເອົາ ບົດບັນທຶກຢ່າງເປັນເອກະພາບ ແລະ ໄດ້ຈັດໃຫ້ມີພິທີເຊັນມອບຮັບວຽກງານຂອງສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງຢ່າງເປັນທາງການ. ຕາງໜ້າເຊັນມອບບົດບັນທຶກ ໂດຍ ທ່ານ ສົມຈິດ ເສີມມີໄຊ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງ ຊຸດທີ IV (ຜູ້ເກົ່າ) ແລະ ຕາງໜ້າເຊັນຮັບ ໂດຍທ່ານ ທອງສິງ ອິນທະແສງ ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງ ຊຸດທີ V (ຜູ້ໃໝ່). ພ້ອມທັງມອບ ກະຕ່າຂອງຂັວນເປັນທີ່ລະນຶກໃຫ້ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ເຂດເລືອກຕັ້ງທີ 7 ຊຸດທີ IV ອີກດ້ວຍ.
ໃນພິທີ ທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ຄຳພັນ ຄຸນສົມບັດ ຫົວໜ້າຄະນະສະມາຊິກ ສະພາແຫ່ງຊາດກຳມະການຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ ໄດ້ມີທັດສະນະໂອລົມຕໍ່ພິທີ. ເຊິ່ງກ່ອນອື່ນທ່ານ ໄດ້ຍົກໃຫ້ເຫັນເຖິງ ສິດ, ໜ້າທີ່ ແລະ ພາລະບົດບາດຂອງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ຊຸດທີ V ເຊິ່ງປະກອບມີ 3 ສິດໜ້າທີ່ ແລະ ພາລະບົດບາດຄື: ເປັນເສນາທິການ, ຄົ້ນຄວ້າ ແລະ ການຕິດຕາມ, ກວດກາໜ້າວຽກ ທີ່ສະພາປະຊາຊົນແຂວງໄດ້ຮັບຮອງ, ສະມາຊິກສະພາ ມີສິດຕິດຕາມກົດໝາຍ, ນິຕິກຳລຸ່ມກົດໝາຍ ເພື່ອພິຈາລະນາຮັບຮອງເອົາເນື້ອໃນຄຳຮ້ອງຕາມການສະເໜີ ຂອງທຸກພາກສ່ວນ, ພິຈາລະນາສັງລວມຂໍ້ມູນລະອຽດ ແລ້ວສົ່ງໃຫ້ສະມາຊິກສະພາປະຊາຊົນຂັ້ນແຂວງ ເປັນຜູ້ຮັບຮູ້, ແກ້ໄຂຕາມຄວາມຖືກຕ້ອງ, ສົມເຫດ-ສົມຜົນ. ພ້ອມດຽວກັນນັ້ນທ່ານ ຍັງໄດ້ຮຽກຮ້ອງມາຍັງການນຳທຸກພາກສ່ວນຈົ່ງພ້ອມກັນປະຕິບັດໜ້າທີ່ຕາມການມອບໝາຍເຊັ່ນ: ຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ສ້າງຄວາມເຂັ້ມແຂງໃຫ້ພໍ່ແມ່ປະຊາຊົນເຄົາລົບ ແລະ ເຊື່ອຖື ຕໍ່ການນຳພາລວມຂອງພັກ ແລະ ລັດຖະບານ, ສືບຕໍ່ປະຕິບັດພາລະບົດບາດ, ໜ້າທີ່ການເມືອງ ເພີ່ມທະວີເປັນເຈົ້າການປະຕິບັດຕໍ່ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ແລະ ແທດເໝາະກັບຈຸດພິເສດຂອງເມືອງ ຕິດຕາມ, ກວດກາ, ເຄື່ອນໄຫວຕາມພາລະບົດບາດສິດແລະ ໜ້າທີ່ຂອງສະມາຊິກສະພາປະຊາຊົນແຂວງ ທີ່ໄດ້ມອບໝາຍໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.